ສະ​ຖານ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ສະ​ເຫຼີມ​ສະຫຼອງ ວັນປະກາດເອກະລາດ ຄົບຮອບ 247 ປີ

ສະ​ຖານ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ປະ​ຈຳ ສ​ປ​ປ ລາວ ຈັດ​ງານ​ສະ​ເຫຼີມ​ສະຫຼອງ ວັນປະກາດເອກະລາດ ສະຫະລັດອາເມຣິກາ ຄົບຮອບ 247 ປີ ຂຶ້ນ​ໃນຕອຍ​ຄ່ຳ​ຂອງ​ວັນ​ທີ 8 ມິ​ຖຸ​ນາ 2023 ທີ່​ໂຮງ​ແຮມ​ຄ​ຣາວ​ພ​ລາ​ຊາ ນະ​ຄອນຫຼວງວຽງ​ຈັນ ໂດຍ​ການ​ເຂົ້າ​ຮ່ວມ​ຂອງ ທ່ານ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ທ່ານ ບຸນເຫຼ​ືອ ພັນດານຸວົງ ຮອງລັດຖະ ມົນຕີ ກະຊວງການຕ່າງປະເທດ ​ມີ​ບັນ​ດາ​ລັດ​ຖະ​ມົນ​ຕີ ຮອງ​ລັດ​ຖະ​ມົນ​ຕີ ທູດ​ທູ​ຕາ​ນຸ​ທູດ ແລະ ແຂກ​ຖືກ​ເຊີນ.

ທ່ານ ປີ​ເຕີ ເຮມອນ ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ວ່າ: ປີນີ້ ສປປ ລາວ ແມ່ນກຳລັງປະເຊີນໜ້າກັບຄວາມ ທ້າທາຍຫລາຍຢ່າງ ໃນການຟື້ນຟູເສດຖະກິດພາຍໃນ ພາຍຫລັງຜົນກະທົບທາງເສດຖະກິດໃນທົ່ວໂລກ ບໍ່ວ່າຈະເປັນ ຈາກ ການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ ສະຫະລັດອາເມລິກາ ມີຄວາມຍິນດີທີ່ໄດ້ໃຫ້ການຊ່ວຍເຫຼືອແກ່ ລັດຖະ ບານ ກໍຄື ປະຊາຊົນລາວ ໃນການຟື້ນຟູເສດຖະກິດ ແລະ ເພື່ອຊ່ວຍກະກຽມຄວາມພ້ອມໃຫ້ແກ່ ສປປ ລາວ ໃນການເປັນ ເຈົ້າພາບກອງປະຊຸມອາຊຽນ ໃນປີ 2024.

ພວກຂ້າພະເຈົ້າພາກພູມໃຈທີ່ໄດ້ເຮັດວຽກຮ່ວມກັບລັດຖະບານແຫ່ງ ສປປ ລາວ ໃນຂົງເຂດວຽກງານສາທາລະນະສຸກ ໂພ ຊະນາການ ແລະ ໂຄງການອາຫານທ່ຽງຢູ່ໂຮງຮຽນ ການປັບປຸງບັນຍາກາດການລົງທຶນ ແລະ ຊ່ວຍໃຫ້ຊາວກະສິກອນມີລາຍ ຮັບເພີ່ມຂື້ນ ສ້າງຄວາມອາດສາມາດຂອງບັນດາມະຫາວິທະຍາໄລ ລວມເຖິງສະພາແຂວງຕ່າງໆ ພັດທະ ນາທັກສະດ້ານພາ ສາອັງກິດ ແລະ ອະນຸລັກມູນມໍລະດົກທາງວັດທະນະທຳ ເພີ່ມຄວາມປອດໄພຕາມດ່ານຊາຍແດນ ແລະ ຕໍ່ສູ້ກັບການລັກ ລອບຄ້າຂາຍຢາເສບຕິດ ການຄ້າມະນຸດ ແລະ ການຄ້າຂາຍສັດປ່າ ທີ່ຜິດກົດໝາຍ ສ້າງຄວາມເຂັ້ມແຂງໃຫ້ແກ່ວຽກງານ ຄຸ້ມຄອງລັດຄຸ້ມຄອງສັງຄົມດ້ວຍກົດໝາຍ ແລະ ກະກຽມຄວາມພ້ອມໃນການຮັບມືກັບໄພພິບັດທີ່ອາດຈະເກີດຂື້ນໃນຕໍ່ໜ້າ ແລະ ການເກັບກູ້ລະເບີດຄົງຄ້າງທີ່ຍັງບໍ່ທັນແຕກໃນຫຼາຍແຂວງຂອງ ສປປ ລາວ.

ທັງໝົດນີ້ ແມ່ນຢູ່ພາຍໃຕ້ຂອບການຮ່ວມມືແບບກວມລວມ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທີ່ໄດ້ຕົກລົງ ເຫັນດີໂດຍ ອະດີດປະທານາທິບໍດີ Obama ແລະ ພະນະທ່ານ ບຸນຍັງ ວໍລະຈິດ ໃນປີ 2016 ທີ່ຜ່ານມາ ບັນດາໂຄງການ ຊ່ວຍເຫຼືອທັງໝົດເຫຼົ່ານີ້ແມ່ນມີຈຸດປະສົງໃນການຊ່ວຍໃຫ້ ສປປ ລາວ ບັນລຸເປົ້າໝາຍການພັດທະນາ.

ທ່ານ​ເອ​ກ​ອັກ​ຄະ​ລັດ​ຖະ​ທູດ​ສະ​ຫະ​ລັດ​ອາ​ເມ​ຣິ​ກາ ກ່າວ​ຕື່ມ​ວ່າ: ງານໃນຄໍ່າຄືນນີ້ກໍຖືເປັນງານສົ່ງທ້າຍສຳລັບຂ້າພະ ເຈົ້າ ແລະ ທ່ານ ນາງ ດຸສະດີ ພວກຂ້າພະເຈົ້າໄດ້ໃຊ້ເວລາ 10 ປີ ຢູ່ ສປປ ເຊິ່ງເປັນ​ໄລ​ຍ​ະເວລາທີ່ມີສີສັນທີ່ສຸດ ໃນສາຍອາຊີບ ນັກການ ທູດຂອງຂ້າພະເຈົ້າທີ່ໄດ້ເປັນຕົວແທນຂອງ ສະຫະລັດອາເມຣິກາ ໃນຖານະເອກອັກຄະລັດຖະທູດ ປະຈຳ ສປປ ລາວ ຄວາມ ປາຖະໜາດີທີ່ ພວກຂ້າພະເຈົ້າມີຕໍ່ ສປປ ລາວ ຈະມີຢູ່ຕະຫຼອດໄປ ແລະ ແນ່ນອນວ່າ ພວກຂ້າພະເຈົ້າຈະກັບຄືນມາຢ້ຽມ ຢາມ ສປປ ລາວ ອີກໃນອະນາຄົດຂ້າງໜ້າ  ເພື່ອທີ່ຈະໄດ້ມາເຫັນການພັດທະນາຕ່າງໆຢູ່ ສປປ ລາວ ໃນຕໍ່ໜ້າດ້ວຍຕົນເອງ.

error: Content is protected !!