ຄະນະນັກຮຽນລາວ ສືບຕໍ່ຮ່ວມກິດຈະກໍາ ທີ່ໂຮງຮຽນປະຖົມເຂດພັດທະນາເສດຖະກິດ ແລະ ທ່ຽວຊົມສະຖານທີ່ເປັນປະຫວັດສາດສຳຄັນນະຄອນຊີອານ

    ໃນວັນທີ 1 ມິຖຸນາ 2023 ຜ່ານມາຄະນະນັກຮຽນລາວ ພ້ອມດ້ວຍຄະນະນຳກວ່າ 100 ຄົນ ໄດ້ສືບຕໍ່ເຄື່ອນໄຫວຮ່ວມກິດຈະກຳ ແລະ ທ່ຽວຊົມເມືອງ ທີ່ເປັນປະຫວັດສາດເກົ່າແກ່ຫຼາຍພັນປີຂອງ ສປ ຈີນ ທີ່ນະຄອນຊີອານ ແຂວງຊານຊີ ເຊິ່ງໄດ້ຮັບການຕ້ອນຮັບຢ່າງອົບອຸ່ນຈາກທ່ານ ຈູ່ຈື່ເຊີງ ປະທານສະຫະພັນການກຸສົນນະຄອນຊີອານ ພ້ອມດ້ວຍຄະນະ ແລະ ອາສາສະໝັກຈີນ ຈຳນວນໜຶ່ງ.

    ທີ່ໂຮງຮຽນປະຖົມເຂດພັດທະນາເສດຖະກິດຊີອານ ໂດຍເປັນກຽດຕ້ອນຮັບຂອງ ທ່ານ ນາງ ຫຼີ້ຈິງ  ຮອງເລຂາພັກນະຄອນຊີອານ ແລະ ທ່ານ ຫຼີ້ຈ້ຽນຫົວ ຜູ້ອໍານວຍການໂຮງຮຽນດັ່ງກ່າວ ຄະນະນັກຮຽນລາວ ໄດ້ເຂົ້າຮ່ວມກິດຈະກໍາຮ່ວມກັບນັກຮຽນຈີນ ໃນການສະແດງສິລະປະ ແລະ ແລກປ່ຽນວັດທະນະທໍາ ເຊິ່ງກັນ ແລະ ກັນ ລວມທັງກິດຈະກຳອື່ນໆອີກ.

    ນອກຈາກນີ້ ໃນວັນທີ 2-3 ມິຖຸນາ 2023 ຜ່ານມາ ຂະບວນນັກຮຽນລາວດັ່ງກ່າວ ຍັງໄດ້ເຂົ້າຢ້ຽມຊົມຫໍພິພິທະພັນສຸສານທະຫານຈີນຊີຮ່ອງເຕ້ ຊຶ່ງເປັນພິພິທະພັນເກົ່າແກ່ມີປະຫວັດສາດມາຫຼາຍພັນປີ, ໄດ້ຮ່ວມກິດຈະກຳປັ້ນຫຸ່ນທະຫານດ້ວຍດິນໜຽວ ແລະ ຢ້ຽມຊົມຫໍພິພິທະພັນຊີອານ ພ້ອມທັງເລາະຊົມກຳແພງເມືອງຊີອານ ເພື່ອຮຽນຮູ້ປະຫວັດຄວາມເປັນມາຂອງແຕ່ລະສະຖານທີ່.     ສໍາລັບກິດຈະກໍາດັ່ງກ່າວ ທີ່ໄດ້ດໍາເນີນມາແຕ່ວັນທີ 23 ພຶດສະພາ 2023 ຈະສິ້ນສຸດລົງໃນວັນທີ 7 ມິຖຸນາ 2023 ທັງນີ້ກໍເພື່ອເປັນການຮັດແໜ້ນ ສາຍພົວພັນທາງການທູດ ແລະ ການຮ່ວມມືຂອງສອງພັກ-ສອງລັດ ແລະ ປະຊາຊົນ ສອງຊາດລາວ-ຈີນ ພາຍໃຕ້ໂຄງການ ໜຶ່ງແລວ ໜຶ່ງເສັ້ນທາງ “One Belt One Road”  ສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດຂອງ ສປ ຈີນ. ນອກຈາກນັ້ນ, ຄະນະຮັບຜິດຊອບ ແລະ ຄູອາຈານນໍາພາ ກໍຈະໄດ້ຮຽນຮູ້ບົດຮຽນໃນການສ້າງສາພັດທະນາປະເທດຊາດຂອງ ສປ ຈີນ ໃນແຕ່ລະໄລຍະ ພ້ອມທັງແລກປ່ຽນບົດຮຽນ ແລະ ປະສົບການໃນພັດທະນາຊັບພະຍາກອນມະນຸດ ເພື່ອນໍາໄປໝູນໃຊ້ເຂົ້າໃນວຽກງານຂອງຕົນໃຫ້ມີມີຄຸນນະພາບ ແລະ ປະສິດທິພາບ.

error: Content is protected !!