ໂຄງການຊົນລະປະທານຕົວແບບນໍ້າກະຕະ ເມືອງບົວລະພາ ແຂວງຄຳມ່ວນ ເປັນຊົນລະປະທານປະເພດນໍ້າໄຫຼເອງ ຫົວງານ ເປັນຝາຍນໍ້າລົ້ນ ໄດ້ກໍ່ສ້າງສຳເລັດ ແລະ ຈັດພິທີມອບເປັນທາງການ ໂດຍຈະສາມາດສະໜອງນ້ຳເຂົ້າໃນການຜະລິດນາປີ ແລະ ນາແຊງ ທີ່ນອນຢູ່ໃນບ້ານນາສົມບູນ ທ່າແຮ່ ແລະ ບ້ານປ່າກ້ວຍໃຕ້ ໄດ້ກວ່າ 100 ເຮັກຕາ.

ໂຄງການດັ່ງກ່າວແມ່ນນອນໃນແຜນການພັດທະນາຂອງຂະແໜງການກະສິກຳ ແລະ ປ່າໄມ້ຂອງແຂວງຄຳມ່ວນ ກໍຄື ສູນ ກາງ ເພື່ອພັດທະນາໂຄງການ ສຳລັບການຄໍ້າປະກັນທາງດ້ານສະບຽງອາຫານ ແລະ ຫຼຸດຜ່ອນຄວາມທຸກຍາກຂອງປະຊາ ຊົນບັນດາເຜົ່າ ເຊິ່ງໂຄງການດັ່ງກ່າວໄດ້ຮັບການຊ່ວຍເຫຼືອ ແລະ ສະໜັບສະໜູນ ຈາກອົງການເພື່ອການພັດທະນາຝຣັ່ງ (AFD) ໂດຍໄດ້ເລີ່ມຈັດຕັ້ງປະຕິບັດແຕ່ທ້າຍປີ 2017 ແລະ ມາຮອດປີ 2023 ໂຄງການໄດ້ຈັດຕັ້ງປະຕິບັດສຳເລັດ ແລະ ບັນລຸຕາມຈຸດປະສົງຄາດໝາຍຂອງໂຄງການທີ່ວາງໄວ້.

ໂຄງການນີ້ປະກອບມີ 2 ປະຕູປ່ອຍນໍ້າ ຊ້າຍ ແລະ ຂວາ ມີຄອງຫຼັກ2 ຄອງ ຍາວ 3.295 ແມັດ ແລະ ຄອງຍ່ອຍ 13 ຄອງ ຍາວ 5.016 ແມັດ ສາມາດສະໜອງນໍ້າຫົດເນື້ອທີ່ທຳການຜະລິດໄດ້ 100 ກວ່າເຮັກຕາ ແລະ ລະດູແລ້ງສາມາດສະໜອງນໍ້າໄດ້ປະ ມານ 35-70 ເຮັກຕາ ໂດຍກວມເອົາ 3 ບ້ານຄື: ບ້ານນາສົມບູນ ທ່າແຮ່ ແລະ ບ້ານປ່າກ້ວຍໃຕ້ ລວມມີ 375 ຄອບຄົວທີ່ຈະໄດ້ ຮັບຜົນປະໂຫຍດ ມີມູນຄ່າການກໍ່ສ້າງທັງໝົດ 4,8 ລ້ານເອີໂຣ ໂດຍໃຫ້ການສະໜັບສະໜູນຈາກ ອົງການພັດທະນາ ປະ ເທດຝຣັ່ງ 4,5 ລ້ານເອີໂຣ ການປະກອບສ່ວນຈາກລັດຖະບານລາວ 200.000 ເອີໂຣ ແລະ ການປະກອບສ່ວນຂອງຜູ້ໄດ້ຮັບ ຜົນປະໂຫຍດ 100.000 ເອີໂຣ.

ສຳລັບພິທີມອບ-ຮັບໂຄງການເປັນທາງການ ໄດ້ຈັດຂຶ້ນໃນວັນທີ 7 ມິຖຸນາ ຜ່ານມາ ທີ່ບ້ານນາສົມບູນ ໂດຍມີ ທ່ານ ທອງພັດ ວົງມະນີ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ທ່ານ ສົມສະອາດ ອຸ່ນສີດາ ຮອງເຈົ້າແຂວງຄຳມ່ວນ ທ່ານ ນາງ ຊິວ ແລງ ຈູ ເອກອັກຄະລັດຖະທູດ ຝຣັ່ງ ປະຈຳລາວ ຕາງໜ້າອົງການເພື່ອການພັດທະນາ ຝຣັ່ງ (AFD) ພ້ອມດ້ວຍພາກສ່ວນ ທີ່ກ່ຽວຂ້ອງຈາກຂັ້ນສູນກາງ ແຂວງ ເມືອງ ແລະ ປະຊາຊົນເຂົ້າຮ່ວມ.