ກະຊວງປ້ອງກັນປະເທດ ແຫ່ງ ສ​ປ​ປ ລາວ ພົບ​ປະ ຄະນະຜູ້ແທນຈາກສະຫະພັນຣັດເຊຍ  

 

ໃນຕອນເຊົ້າວັນທີ​ 5​ ມິຖຸນາ​ 2023 ນີ້ ຢູ່ທີ່ຫ້ອງປະຊຸມຫ້ອງວ່າການກະຊວງປ້ອງກັນປະເທດ ​ບໍລິສັດລາວຣູສເຕັກຄອມ ຈຳ ກັດ ໄດ້ນຳພາຄະນະຜູ້ແທນຈາກ​ສະຫະພັນຣັດເຊຍເຂົ້າຮ່ວມປືກສາຫາລື ແລະ​ ມີພິທີພົບປະສອງຝ່າຍລະຫວ່າງກະຊວງ ປ້ອງກັນປະເທດລາວ ​ແລະ ​ຄະນະຜູ້ແທນຈາກສະຫະພັນຣັດເຊຍ ເຊິ່ງມີລັດວິສາຫະກິດ ກາສໂປຣມ ກາສໂປຣມນຽບ ​ແລະ ບໍລິສັດອູຣານຄີມ ມະຫາຊົນແຫ່ງສະຫະພັນຣັດເຊຍພ້ອມດ້ວຍຜູ້ຕາງໜ້າບັນ ດາວິສາຫະກິດດັ່ງກ່າວປະຈຳລາວແມ່ນບໍລິ ສັດ ລາວຣູສເຕັກຄອມ ຈຳກັດ ເຊິ່ງຝ່າຍກະຊວງປ້ອງກັນປະເທດລາວນຳໂດຍ​ ທ່ານ​ ພົນຕີ​ ປອ​ ວົງຄຳ​ ພົມມະກອນ​ ຮອງ​ລັດ ຖະມົນຕີ​ກະຊວງ​ປ້ອງກັນ​ປະເທດ ຝ່າຍຣັດເຊຍນຳໂດຍ​ ທ່ານ​ ໂດຼບືເຊັຟ  ອັນເດຼ​ ອາເລັກ​ຊານ​ໂດຼ​ວິຈ ທີ່ປືກສາ​  ຄະນະອຳ ນວຍການ​ ບໍລິສັດ​ອູຣານຄີມ​  ມະຫາຊົນ ຈຳກັດ ​ຄູ່ຮ່ວມມືຜູ້ຊີ້ນຳ ກອງທືນ ເກດຈີ​ ຣຸສ ພ້ອມດ້ວຍຄະນະວິຊາການທັງສອງ ຝ່າຍເຂົ້າຮ່ວມ.

ໂອກາດນີ້ ​ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດກໍໄດ້ກ່າວສະແດງຄວາມຍິນດີຕ້ອນຮັບພ້ອມທັງຕີລາ ຄາສູງຕໍ່ສາຍ ພົວພັນມິດຕະພາບລະຫວ່າງສອງຊາດລາວ-ຣັດເຊຍເວົ້າລວມເວົ້າສະເພາະ ກໍຄື ສອງກະຊວງປ້ອງກັນປະເທດລາວ​  ແລະ​ ກະຊວງປ້ອງກັນປະເທດຣັດເຊຍໃນໄລຍະຜ່ານມາ ກໍຄື ປັດຈຸບັນ ແລະ ການເດີນທາງມາເຮັດວຽກຂອງຄະນະບໍລິສັດ​ ກາສ ໂປຣມ ກາສໂປຣມນຽບ ແລະ ບໍລິສັດອູຣານຄີມ ມະຫາຊົນແຫ່ງສະຫະ ພັນຣັດເຊຍ ໃນຄັ້ງນີ້ຖືເປັນວາລະໜື່ງທີ່ສຳຄັນ​ແລະມີຄວາມໝາຍ ທັງເປັນການສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນເປັນມູນເຊື້ອທີ່ດີງາມ ລະຫວ່າງ ສອງຊາດ ສອງກອງທັບ ລາວ-ຣັດເຊຍ ໃຫ້ນັບມື້ເກີດດອກອອກຜົນ.

ນອກຈາກນີ້ ທີ່ກອງປະຊຸມຄະນະຜູ້ອທນວິຊາການທັງສອງຝ່າຍກໍມອບໝາຍໃຫ້ບໍລິສັດ​ ລາວຣູສເຕັກຄອມ  ຈຳ ກັດ​ ເຊິ່ງເປັນ ບໍລິສັດເຄື່ອຂາຍຂອງກະຊວງປ້ອງກັນປະເທດ ດຳເນີນການສືບຕໍ່ຈັດຕັ້ງປະຕິບັດເພື່ອໃຫ້ເກີດການຮ່ວມມືດ້ານທຸລະກິດ ໃຫ້ມີປະສິດທິຜົນ ພ້ອມທັງປະກອບ ຄຳຄິດຄຳເຫັນເພື່ອເປັນການຖອດຖອນແລກປ່ຽນບົດ ຮຽນນຳກັນແບບກົງໄປກົງມາ.​

ທ່ານ​ ໂດຼບືເຊັຟ​ ອັນເດຼ  ອາເລັກຊານໂດຼວິຈ​ ກໍໄດ້ກ່າວສະແດງຄວາມຂອບໃຈຕໍ່ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະ ເທດພ້ອມດ້ວຍຄະນະທີ່ໃຫ້ການຕ້ອນຮັບອັນອົບອຸ່ນ ​ແລະ​  ສະແດງເຈດຈຳນົງອັນຊັດເຈນທີ່ຢາກຈະຮ່ວມມື ລົງທືນຢູ່ປະ ເທດລາວເວົ້າລວມເວົ້າສະເພາະກໍຄືກະຊວງປ້ອງກັນປະເທດໃນຂົງເຂດວຽກງານ ທີ່ສອງຝ່າຍໃຫ້ຄວາມສົນໃຈໂດຍ ການ ຮ່ວມມືຮອບດ້ານກັບບໍລິສັດລາວຣູສເຕັກຄອມ ຈຳກັດເຊິ່ງເປັນບຊລິສັດຕົວແທນສ່ວນກາງຂອງທັງສອງປະເທດຮ່ວມກັນ.​

ພາຍຫຼັງທີ່ສຳເລັດການປືກສາຫາລື ສອງຝ່າຍກໍໄດ້ມີການລົງນາມເຊັນບົດບັນທືກຄວາມເຂົ້າໃຈ MOU​ ຮ່ວມກັນລະຫວ່າງ ບໍລິສັດ​ ລາວຣູສເຕັກຄອມ​ ຈຳກັດ​ ຜູ້ຕາງໜ້າຂອງກະຊວງປ້ອງກັນປະເທດລາວ ແລະຄະນະຜູ້ແທນຝ່າຍສະຫະພັນຣັດເຊຍ ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສະເຫຼີມໄຊ​ ກົມມະສິດ​ ຮອງນາຍົກ ລັດຖະມົນຕີ ລັດຖະມົນຕີກະຊວງການ ຕ່າງປະເທດ ແລະ​  ການ ນຳກະຊວງປ້ອງກັນປະເທດ ພ້ອມດ້ວຍຜູ້ຕາງໜ້າການນຳຂັ້ນສູງຂອງແຕ່ລະກະຊວງ.

ການເຊັນບົດບັນທືກສະບັບນີ້ເພື່ອເປັນພື້ນຖານສຳຄັນ ແລະ​ ຊອກຄົ້ນ​ຂໍ້ມູນ​ກ່ຽວກັບໜ້າວຽກທີ່ຈະຮ່ວມມືທຸລະກິດພ້ອມ ທັງເປັນ ບ່ອນອີງໃນການທີ່ຈະຮ່ວມມືໃນອະນາຄົດເພື່ືອຈະເຮັດໃຫ້ວຽກງານດັ່ງກ່າວບັນລຸໄດ້ຜົນສຳເລັດຕາມຄາດໝາຍ ທີ່ວາງໄວ້.​ຕໍ່ມາ​ໃນວັນທີ ​6​ ມິຖຸນາ ຄະນະບໍລິສັດລາວຣູສເຕັກຄອມ ຈຳກັດ ກໍໄດ້ນຳພາຄະນະຜູ້ແທນຈາກສະຫະພັນຣັດເຊຍ ເຂົ້າຢ້ຽມຂ່ຳນັບ​ ແລະ​ ລາຍງານຜົົນສຳເລັດຂອງວຽກງານຕໍ່ ທ່ານ ພົນເອກ ຈັນສະໝອນ​ ຈັນຍາລາດ​ ຮອງນາຍົກລັດຖະມົນ ຕີ ​ລັດຖະມົນຕີກະຊວງປ້ອງກັນປະເທດ​ ແລະ​  ການນຳຂັ້ນສູງຂອງ ສປປ​ ລາວ​ ໄດ້ຮັບຊາບ ແລະ​ ມີທິດຊີ້ນຳໃຫ້ທິດທາງຂອງ ການຮ່ວມມືໃນຂັ້ນຕໍ່ໄປ.​

error: Content is protected !!