ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດຊຸດທີ VIII ໄດ້ດຳເນີນມາເປັນມື້ທີ 6 ໃນວັນທີ 1 ກໍລະກົດ 2020 ທີ່ສະພາແຫ່ງຊາດ (ຫຼັກ 6) ເປັນປະທານຂອງທ່ານ ບຸນປອນ ບຸດຕະນະວົງ ຮອງປະທານສະພາແຫ່ງຊາດ ມີທ່ານ ສົມມາດ ພົນເສນາ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍສະມາຊິກສະພາໃນແຕ່ລະເຂດເລືອກຕັ້ງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ສົມມາດ ພົນເສນາ ໄດ້ຂຶ້ນຜ່ານຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ (ສະບັບປີ 2017) ແລະ ພັດທະນາທີ່ດິນບໍລິເວນນ້ຳ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ( ສະບັບປີ 2012) ເພື່ອໃຫ້ສອດຄ່ອງກັບກົດໝາຍທີ່ດິນສະບັບປັບປຸງ.
ສຳລັບຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ສະເໜີໃຫ້ປັບປຸງມາດຕາ 34 ທີ່ດິນບໍລິເວນນ້ຳ ມາດຕາ 35 ການນຳໃຊ້ ການປົກປັກຮັກສາ ແລະ ພັດທະນາທີ່ດິນບໍລິເວນນ້ຳ ສ່ວນກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ປັບປຸງມາດຕາ 18 ໃຫ້ສ້າງແຜນຄຸ້ມຄອງສິ່ງແວດລ້ອມແບບຮອບດ້ານ ມາດຕາ 19 ການປະເມີນສິ່ງແວດລ້ອມແບບຍຸດທະສາດ.

ພາຍຫຼັງຮັບຟັງການຜ່ານຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕະການດັ່ງກ່າວ ບັນດາສະມາຊິກສະພາແຫ່ງຊາດໄດ້ພ້ອມກັນປະກອບຄຳຄິດເຫັນຢ່າງກົງໄປກົງມາ ເພື່ອໃຫ້ 2 ຮ່າງກົດໝາຍສະບັບດັ່ງກ່າວມີເນື້ອໃນທີ່ຄົບຖ້ວນ ສົມບູນ ແລະ ສອດຄ່ອງກັບກົດໝາຍວ່າດ້ວຍທີ່ດິນ ເຊິ່ງຜ່ານການປະກອບຄຳເຫັນ ບັນດາສະມາຊິກສະພາໄດ້ເຫັນດີເປັນເອກະພາບຮັບຮອງເອົາຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍນ້ຳ ແລະ ຊັບພະຍາກອນນ້ຳ ແລະ ກົດໝາຍວ່າດ້ວຍການປົກປັກຮັກສາສິ່ງແວດລ້ອມ ດ້ວຍຄະແນນສຽງສ່ວນຫຼາຍ.
# ຂ່າວ & ພາບ: ເພັດສະໝອນ