ລົງເລິກການຮ່ວມມື ໃນຫຼາຍດ້ານ ເພື່ອການພັດທະນາກະສິກຳລະຫວ່າງປະເທດ

ໃນວັນທີ 6 ມິຖຸນາ 2023 ກົມປຸກຝັງ ກະຊວງກະສິກຳ ແລະ ປ່າໄມ້ ສປປ ລາວ ສູນວິໄຈພັນພືດເຂດ ຮ້ອນອາຊີໃຕ້ ຂອງສະຖາບັນວິທະຍາສາດກະສິກຳເຂດຮ້ອນແຫ່ງ ສປ ຈີນ ແລະ ບໍລິສັດ ເສສວນຢາງກວ່າງເຈ່ຍລັນ ພັດທະນາກະສິກຳ ຍຸກສະໄໝໃໝ່ ຈໍາກັດ ໄດ້ປືກສາຫາລືກັບຝ່າຍຈີນຢູ່ທີ່ສະຖາບັນວິທະຍາສາດ ກະ ສິກຳເຂດຮ້ອນແຫ່ງ ສປ ຈີນ ກ່ຽວກັບການຊ່ວຍພັດທະນາຄວາມທັນສະໄໝທາງດ້ານກະສິກໍາໃຫ້ແກ່ ປະເທດ ລາວ ທີ່ລະບຸໄວ້ໃນບົດບັນທຶກຄວາມເຂົ້າໃຈການຮ່ວມມືດ້ານເຕັກໂນໂລຊີການກະສິກຳ (MOU) ທີ່ໄດ້ລົງນາມ ໃນເດືອນມີນາ ປີ 2023.

ໃນກອງປະຊຸມ ທຸກຝ່າຍໄດ້ຜ່ານການຄົ້ນຄວ້າ ແລະ ປຶກສາຫາລື ເຫັນດີກໍານົດເອົາການນຳເຂົ້າເຕັກໂນ ໂລຊີດ້ານກະສິກຳທີ່ທັນສະໄໝ ແລະ ປະສົບການການບໍລິຫານຄຸ້ມຄອງວິສາຫະກິດ ໂດຍນໍາໃຊ້ທ່າແຮງດ້ານ ຊັບພະຍາກອນທຳມະຊາດທາງກະສິກຳຂອງລາວ ສ້າງມາດຕະຖານທີ່ກ່ຽວຂ້ອງກ່ຽວກັບຕ່ອງໂສ້ອຸດສາຫະກໍາລວມຮອບດ້ານທາງດ້ານກະສິກຳເຂດຮ້ອນ ສ້າງເວທີການຄ້າຂ້າມແດນ ສຳລັບສິນຄ້າກະສິກຳ ແລະ ສົ່ງເສີມ ການພັດທະນາແບບດີຈີຕອນທາງດ້ານກະສິກຳເຂດຮ້ອນລະຫວ່າງ ຈີນ-ລາວ ຊຸກຍູ້ການຮ່ວມມືດ້ານກະສິກຳ ລະຫວ່າງ ຈີນ-ລາວ ການຮ່ວມມື ວິສາຫະກິດການຄ້າ ຊ່ວຍຜັກດັນທິດທາງການພັດທະນາກະສິກຳ ແລະ ການຄ້າທາງສິນຄ້າກະສິກຳ ລະຫວ່າງ ຈີນ-ລາວ ອອກສູ່ສາກົນ ນອກຈາກນັ້ນ ພາຍໃຕ້ຫຼັກການບົນພື້ນຖານ ການຮ່ວມກັນປຶກສາຫາລື ຮ່ວມກັນສ້າງ ແລະ ຮ່ວມກັນແບ່ງປັນ ອີງຕາມສັນຍາການຮ່ວມມືດ້ານເຕັກໂນໂລຊີ ການກະສິກຳ (MOU) ໄດ້ກໍານົດການປະຕິບັດງານ ໂຄງການຄົ້ນຄວ້າວິໄຈດ້ານກະສິກຳ ນະວັດຕະກຳເຕັກໂນ ໂລຊີເຄື່ອງກົນຈັກການກະເສດໃໝ່ ການສ້າງແນວພັນ ຄຸນນະພາບພືດເຂດຮ້ອນ ສ້າງເຂດພື້ນທີ່ສາທິດເພາະ ປູກພືດເຂດຮ້ອນ ສ້າງສູນເຝິກອົບຮົມບຸກຄະລາກອນທາງດ້ານກະສິກໍາຂອງລາວ ແລະ ສ້າງລະບົບມາດຕະ ຖານແບບບູລະນາການ ໃນການກວດສອບ ແລະ ຮັບຮອງແບບຕອງໂສ້ອຸດສາຫະກຳຮອບດ້ານກະສິກຳເຂດ ຮ້ອນ ແລະ ແຜນການ-ເປົ້າໝາຍການຮ່ວມມືຂອງສາມຝ່າຍ.

ສາມຝ່າຍໄດ້ກ່າວ ວ່າ: ຈະປະຕິບັດຕາມຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ” ຍຶດໝັ້ນໃນ ການຮ່ວມມືຢ່າງ ສັນຕິ ເປີດກວ້າງ ຮຽນຮູ້ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ ມີຜົນປະໂຫຍດຮ່ວມກັນ ແບບຕ່າງຝ່າຍຕ່າງໄດ້ຮັບໄຊຊະນະ ຍຶດໝັ້ນແນວຄິດພັດທະນາແບບສີຂຽວ ຄວ້າໂອກາດໃນການດໍາເນີນງານ RCEP ແລະ ຂັບ ເຄື່ອນດ້ວຍນະວັດຕະກໍາໃໝ່ ຖືເອົາບໍລິສັດ ຢາງກວ່າງເຈ່ຍລັນ (ລາວ) ສວນອຸດສາຫະກໍາພັດທະນາກະສິກໍາລະ ບົບນິເວດ ເປັນແກນກາງໃນການຈັດຕັ້ງດໍາເນີນງານຕາມເນື້ອໃນສັນຍາການຮ່ວມມືດ້ານເຕັກໂນໂລຊີການກະສິ ກຳ (MOU) ຍົກສູງຄຸນນະພາບ ເພື່ອໃຫ້ບັນລຸແຜນເປົ້າໝາຍຕ່າງໆຕາມທີ່ກ່າວຂ້າງເທິງ ນໍາໃຊ້ພູມປັນຍາຂອງ ຈີນ ຊ່ວຍຊຸກຍູ້ການພັດທະນາ ແລະ ປະດິດສ້າງໃໝ່ໃຫ້ແກ່ກະສິກຳ ຈີນ-ລາວ ຮ່ວມສົ່ງເສີມ ປົກປັກຮັກສາລະ ບົບນິເວດ ແລະ ເສດຖະກິດພາກພື້ນ ສົ່ງເສີມການພັດທະນານະວັດຕະກໍາແບບສີຂຽວ ແລະ ຄວາມທັນສະໄໝ ຂອງ ຈີນ-ລາວ ໃນດ້ານເຕັກໂນໂລຊີກະສິກຳ ການລົງທຶນດ້ານກະສິກຳ ການຄ້າດ້ານກະສິກໍາ ແລະ ອຸດສາ ຫະກຳກະສິກຳຢ່າງຈິງຈັງ ເພື່ອອຸທິດຜົນງານ ແລະ ສ້າງປະຊາຄົມຄູ່ຮ່ວມຊາຕາກໍາມວນມະນຸດໂລກ ບົນພື້ນ ຖານຂອງຂໍ້ລິເລີ່ມ “ໜຶ່ງແລວ ໜຶ່ງເສັ້ນທາງ”.

error: Content is protected !!