ຫົວໜ້າ ສກຂ ຫຼວງພະບາງ ຮັບການແຕ່ງຕັ້ງເປັນທີ່ປຶກສາ ສູນຄົ້ນຄວ້າວິທະຍາສາດອາຊີຕາວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ

    ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ຮັບກຽດແຕ່ງຕັ້ງເປັນທີ່ປຶກສາຂອງສູນຄົ້ນຄວ້າວິທະຍາສາດອາຊີຕາວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ສປ ຈີນ.

    ໃນລະຫວ່າງວັນທີ 27 ພຶດສະພາ ຫາ 1 ມິຖຸນາ 2023 ຜ່ານມາ ທ່ານ ປອ ວົງເພັດ ອຸດົມລິດ ສະມາຊິກສະພາແຫ່ງຊາດ ຫົວໜ້າພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ພ້ອມດ້ວຍຄະນະ ໄດ້ເດີນທາງໄປພົບປະແລກປ່ຽນບົດຮຽນທາງດ້ານວິຊາການນຳສູນການສຶກສາຄົ້ນຄວ້າ ອາຊີຕາເວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ວິທະຍາໄລ ວິຊາຊີບ ອາຊີວະສຶກສາທາງລົດໄຟ ເມືອງກວາງໂຈວ ແລະ ວິທະຍາໄລ ວິຊາຊີບ ຄົມມະນາຄົມຂົນສົ່ງ ຢຸນນານ ສປ ຈີນ ໂດຍໃຫ້ກຽດຕ້ອນຮັບຂອງຜູ້ອຳນວຍການ ຮອງຜູ້ອຳນວຍການ ພ້ອມດ້ວຍຄະນະຂອງແຕ່ລະພາກສ່ວນ ມີຮອງຫົວໜ້າພະແນກສຶກສາທິການ ແລະ ກີລາແຂວງ ຫົວໜ້າຂະແໜງ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງ ເຂົ້າຮ່ວມ.

    ການພົບປະໃນຄັ້ງນີ້ ເພື່ອເປັນການຜັນຂະຫຍາຍສາຍພົວພັນຮ່ວມມືມິດຕະພາບອັນດີງາມລະຫວ່າງພາກສ່ວນດັ່ງກ່າວ ກໍຄື ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ມະຫາວິທະຍາໄລ ແລະ ວິທະຍາໄລ ວິຊາຊີບຂອງ ສປ ຈີນ ແລະ ເປັນການປະຕິບັດຕາມການເຊື້ອເຊີນຂອງມະຫາວິທະຍາໄລ ວິທະຍາໄລ ວິຊາຊີບດັ່ງກ່າວ ແນໃສ່ເສີມຂະຫຍາຍ ແລະ ສ້າງສາຍພົວພັນຮ່ວມມືມິດຕະພາບລະຫວ່າງພາກສ່ວນດັ່ງກ່າວ ກໍຄື ສອງພັກ ສອງລັດ ໂດຍສະເພາະ ສູນການສຶກສາຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ມະຫາວິທະຍາໄລ ຈີນໃຕ້ ຫົວໜານ ວິທະຍາໄລ ວິຊາຊີບ ອາຊີວະສຶກສາທາງລົດໄຟ ເມືອງກວາງໂຈວ ແລະ ວິທະຍາໄລ ວິຊາຊີບ ຄົມມະນາຄົມຂົນສົ່ງ ຢຸນນານ ສປ ຈີນ ໃຫ້ນັບມື້ແໜ້ນແຟ້ນຍິ່ງໆຂຶ້ນ ພ້ອມທັງເປັນການສ້າງບຸກຄະລາກອນຮ່ວມກັນໃຫ້ມີຄວາມຮູ້ຄວາມສາມາດທາງດ້ານພາສາ ວິຊາຊີບໃຫ້ນັບມື້ຂະຫຍາຍຕົວ.

    ໂອກາດດັ່ງກ່າວ ຄະນະຜູ້ແທນຂອງພາກສ່ວນດັ່ງກ່າວ ໄດ້ປຶກສາຫາລືກ່ຽວກັບແນວທາງການພັດທະນາຊັບພະຍາກອນມະນຸດ ເວົ້າລວມ ເວົ້າສະເພາະແມ່ນ ການຮ່ວມມືສ້າງບຸກຄະລາກອນໃຫ້ມີຄວາມຮູ້ຄວາມສາມາດ ແລະ ມີຄຸນນະພາບ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໃນປັດຈຸບັນ ພ້ອມກັນນັ້ນ ແຕ່ລະພາກສ່ວນຍັງໄດ້ໃຫ້ຄຳໝັ້ນສັນຍາຕໍ່ກັນວ່າ: ຈະໃຫ້ການຮ່ວມມື ແລະ ສະ  ໜອງທຶນການສຶກສາໃຫ້ແກ່ພະນັກງານ ແລະ ນັກຮຽນລາວໃນການສຶກສາຮໍ່າຮຽນ ເຝິກອົບຮົມ ແລະ ຍົກລະດັບຢູ່ ສປ ຈີນ ການຮ່ວມມືໃນຄັ້ງນີ້ ຈະເປັນການສ້າງເຄືອຂ່າຍໃນການພັດທະນາສາຍວິຊາຊີບຢູ່ຫຼວງພະບາງ ໂດຍສະເພາະແມ່ນໂຮງຮຽນເຕັກນິກວິຊາຊີບແບບປະສົມນໍ້າບາກ ນອກຈາກນີ້ ຄະນະຜູ້ແທນຍັງໄດ້ຮ່ວມກັນປຶກສາຫາລືກ່ຽວກັບແຜນການຮ່ວມມືໃນອະນາຄົດ.

    ພ້ອມກັນນີ້ ພະແນກສຶກສາທິການ ແລະ ກີລາ ແຂວງຫຼວງພະບາງ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈຮ່ວມກັບວິທະຍາໄລວິຊາຊີບຄົມມະນາຄົມຂົນສົ່ງຢຸນນານ ແລະ ພິເສດ ສໍາລັບການຢ້ຽມຢາມ-ພົບປະໃນຄັ້ງນີ້ ທ່ານ ປອ ວົງເພັດ ອຸດົມລິດ ຍັງໄດ້ຮັບກຽດແຕ່ງຕັ້ງໃຫ້ເປັນທີ່ປຶກສາຂອງສູນການສຶກສາຄົ້ນຄວ້າອາຊີຕາເວັນອອກສຽງໃຕ້ ທີ່ມະຫາວິທະຍາໄລຈີນໃຕ້ຫົວໜານ ເຊິ່ງເປັນສູນການຄົ້ນຄວ້າໃນລະດັບພາກພື້ນ ແລະ ສາກົນ ທີ່ໄດ້ຮັບການຮັບຮອງຈາກກະຊວງສຶກສາທິການ ສປ ຈີນ.

error: Content is protected !!