USAID ຊ່ວຍ​ໃຫ້​ການເຫຼືອ​ອຸ​ປະ​ກອບເກັບຮັກສາວັກຊີນ ແລະ ດ້ານສາທາລະນະສຸກອື່ນໆ

ວັນທີ 7 ມິຖຸນາ 2023 ສະຫະລັດອາເມລິກາ ໂດຍຜ່ານ ອົງການ USAID ໄດ້ມອບອຸປະກອນລະບົບຄວາມເຢັນເພື່ອເກັບ ຮັກສາວັກຊີນ (cold chain) ແລະ ອຸປະກອນໄອທີ ໃຫ້ແກ່ ກະຊວງສາທາລະນະສຸກແຫ່ງ ສປປ ລາວ ເຊິ່ງເປັນ​ຂີດໝາຍ ອັນສຳຄັນໃນການຮ່ວມມື ລະຫວ່າງ ທັງສອງປະເທດ ໃນວຽກງານສັກວັກຊີນກັນພະຍາດ ໂຄວິດ-19 ແລະ ດ້ານສາທາລະ ນະສຸກ.

ເຖິງວ່າ ກໍລະນີຜູ້ຕິດເຊື້ອ ໂຄວິດ-19 ໃນ ສປປ ລາວ ໄດ້ຫຼຸດລົງກໍ່ຕາມ ພະຍາດດັ່ງກ່າວ ຍັງເປັນໄພຄຸກຄາມດ້ານສາທາລະນະ ສຸກ ເເລະ ຕໍ່ການດໍາລົງຊີວິດຂອງປະຊາຊົນ ແລະ ການພັດທະນາດ້ານ ເສດຖະກິດ-ສັງຄົມ ຂອງປະເທດ  ນອກນັ້ນ ຄວາມ ເປັນໄປໄດ້ນັ້ນຂອງການເເພ່ລະບາດຢ່າງຮາຍເເຮງອີກຄັ້ງຂອງພະຍາດ ໂຄວິດ-19 ນັ້ນຍັງເປັນສາຍເຫດທີ່ ສປປ ລາວ ຕ້ອງ ເພີ່ມທະວີຄວາມສາມາດ ໃນການຈັດເກັບວັກຊີນ ແລະ ການສັກວັກຊີນໃຫ້ແກ່ປະຊາຊົນ ຢ່າງມີປະສິດທິພາບ.
ທ່ານ ດຣ ບັນດິດ ຊຸມພົນພັກດີ ຫົວຫນ້າສູນ ຮັກສາສຸຂະພາບ ແມ່ ແລະ ເດັກ ໄດ້ກ່າວວ່າ: “ສປປ ລາວ ຍັງໃຫ້ຄວາມສໍາຄັນ ສູງ ຕໍ່ການເຝົ້າລະວັງ ແລະ ເສີມສ້າງຄວາມເຂັ້ມແຂງ ໃນການຮັບມືກັບ ໂຄວິດ-19 ເເລະ ບັນຫາສາທາລະນະສຸກອື່ນໆ​ຂອງ ປະເທດ ດ້ວຍເຫດນີ້ ລັດຖະບານ ແຫ່ງ ສປປ ລາວ ຈຶ່ງໃຫ້ຄວາມສໍາຄັນສູງ ຕໍ່ການສະໜັບສະໜູນ ຈາກ ໂອງການ USAID ໃນຄັ້ງນີ້ ແລະ ພວກເຮົາກໍຂໍຂອບໃຈ ອົງການຢູນິເຊັບ ເຊັ່ນດຽວກັນ ທີ່ໄດ້ໃຫ້ການສະໜັບສະໜູນນຢ່າງຕໍ່ເນື່ອງໃນວຽກງານ ສັກວັກຊີນຂອງ ສປປ ລາວ ຕະຫຼອດໄລຍະຜ່ານມາ.

ອຸປະກອນລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ທີ່ສະໜອງໂດຍ ອົງການ USAID ປະກອບມີ: ຕູ້ເຢັນ 150 ໜ່ວຍ ແລະ ຕູ້ແຊ່ແຂງ 50 ໜ່ວຍ ເພື່ອບັນຈຸວັກຊີນ ເຊິ່ງຈະຖືກແຈກຢາຍໄປຍັງ ສຸກສາລາ ແລະ ສາງເຢັນເກັບວັກຊີນ ໃນທົ່ວປະເທດ ອຸປະກອນເຫຼົ່ານີ້ ຈະເສີມຂະຫຍາຍຄວາມສາມາດໃນການຈັດເກັບວັກຊີນຂອງ ສປປ ລາວ ແລະ ເຮັດໃຫ້ສາ ມາດເກັບຮັກ ສາທັ້ງ ວັກຊີນກັນພະຍາດ ໂຄວິດ-19 ແລະ ວັກຊີນອື່ນໆໄດ້ຢ່າງປອດໄພ ນອກຈາກນັ້ນ ອົງການ USAID ຍັງໄດ້ມອບ ແທັບ ເລັດ ຈໍານວນ 400 ເຄື່ອງ ແລະ ໂນດບຸກ ຈໍານວນ 70 ເຄື່ອງ ໃຫ້ແກ່ ກະຊວງສາທາລະນະສຸກ ເຊິ່ງຈະຄວາມ​ສະ​ດວກ​ໃຫ້ພະ ນັກງານສາທາລະນະສຸກ ໃນການເກັບກຳ ແລະ ລາຍງານຂໍ້ມູນກ່ຽວກັບການສັກວັກຊີນກັນພະຍາດ ແລະ ວຽກງານສາທາ ລະນະສຸກອື່ນໆ ພ້ອມທັງອຳນວຍຄວາມສະດວກໃນການເຂົ້າເຖິງ ລັກສູດການຮຽນຮູ້ທາງດີຈີຕອລຕ່າງໆ ເພື່ອພັດທະນາ ຄວາມສາມາດຂອງພະນັກງານສາທາລະນະສຸກ ການປະກອບສ່ວນອຸປະກອນໃນຄັ້ງນີ້ຈາກອົງການ USAID ມີມູນຄ່າທັ້ງ ມົດຢູ່ 400.000 ໂດລາ ເເລະ ໄດ້ຖືກຈັດຊື້ຜ່ານການສະໜັບສະໜູນ ອົງການຢູນິເຊັບ.
ໃນລະຫວ່າງພິທີມອບຮັບ ທ່ານ ດຣ Kevin Smith ຮອງຜູ້ຕາງໜ້າອົງການ USAID ປະຈໍາ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງ ສປປ ລາວ ແລະ ສະຫະລັດອາເມລິກາ ທ່ານໄດ້ກ່າວວ່າ:  “ອົງການUSAID ມີຄວາມ ພາກພູມໃຈເປັນຢ່າງຍິ່ງ ທີ່ໄດ້ຮ່ວມມືກັບ ລັດຖະບານ ແຫ່ງ ສປປ ລາວ ແລະ ການປະກອບສ່ວນອຸປະກອນໃນຄັ້ງນີ້ ສະແດງ ໃຫ້ເຫັນເຖິງ ການຮ່ວມມືທີ່ເຂັ້ມແຂງ ລະຫວ່າງທັງສອງປະເທດຂອງພວກເຮົາ ພວກເຮົາຫວັງວ່າອຸປະກອນເຫຼົ່ານີ້ ຈະມີບົດ ບາດອັນສໍາຄັນ ໃນການຊ່ວຍເສີມສ້າງຄວາມສາມາດ ຂອງ ສປປ ລາວ ໃນການຈັດເກັບວັກຊີນຈຳນວນຫຼາຍຂຶ້ນ ເສີມສ້າງ ຄວາມເຂັ້ມເເຂງຂອງລະບົບຄວາມເຢັນເພື່ອເກັບຮັກສາວັກຊີນ ເເລະ ປັບປຸງການປ້ອນຂໍ້ມູນ ແລະ ການຕິດຕາມວຽກງານ ສັກວັກຊີນ ແລະ ການທີ່ພວກເຮົາສາມາດສະໜອງວັກຊີນໃນຂັ້ນແຂວງ ເມືອງ ແລະ ສຸກສາລາ ນັ້ນຈະຊ່ວຍຮັບປະກັນວ່າປະ ຊາກອນທີ່ມີຄວາມສ່ຽງທີ່ສຸດ ແລະ ປະຊາຊົນໃນເຂດທີ່ເຂົ້າເຖິງຍາກທີ່ສຸດນັ້ນສາມາດເຂົ້າເຖິງວັກຊີນໄດ້.
 
 
error: Content is protected !!