ສະຖາບັນພັດທະນາຊັບພະຍາກອນມະນຸດ ລາວ-ຍີ່ປຸ່ນ ລາຍງານຄວາມຄືບໜ້າຂອງໂຄງການ

ກອງ​ປະ­ຊຸມ​ຄະ­ນະ​ກຳ­ມະ­ການ​ປະ­ສານ​ງານ​ຮ່ວມ ຄັ້ງ​ທີ 1 ກ່ຽວ​ກັບ​ໂຄງ­ການ​ຮ່ວມ​ມື​ໄລ­ຍະ 5 ຂອງ ມະ­ຫາ­ວິ­ທະ­ຍາ­ໄລ​ແຫ່ງ​ຊາດ (ມຊ) ແລະ ອົງ­ການ​ໄຈ​ກາ ເພື່ອ​ການ​ພັດ­ທະ­ນາ​ຄວາມ​ສາ­ມາດ​ຂອງ​ຜູ້​ຊ່ຽວ­ຊານ​ດ້ານ​ທຸ­ລະ​ກິດ ແລະ ການ​ສ້າງ​ເຄືອ​ຂ່າຍ ໂດຍ​ຜ່ານ​ສະ​ຖາ​ບັນ​ພັດ­ທະ­ນາ​ຊັບ­ພະ­ຍາ­ກອນ​ມະ­ນຸດ ລາວ-ຍີ່­ປຸ່ນ (ສລຍ) ຈັດ​ຂຶ້ນ​ວັນ​ທີ 30 ມິ­ຖຸ­ນາ 2020 ຢູ່ ສລຍ ໂດຍ​ເປັນ​ປະ­ທານ​ຂອງ​ທ່ານ ສົມ​ສີ ຍໍ​ພັນ​ໄຊ ອະ­ທິ­ການ​ບໍ­ດີ ມຊ ທ່ານ Yoshiharu Yoneyama ຫົວ­ໜ້າ​ອົງ­ການ​ໄຈ​ກາ​ປະ­ຈຳ​ລາວ ມີ​ຜູ້­ຕາງ­ໜ້າ​ຈາກ​ກະ­ຊວງ​ແຜນ­ການ ແລະ ການ​ລົງ­ທຶນ ກະ­ຊວງ​ສຶກ​ສາ​ທິ​ການ ແລະ ກີ­ລາ ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ຈາກ ມຊ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ກອງ​ປະ­ຊຸມ​ຄັ້ງ​ນີ້​ແຕກ​ຕ່າງ​ຈາກ​ຄັ້ງ​ຜ່ານ​ມາ ເພາະ​ເປັນ​ການ​ປະ­ຊຸມ​ຜ່ານ​ລະ­ບົບ​ທີ​ວີ​ຄອນ​ເຟີ​ເຣັນ ເນື່ອງ​ຈາກ​ຄະ­ນະ​ກຳ­ມະ­ການ​ບາງ​ທ່ານ ບໍ່​ສາ­ມາດ​ເຂົ້າ​ຮ່ວມ​ກອງ​ປະ­ຊຸມ​ໄດ້​ຍ້ອນ​ການ​ແຜ່​ລະ­ບາດ​ຂອງ​ພະ­ຍາດ​ໂຄ​ວິດ-19 ຈຸດ­ປະ­ສົງ​ເພື່ອ​ລາຍ​ງານ​ຄວາມ​ຄືບ​ໜ້າ​ຂອງ​ໂຄງ­ການ​ໃນ​ໄລ­ຍະ​ຜ່ານ​ມາ ແລະ ສະ­ເໜີ​ແຜນ​ວຽກ​ຕໍ່­ໜ້າ ເຊິ່ງ​ໄລ­ຍະ​ທີ 5 ຂອງ​ການ​ຮ່ວມ​ມື​ນີ້ ມີ​ກຳ­ນົດ​ເວ­ລາ 3 ປີ (9/2019-8/2021) ເຊິ່ງ​ເປັນ​ໄລ­ຍະ​ເວ­ລາ​ທີ່​ສັ້ນ​ທີ່​ສຸດ​ທຽບ­ໃສ່ 4 ໄລ­ຍະ​ຜ່ານ​ມາ ທີ່​ແຕ່​ລະ​ໄລ­ຍະ​ໄດ້​ກຳ­ນົດ​ເວ­ລາ 5 ປີ.

ຫຼັງ​ຈາກ​ການ​ລົງ​ນາມ​ສັນ­ຍາ​ຮ່ວມ​ມື​ໄລ­ຍະ​ທີ 5 ວັນ​ທີ 1 ກັນ­ຍາ 2019 ເປັນ­ຕົ້ນ​ມາ ປັດ­ຈຸ­ບັນ​ເປັນ​ເວ­ລາ 9 ເດືອນ ເຊິ່ງ​ວຽກ​ງານ​ຕ່າງໆ​ດຳ­ເນີນ​ໄປ​ດ້ວຍ​ດີ ແລະ ບັນ­ລຸ​ໄດ້​ບາງ​ເປົ້າ​ໝາຍ ໂດຍ​ສະ­ເພາະ​ໄດ້​ສຳ­ເລັດ​ການ​ປັບ­ປຸງ​ຫ້ອງ​ຕ້ອນ­ຮັບ ແລະ ຫ້ອງ​ສະ­ໝຸດ ສຳ­ເລັດ​ການ​ກໍ່­ສ້າງ​ຮ້ານ​ອາ­ຫານ ແລະ ມອບ-ຮັບ​ລົດ​ຕູ້​ຈາກ​ອົງ­ການ​ໄຈ​ກາ ສ້າງ​ເຄືອ​ຂ່າຍ​ອະ­ດີດ​ນັກ​ສຶກ​ສາ ຫຼັກ­ສູດ​ຜູ້​ບໍ­ລິ­ຫານ​ລະ­ດັບ​ສູງ ເພື່ອ​ຊ່ວຍ­ເຫຼືອ​ພັດ­ທະ­ນາ​ທຸ­ລະ​ກິດ​ເຊິ່ງ​ກັນ ແລະ ກັນ ເພື່ອ​ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​ກັບ​ບໍ­ລິ­ສັດ​ຍີ່­ປຸ່ນ ແລະ ໃນ​ໄວໆນີ້ຈະ​ສຳ­ເລັດ​ການ​ສ້າງ​ຫ້ອງ​ບົ່ມ​ເພາະ​ທຸ­ລະ​ກິດ​ຕື່ມ​ອີກ.

error: Content is protected !!