ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງ ແລະ ໄຟຟ້າ ຈຳກັດ ໃຫ້ບໍລິການດ້ານການອອກແບບ ແລະ ວິເຄາະໂຄງສ້າງອາຄານ ກໍ່ສ້າງອາຄານ ອອກແບບ ຕິດຕັ້ງລະບົບສຸຂາພິບານ ລະບົບດັບເພີງ ອອກແບບ ກໍ່ສ້າງລະບົບຊົນລະປະທານ ແລະ ຂົວທາງ ອອກແບບ ແລະ ກະຈາຍສາຍສາຍ ແລະ ໝໍ້ແປງໄຟຟ້າ ອອກແບບ ຕິດຕັ້ງຕູ້ສະວິດເກຍ ຕູ້ເມນຈ່າຍໄຟ ຕູ້ຄວບຄຸມມໍເຕີ້ ອອກແບບ ຕິດຕັ້ງຕູ້ປັບປຸງພະລັງງານໄຟຟ້າ ອອກແບບ ຕິດຕັ້ງລະບົບໄຟຟ້າໂຮງງານ ອາຄານ ທີ່ພັກອາໄສ ແລະ ສະໜອງອຸປະກອນໄຟຟ້າລະບົບແຮງກາງ ແລະ ແຮງຕ່ຳ ໄລຍະຜ່ານມາ ໄດ້ໃຫ້ບໍລິການໂຄງການໃຫຍ່ໆຫຼາຍໂຄງການ ໂດຍສະເພາະຂອງການຂອງຕ່າງປະເທດ ເນື່ອງຈາກເປັນບໍລິສັດຂອງຄົນລາວ ທີ່ມີຄວາມສາມາດສູງ ປະຕິບັດວຽກງານດ້ວຍຄວາມຮັບຜິດຊອບ ແລະ ຮັບປະກັນດ້ານຄຸນນະພາບ.
ທ່ານ ຄຳປະສົງ ແກ້ວມະຫາວົງ ຮອງຜູ້ອຳນວຍການບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງ ແລະ ໄຟຟ້າ ຈຳກັດ ໃຫ້ສຳພາດເມື່ອບໍ່ດົນມານີ້ວ່າ: ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງ ແລະ ໄຟຟ້າ ຈຳກັດ ສ້າງຕັ້ງປີ 2014 ໂດຍການຮວມໂຕຂອງໝູ່ເພື່ອນທີ່ເປັນນັກສຶກສາມະຫາວິທະຍາໄລນຳກັນ ພາຍຫຼັງສຶກສາຈົບ ແລະ ຕ່າງຄົນໄດ້ໄປຫາປະສົບການຢູ່ພາຍໃນ ແລະ ຕ່າງປະເທດໄດ້ 3-4 ປີ ກໍໄດ້ມາຮວມໂຕ ແລະ ທຶນຮອນກັນສ້າງຕັ້ງບໍລິສັດຂຶ້ນ ເຊິ່ງເບື້ອງຕົ້ນມີພະນັກງານ 5 ຄົນ (ໝູ່ເພື່ອນຮ່ວມທຶນນຳກັນ) ໄດ້ແບ່ງໜ້າທີ່ກັນເຮັດເອງທຸກຢ່າງ ພໍວຽກງານມີການຂະຫຍາຍຕົວ ກໍໄດ້ເລີ່ມຈ້າງພະນັກງານມາຊ່ວຍຂະຫຍາຍຫ້ອງການ ແລະ ກ້າວມາສູ່ການສ້າງຫ້ອງການບໍລິສັດຢ່າງຖາວອນ ປັດຈຸບັນພວກເຮົາມີບໍລິສັດໄຟຟ້າ ແລະ ບໍລິສັດກໍ່ສ້າງຢູ່ໃນເຄືອ ເຊິ່ງມີພະນັກງານຫຼາຍກວ່າ 200 ຄົນ ບໍລິສັດ 3 ເອັສ ເອັສດີຊີ ກໍ່ສ້າງ ແລະ ໄຟຟ້າ ຈຳກັດ ສ້າງຂຶ້ນໂດຍຄົນລາວ ມີເປົ້າໝາຍເພື່ອສົ່ງເສີມ-ສ້າງບຸກຄະລາກອນ ວິຊາການ ນາຍຊ່າງ ແລະ ແຮງງານລາວໃຫ້ມີຄຸນນະພາບທຽບເທົ່າກັບສາກົນ ນອກນີ້ ໃນອະນາຄົດຍັງມີແຜນສ້າງແຮງງານທີ່ມີຄຸນນະພາບ ໄປຊ່ວຍບໍລິສັດຕ່າງໆທັງພາຍໃນ ແລະ ຕ່າງປະເທດຕື່ມອີກ.
ໄລຍະຜ່ານມາ ໂຄງການທີ່ພວກເຮົາໄດ້ຮັບສ່ວນໃຫຍ່ ຈະເປັນໂຄງການຂອງຕ່າງປະເທດ ແຕ່ທຸກຢ່າງແມ່ນສ້າງມາດ້ວຍຜົນງານຂອງຄົນລາວ ແລະ ເອົາໃຈໃສ່ເປັນພິເສດດ້ານຄຸນນະພາບ ເປັນຕົ້ນ ໂຄງການທິບໂກ້ (ໄທ) ຢູ່ເຂດເສັ້ນທາງ 450 ປີ ໂຮງໝໍທັນສະໄໝ ແຂວງຈຳປາສັກ (ໂອຕຣິດ) ໂຄງການຂອງຈີນຢູ່ເຂດເສັ້ນທາງ 450 ປີ ໂຄງການພັດຕະຄານເຊັນພິລາ (ສີສົມບັດ) ແລະ ໂຄງການອື່ນໆອີກ ນອກນີ້ ພວກເຮົາຍັງມີຫຼາຍໂຄງການທີ່ມີໃນແຜນ ປັດຈຸບັນ ພວກເຮົາຕ້ອງສືບຕໍ່ສ້າງບຸກຄະລາກອນໃຫ້ຫຼາຍກວ່າເກົ່າ ເພື່ອຮອງຮັບໂຄງການຕ່າງທີ່ຈະເຂົ້າມາ ເພື່ອໃຫ້ຄົນລາວໄດ້ມີໂອກາດສະແດງທ່າແຮງຂອງຕົນ ໃຫ້ຊາວຕ່າງຊາດຮັບຮູ້ວ່າ ຄົນລາວກໍສາມາດຈັດຕັ້ງປະຕິບັດໂຄງການໃຫຍ່ໆ ໄດ້ຄືກັບຕ່າງປະເທດ.
ສຳລັບພັດຕາຄານເຊັນພິລາ (ສີສົມບັດ) ພວກເຮົາໄດ້ຮັບວຽກລະບົບໄຟຟ້າ ຕິດຕັ້ງເຄື່ອງສຽງ ດອກໄຟ ໝໍ້ແປງ ແລະ ວຽກອື່ນໆທີ່ກ່ຽວກັບລະບົບໄຟຟ້າ ໄດ້ຈັດຕັ້ງປະຕິບັດແຕ່ເດືອນເມສາ 2019 ເປັນຕົ້ນມາ ປັດຈຸບັນໜ້າວຽກຄືບໜ້າຫຼາຍກວ່າ 80% ຄາດວ່າຈະໃຫ້ສຳເລັດກ່ອນເດືອນຕຸລາ 2020 ຜ່ານການປະຕິບັດຕົວຈິງແມ່ນພົບຂໍ້ຫຍຸ້ງຍາກຫຼາຍດ້ານ ເນື່ອງຈາກເປັນໂຄງການໃຫຍ່ ວຽກມີຄວາມຊັບຊ້ອນ ເຊິ່ງຕ້ອງໄດ້ຖອດຖອນບົດຮຽນຈາກຈຸດນີ້ໃຫ້ຫຼາຍຂຶ້ນ ເພື່ອພັດທະນາຕົນເອງໃນຕໍ່ໜ້າ.
# ຂ່າວ & ພາບ : ສະບາໄພ