ຄະນະບໍລິຫານງານພັກ ນວ ທາບທາມການນໍາພາລວມ ແລະ ບຸກຄົນ ພ້ອມບົ່ງຕົວແຕ່ງຕັ້ງກຳມະການພັກ 3 ສະຫາຍ

ກອງປະຊຸມຄົບຄະນະກາງສະໄໝຂອງຄະນະບໍລິຫານງານພັກ ນະຄອນຫຼວງວຽງຈັນ (ນວ) ສະໄໝທີ VII ໄຂຂຶ້ນວັນທີ 12 ມິຖຸນາ 2023 ທີ່ກອງບັນຊາການທະຫານ ນວ ໂດຍການເປັນປະທານຂອງ ສະຫາຍ ອານຸພາບ ຕຸນາລົມ ຄະນະເລຂາທິ ການສູນກາງພັກ ເລຂາຄະນະພັກ ປະທານສະພາປະຊາຊົນ ນວ ໃຫ້ກຽດເຂົ້າຮ່ວມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ພ້ອມດ້ວຍຄະນະຈັດຕັ້ງສູນກາງພັກ ຄະນະກຳມະການກວດ ກາສູນກາງພັກ ບັນດາຄະນະບໍລິຫານງານພັກ ນວ ຄະນະປະຈຳສະພາປະຊາຊົນ ນວ ຄະນະພັກຮາກຖານ ຕະຫຼອດຮອດ ພາກສ່ວນກ່ຽວຂ້ອງ.

ທ່ານ ອານຸພາບ ຕຸນາລົມ ໄດ້ຂຶ້ນກ່າວໄຂກອງປະຊຸມວ່າ: ຕະຫຼອດໄລຍະກາງສະໄໝຜ່ານມາຄະນະບໍລິຫານງານພັກ ນວ ໄດ້ນຳພາພະນັກງານ-ລັດຖະກອນ ທະຫານ ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ຊາວ ນວ ຜ່ານຜ່າອຸປະສັກ ຂໍ້ຫຍຸ້ງຍາກ ຕ່າງໆນາໆປະການ ທ່າມກາງວິກິດການທາງດ້ານເສດຖະກິດ ການເມືອງຂອງໂລກ ແລະ ພາກພື້ນ ຕັ້ງໜ້າປະຕິບັດມະ ຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ມະຕິກອງປະຊຸມໃຫຍ່ຄັ້ງທີ VII ຂອງອົງຄະນະພັກ ນວ ດ້ວຍຫຼາຍວິທີການ ຕາມພາ ລະບົດບາດ    ໜ້າທີ່ ຂອບເຂດສິດຂອງຕົນ ອັນພົ້ນເດັ່ນໄດ້ນຳພາສຶກສາອົບຮົມການເມືອງ-ແນວຄິດພະນັກງານ-ລັດຖະ ກອນ ທະຫານ ຕຳ ຫຼວດ ແລະ ປະຊາຊົນບັນດາເຜົ່າຊາວ ນວ ທີ່ຢູ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ ໃຫ້ມີຄວາມ ເຂົ້າໃຈແຈ້ງຕໍ່ແນວທາງນະໂຍບາຍຂອງພັກ ກົດໝາຍ ລະບຽບການຕ່າງໆຂອງລັດ ເຫັນໄດ້ກົນອຸບາຍເລ່ຫຼ່ຽມຂອງອິດ ທິກຳລັງປໍລະປັກ ແລະ ກຸ່ມຄົນບໍ່ດີ ເອົາໃຈໃສ່ຄຸ້ມຄອງກໍ່ສ້າງ-ບໍາລຸງພະນັກງານຢ່າງຕໍ່ເນື່ອງ ເຕົ້າໂຮມຄວາມສາມັກພາຍ ໃນພັກ ພະນັກງານ-ລັດຖະກອນ ທະຫານ ຕຳຫຼວດ ແລະ ປະຊາຊົນຊາວ ນວ ໃຫ້ມີຄວາມເປັນປຶກແຜ່ນ ແລະ ປັບປຸງການ ຈັດຕັ້ງພັກ-ລັດ ພາຍໃນນະຄອນ ຫຼວງວຽຈັນ ບັນດາພະແນກການອົງການທຽບເທົ່າ ແລະ ບັນດາເມືອງຢ່າງເປັນລະບົບຄົບ ຊຸດຕໍ່ເນື່ອງ ດ້ວຍຄວາມພະຍາຍາມດັ່ງກ່າວ ນວ ຈຶ່ງມີສະຖຽນລະພາບທາງດ້ານການເມືອງ ມີຄວາມເປັນລະບຽບຮຽບຮ້ອຍ ດີ ປະຊາຊົນມີຄວາມສາມັກຄີປອງດອງ ມີແນວຄິດອຸ່ນອ່ຽນທຸ່ນທ່ຽງ ມີຄວາມເຊື່ອໝັ້ນຕໍ່ແນວທາງປ່ຽນແປງໃໝ່ ປົວແປງ ຍົກລະດັບຊີວິດການເປັນຢູ່ໃຫ້ດີຂຶ້ນເປັນກ້າວໆດ້ວຍຈິດໃຈເພິ່ງຕົນເອງ ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ບໍລິການຮັບໃຊ້ປະຊາຊົນດ້ວຍຄວາມບໍລິສຸດສັດຊື່ ລະບົບການຈັດຕັ້ງໄດ້ຮັບການປັບປຸງໃຫ້ມີຄວາມໜັກແໜ້ນເຂັ້ມແຂງຂຶ້ນ ເປັນກ້າວໆ ຖັນແຖວພະນັກງານ-ສະ ມາຊິກພັກ ມີທັດສະນະຫຼັກໝັ້ນທາງດ້ານການເມືອງໜັກແໜ້ນ ແລະ ສາມາດເຮັດ ລ້ອນໜ້າທີ່ການເມືອງທີ່ຂັ້ນເທິງມອບໝາຍໃຫ້ໃນລະດັບດີສົມຄວນ.

ກອງປະຊຸມຄັ້ງນີ້ໄດ້ຮັບຟັງການເຊື່ອມຊຶມເອກະສານຄຳສັ່ງ ເລກທີ 268/ຄລສພ ວ່າດ້ວຍການດຳເນີນກອງປະຊຸມຄົບຄະນະ ກາງສະໄໝຂອງຄະນະບໍລິຫານງານພັກ ແຕ່ລະຂັ້ນ ມະຕິຂອງກົມການເມືອງສູນກາງພັກ ສະບັບເລກທີ 030/ກມສພ ລົງ ວັນທີ 3 ມັງກອນ 2018 ແລະ ບັນດາຂໍ້ຫ້າມຂອງສະມາຊິກພັກທີ່ກົດລະບຽບພັກປະຊາຊົນປະຕິວັດລາວສະໄໝທີ XI ໄດ້ກຳ ນົດໄວ້ ພ້ອມນັ້ນໄດ້ ປະກາດບົ່ງຕົວແຕ່ງຕັ້ງກຳມະການພັກ ນວ 3 ສະຫາຍຄື: ທ່ານ ແສງອາລຸນ ສຸລິຍະວົງ ຫົວໜ້າພະແນກ ກະສິກຳ ແລະ ປ່າໄມ້ ນວ ທ່ານ ເສີມຄຳ ທຸມມະວົງສາ ຫົວໜ້າພະແນກພະລັງງານ ແລະ ບໍ່ແຮ່ ແລະ ທ່ານ ທະນົງໄຊ ຄຸດໄພ ທູນ ຫົວໜ້າຄະນະຄຸ້ມຄອງເຂດເສດຖະກິດພິເສດ ນວ ຈາກນັ້ນກອງປະຊຸມກໍໄດ້ມີການທາບທາມຢັ້ງຫາງສຽງຄວາມໄວ້ວາງ ໃຈຕໍ່ຄະນະບໍລິຫານງານພັກ ນວ.

ໂອກາດນີ້ສະຫາຍ ທອງລຸນ ສີສຸລິດ ໄດ້ມີຄໍາເຫັນຊີ້ນໍາວ່າ:ການທາບທາມຄວາມໄວ້ວາງໃຈຕໍ່ການນໍາພາລວມ ແລະ ບຸກຄົນ ໃນຄະນະບໍລິຫານງານພັກ ນວ ກາງສະໄໝທີ VII ມີຄວາມສໍາຄັນຫຼາຍ ເປັນການເປີດກວ້າງປະຊາທິປະໄຕພາຍໃນພັກ ທັງ ເປັນໂຕຊີ້ວັດອັນໜຶ່ງຂອງການຊີ້ນໍາພາທົ່ວ ນວ ເພື່ອພ້ອມກັນທົບທວນຄືນການນໍາພາ-ຊີ້ນຳຂອງຄະນະບໍລິຫານງານພັກ ນວ ພ້ອມນັ້ນການລົງຄະແນນສຽງທາບທາມໃຫ້ເອົາໃຈໃສ່ຫຼີກເວັ້ນແນວຄິດອະຄະຕິຕໍ່ບຸກຄົນ ການພົວພັນສ່ວນຕົວ ໃຫ້ລົງ ເລິກປະກອບຄຳເຫັນໃນຄະນະພັກດ້ວຍຄວາມຈິງໃຈ ເພື່ອຊ່ວຍປັບປຸງກໍ່ສ້າງພະນັກງານນຳພາ-ຄຸ້ມຄອງຂັ້ນຂອງຕົນ ແລະ ເຊື່ອໝັ້ນວ່າ ບັນດາສະຫາຍ ຜູ້ແທນກອງປະຊຸມຈະໃຊ້ສິດຂອງຕົນຢ່າງຖືກຕ້ອງ ແລະ ມີຄວາມຮັບຜິດຊອບສູງຕໍ່ພັກຕໍ່ການ ຈັດຕັ້ງ ແລະ ຕໍ່ຜົນປະໂຫຍດລວມຂອງພັກຂອງປະຊາຊົນ. ສະເພາະກອງປະຊຸມຄັ້ງນີ້ຈະດໍາເນີນໄປຮອດວັນທີ 15 ພຶດສະພາ 2023.

error: Content is protected !!