ເປີດການສໍາພາດຮ່ວມກັນ “ໜຶ່ງແລວ ໜຶ່ງເສັ້ນທາງ”ຂອງສື່ມວນຊົນຈີນ ແລະ ສື່ມວນຊົນລາວ

ພິທີເປີດການສໍາພາດຮ່ວມກັນ “ໜຶ່ງແລວ ໜຶ່ງເສັ້ນທາງ” ຂອງໜັງສືພິມປະຊາຊົນລາຍວັນຈີນ ແລະ ສື່ມວນຊົນລາວ ຈັດຂຶ້ນວັນທີ 6 ມິຖຸນາ 2023 ທີ່ເຂດພັດທະນາກວມລວມໄຊເສດຖາ ໃຫ້ກຽດເຂົ້າຮ່ວມມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມດ້ວຍທ່ານ ສະຫວັນຄອນ ຣາຊມຸນຕີ ປະທານສະມາຄົມນັກຂ່າວແຫ່ງ ສປປລ ລາວ ຕະຫຼອດຮອດບັນນາທິການສື່ມວນຊົນອ້ອຍຂ້າງສູນກາງ ແລະ ນັກຂ່າວທັງສອງປະເທດເຂົ້າຮ່ວມ.

ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທີການໃຫຍ່ໜັງສືພີມປະຊາຊົນ ໄດ້ໃຫ້ການສຳພາດວ່າ: ໃນໄລຍະ 10 ປີຜ່ານມາ ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ໄດ້ສ້າງໂອກາດ ແລະ ຜົນປະໂຫຍດຢ່າງໃຫຍ່ຫລວງໃຫ້ແກ່ປະເທດຕ່າງໆໃນໂລກ ທັງສ້າງສາຍພົວພັນຄູ່ຮ່ວມມື ທີ່ໃກ້ຊິດກວ່າເກົ່າ ຍຶດໝັ້ນການເດີນຕາມເສັ້ນທາງທີ່ສາມັກຄີ ແລະ ຮ່ວມກັນ ເຊື່ອມຈອດກັນ ແລະ ພັດທະນາຮ່ວມກັນ ຊຸກຍູ້ການສ້າງປະຊາຄົມຮ່ວມຊາຕາກຳຂອງມວນມະນຸດທັງໝົດນີ້ ກໍເພື່ອຮັບປະກັນຜົນປະໂຫຍດຂອງຊາດ ກໍຄື ການພົວພັນລະຫວ່າງສອງຊາດ ລາວ-ຈີນ ໃຫ້ປະສົບຜົນສຳເລັດໃນທຸກໆດ້ານຢ່າງຈົບງາມ ໃນນາມສື່ມວນຊົນ ກໍຄື ໜັງສືພິມປະຊາຊົນສຽງຂອງສູນກາງພັກ ໃນໄລຍະຜ່ານມາ ແມ່ນເຫັນດີ ແລະ ສະໜັບສະໜູນຢ່າງເຕັມທີສະແດງອອກຢູ່ບ່ອນວ່າ: ໄດ້ນຳເອົາຂໍ້ລິເລີ່ມໜຶ່ງແລ້ວໜຶ່ງເສັ້ນທາງມານຳສະເໜີອອກຂ່າວທາງໜັງສືພິມ ເຟສບຸກ ເວບໄຊ ນັບແຕ່ ສປ ຈີນ ມີການອອກນະໂຍບາຍນີ້ເປັນຕົ້ນມາ ພ້ອມທັງໄດ້ຊີ້ແຈງອະທິບາຍໃຫ້ປະຊາຊົນລາວຮັບຮູ້ ແລະ ເຂົ້າໃຈຢ່າງກວ້າງຂວາງ.

ທ່ານ Ma Xiaoning ຫົວໜ້າບັນນາທິການໃຫຍ່ ໜັງສືພິມປະຊາຊົນປະຈຳວັນສາກົນແຫ່ງປະເທດຈີນກ່າວວ່າ: ຈຸດປະສົງຂອງການສໍາພາດຮ່ວມກັນໃນຄັ້ງນີ້ ເພື່ອສະແດງໃຫ້ປະຊາຊົນຈີນທົ່ວປະເທດເຫັນຮູບພາບທີ່ສວຍງາມອັນພົ້ນເດັ່ນຂອງປະເທດລາວ ແລະ ກໍ່ເປັນການສະແດງເຖິງເລື່ອງເລົ່າຕ່າງໆຂອງ ສປ ຈີນ ເພື່ອເຮັດໃຫ້ສອງຊາດລາວ-ຈີນ ສາມາດເຊື່ອມໂຍງ ແລະ ກົມກຽວໃນການພັດທະນາຕາມຄວາມມຸ່ງມາດປາຖະໜາຂອງຕົນ ເພື່ອນຳເອົາຜົນປະໂຫຍດສູງສຸດມາໃຫ້ປະຊາຊົນສອງຊາດ ພ້ອມທັງສະແດງຄວາມເຊື່ອໝັ້ນວ່າສື່ມວນຊົນລາວ-ຈີນ ຈະຄົ້ນເຫັນໃນດ້ານຂຽນຂ່າວລາຍງານກ່ຽວກັບການຮ່ວມມືແບບຄູ່ຮ່ວມຍຸດທະສາດທີ່ສຳຄັນ ແລະ ມີຄວາມໝາຍເປັນຢ່າງຍິ່ງຮອບດ້ານອັນປະເສີດລະຫວ່າງສອງປະເທດໃຫ້ຈະແຈ້ງຕື່ມ ແລະ ສາມາດເຫັນພາບໃນການດຳລົງຊີວິດການເປັນຢູ່ທີ່ມີຄວາມສຸກປະຊາຊົນສອງປະເທດໃຫ້ເປັນອັນທີ່ດຶງດູດມວນຊົນເຂົ້າອ່ານ.

ພາຍຫຼັງສໍາເລັດພິທີເປີດຢ່າງເປັນທາງການ ບັນດາສື່ມວນຊົນທັງສອງປະເທດໄດ້ຢ້ຽມຊົມເບິ່ງອ້ອມຮອບການພັດທະນາເຂດກວມລວມໄຊເສດຖາ ໂດຍສະເພາະຢ້ຽມຊົມ ແລະ ສໍາພາດການຜະລິດຂອງບໍລິສັດເປີດຕີເຄື່ອງນຸ່ງຫົ່ມລາວຈໍາກັດ ແລະ ການຜະລິດເຄື່ອງໃຊ້ຈາກໄມ້ເກດສະໜາ ຂອງບໍລິສັດເອສເຄຕື່ມອີກ. ມາຮອດປັດຈຸບັນ ມີທັງໝົດ 151 ປະເທດ 32 ອົງການຈັດຕັ້ງສາກົນ ໄດ້ລົງນາມເຊັນສັນຍາຮ່ວມມື ກັບ ສປ ຈີນ ໃນການຮ່ວມມືຄໍາເນີນຕໍ່ປະຕິບັດ “ໜຶ່ງແລວໜຶ່ງເສັ້ນທາງ ” ໃນ 10 ປີຜ່ານມາ ພາຍຫຼັງທີ່ລິເລີ່ມການລົງທຶນໂຄງການ ມາຮອດປັດຈຸບັນໄດ້ນໍາໃຊ້ງົບປະມານທັງໝົດ ພັນຕື້ໂດລາສະຫາລັດ ມີບັນດາໂຄງການຮ່ວມມືກັນທັງໝົດ 3.000 ກວ່າໂຄງການ ເຊິ່ງສາມາດສ້າງວຽກເຮັດງານທໍາພາຍໃນປະເທດໄດ້ເຖິງ 42.000 ລ້ານກວ່າຕໍາແໜ່ງ ນອກນັ້ນຍັງໄດ້ຍົກລະດັບຊີວິດການເປັນຢູ່ ແລະ ຫຼຸດພົ້ນຄວາມທຸກຍາກທັງໝົດ 40 ລ້ານຄົນ ທ້າຍປີນີ້ລັດຖະບານຈີນຈະໄດ້ຈັດຕັ້ງການຮ່ວມືສາກົນຂັ້ນສູງຄັ້ງທີ3 ຂຶ້ນ ພາຍໃຕ້ການຮ່ວມມືດໍາເນີນຂໍ້ປະຕິບັດ ໜຶ່ງແລວໜຶ່ງເສັ້ນທາງ ຕື່ມອີກ.

error: Content is protected !!