ໃນວັນທີ 5 ມິຖຸນາ 2023 ທີ່ຜ່ານມານີ້ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະ ມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບ ທ່ານ ໂດຼບືເຊັຟ ອັນເດຼ ອາເລັກຊານໂດຼວິຈ ທີ່ປືກສາ ຄະນະອຳ ນວຍການ ບໍລິສັດອູຣານຄີມ ຈຳກັດ ແຫ່ງ ສ ຣັດເຊຍ, ພ້ອມດ້ວຍຄະນະ, ເນື່ອງໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນລະຫວ່າງວັນທີ 4-8 ມິຖຸນາ 2023 ນີ້.

ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມ ຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້ຖືເປັນການເສີມຂະຫຍາຍ ການຮ່ວມມືອັນເປັນມູນເຊື້ອທີ່ມີມາແຕ່ດົນນານ ແລະ ເປັນການສືບຕໍ່ເພີ່ມທະວີຮັດແໜ້ນການພົວພັນຮ່ວມມື ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງຊາດ ໃຫ້ນັບມື້ແໜ້ນແຟ້ນຈະເລີນງອກງາມຍິ່ງໆຂຶ້ນ ຕະຫຼອດໄລຍະທີ່ຜ່ານມາ ສ ຣັດເຊຍ ໃຫ້ການຊ່ວຍເຫຼືອອັນລ້ຳຄ່າແກ່ ສປປ ລາວ ກໍຄືກອງທັບປະຊາຊົນລາວ ໃນຫຼາຍດ້ານ ຫວັງວ່າໃນອະນາຄົດ ສ ຣັດເຊຍ ຈະສືບຕໍ່ໃຫ້ການຊ່ວຍເຫຼືອ ໂດຍສະ ເພາະວຽກງານປ້ອງກັນຊາດ ເພື່ອເຮັດໃຫ້ກອງທັບປະຊາຊົນລາວ ມີບາດກ້າວພັດທະນາຂຶ້ນ ແລະ ກາຍເປັນກອງທັບທີ່ທັນ ສະໄໝໃນຂ້າງໜ້າ.

ທ່ານ ໂດຼບືເຊັຟ ອັນເດຼ ອາເລັກຊານໂດຼວິຈ ໄດ້ກ່າວສະແດງຄວາມຂອບໃຈຕໍ່ການຕ້ອນຮັບອັນອົບອຸ່ນ ແລະ ສະໜິດສະໜົມ ທີ່ເຕັມໄປດ້ວຍໄມຕີຈິດມິດຕະພາບ ແລະ ຄຳເວົ້າອັນຈົບງາມຂອງລັດຖະມົນຕີກຊວງປ້ອງກັນປະເທດ ໃນຄັ້ງນີ້ ພ້ອມດຽວກັນນີ້ ຍັງໄດ້ແຈ້ງຜົນຂອງການພົບປະສອງຝ່າຍຮ່ວມກັບ ທ່ານ ພົນຕີ ປອ ວົງຄຳ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງ ກັນປະເທດ ໃຫ້ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ຮັບຊາບຕື່ມອີກ.