ເຈົ້າຄອງ ນວ ແລະ ລັດຖະມົນຕີກະຊວງການເງິນລົງຊຸກຍູ້ວຽກງານເກັບລາຍຮັບຢູ່ຂັ້ນຮາກຖານບ້ານ

    ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ລົງຊຸກຍູ້ຕິດຕາມການທົດລອງການນຳໃຊ້ເຄື່ອງມືທີ່ທັນສະໄໝໃນການຈັດຕັ້ງປະຕິບັດຄຸ້ມຄອງຕິດຕາມ ແລະ ເກັບລາຍຮັບເຂົ້າງາມປະມານຢູ່ຂັ້ນຮາກຖານຂັ້ນບ້ານທີ່ຫ້ອງການປົກຄອງບ້ານຕານມີໄຊ ເມືອງໄຊທານີ ນະຄອນຫຼວງວຽຈັນ (ນວ) ຕ້ອນຮັບຂອງທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຫົວໜ້າກົມ ຮອງກົມ ເຈົ້າເມືອງໄຊທານີ ຫົວໜ້າພະແນກການ ອຳນາດການປົກຄອງບ້ານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ການລົງຊຸກຍູ້ຄັ້ງນີ້ໄດ້ຮັບຟັງການລາຍງານຈາກທ່ານ ຄຳພັນ ພັນທຸລັກ ຫົວໜ້າສ່ວຍສາອາກອນ ນວ ກ່ຽວກັບສະພາບພົ້ນເດັ່ນໃນການເກັບລາຍຮັບໃນ 5 ເດືອນຜ່ານມາວ່າ ນັບແຕ່ຕົ້ນປີໄດ້ເລັ່ງທວງການແຈ້ງມອບອາກອນກໍາໄລງວດ II ປີ 2023 ບວກໃສ່ທ່າແຮງອື່ນ ໄດ້ຮີບຮອ້ນສືບຕໍ່ວຽກສໍາຫຼວດຈັດປະເພດວິສາຫະກິດຄືນໃໝ່ ໂດຍຫັນເອົາເຂົ້າລະບົບທັງໝົດ ມາຮອດປັດຈຸບັນຫົວໜ່ວຍວິສາຫະກິດທັງໝົດ ມີ 59.144  ຫົວໜ່ວຍ ເພີ່ມຂຶ້ນຈາກສະຖິຕິປີ 2022 ຈໍານວນ 1.984 ຫົວໜ່ວຍ ໄດ້ຮີບຮອ້ນສືບຕໍ່ວຽກຂະຫຍາຍຖານອາກອນມູນຄ່າເພີ່ມ ຈາກເປົ້າຫມາຍຫັນເຂົ້າ 7.695 ຫົວໜ່ວຍ ປີ 2022 ຫັນໄດ້ແລ້ວ 6.628 ຫົວໜ່ວຍ ເລັ່ງວຽກສືບຕໍ່ວຽກປະຖົມນິເທດໃຫ້ເປັນປົກກະຕິໃນ 5 ເດືອນຕົ້ນປີ ປະຕິບັດໄດ້ 992 ຫົວໜ່ວຍ ປັດຈຸບັນມີຫົວໜ່ວຍແຈ້ງມອບດ້ວຍຕົນເອງ 14.698 ຫົວໜ່ວຍ ເທົ່າກັບ 72,81% ຂອງຫົວໜ່ວຍຖືບັນຊີ ແລະ ຈຸນລະວິສາຫະກິດ ວຽກຄຸ້ມຄອງຄ່າທຳນຽມທາງກໍໄດ້ສຳເລັດຮ່ວມກັບກົມສ່ວຍສາອາກອນໃນການນຳໃຊ້ລະບົບໃໝ່ຢູ່ຂັ້ນສ່ວຍສາອາກອນປະຈຳນະຄອນຫຼວງວຽງຈັນ ສ່ວຍສາອາກອນ 9 ຕົວເມືອງ ແລະ ຈຸດບໍລິການຕ່າງໆ ປັດຈຸບັນປະຕິບັດໄດ້ 37,94 ຕື້ກີບ ເທົ່າກັບ 53,67% ປັບປຸງຂອດບໍລິການຕໍ່ຜູ້ປະກອບການ ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະໃຫ້ພະນັກງານແຕ່ງຕັ້ງພະນັກງານລົງຊ່ວຍເມືອງ ເນັ້ນວຽກຄ່າເຊົ່າ ປຸກສ້າງ ຮ້ານຂາຍເຄື່ອງ ມີນີມາກ ໂທລະສັບມືຖື ແລະ ທ່າແຮງບົ່ມຊ້ອນອື່ນໆ.

ສຳລັບລາຍຮັບສະເພາະພູດທີ່ທ້ອງຖິ່ນຮັບຜິດຊອບໃນປີ 2023 ຈໍານວນ 1.588 ຕື້ກີບ ປັດຈຸບັນສາມາດປະຕິບັດໄດ້ແລ້ວ 833,96 ຕື້ກີບ ເທົ່າກັບ 52,51% ຂອງແຜນການປີທຽບໃສ່ໄລຍະດຽວຂອງ ສົກປີ 2022 ເທົ່າກັບ 151,04 % ເປັນເງິນເພີ່ມຂຶ້ນ 281,80 ຕື້ກີບ  ສ່ວນວຽກງານເກັບພາສີທີ່ດິນຢູ່ ນວ ໄດ້ເລືອກເອົາ 5 ບ້ານມີ ບ້ານຕານມີໄຊ ດົງໂດກ ໄຊສົມບູນ ທ່າງ່ອນ ແລະ ໂພນຄໍ້ ເມືອງໄຊທານີ ເຊິ່ງໄດ້ມອບອຸປະກອນໃນການຈັດເກັບແບບທັນສະໄໝໃຫ້ຄົບຊຸດ ເພື່ອຊຸກຍູ້ສົ່ງເສີມໃນການຈັດຕັ້ງປະຕິບັດໃຫ້ມີຜົາສຳເລັດ.

    ໂອກາດນີ້ ທ່ານ ອາດສະພັງທອງ ສີພັນດອນ ກໍໄດ້ສະແດງຄຳຄິດເຫັນ ແລະ ຂໍ້ສະເໜີບາງບັນຫາໂດຍເນັ້ນໃຫ້ທຸກພາກສ່ວນທີ່ກ່ຽວຂ້ອງປະສານຮ່ວມມືກັນຢ່າງກົມກຽວ ໂດຍສະເພາະແມ່ນການວາງແຜນການຈັດຕັ້ງປະຕິບັດ ກົນໄກການບໍລິຫານຈັດການວຽກງານທີ່ດິນ ການປ້ອນຂໍ້ມູນເຂົ້າໃນລະບົບໃຫ້ມີການເຊື່ອມຈອດກັນ ແຕ່ລະຂັ້ນໃຫ້ສາມາດກວດກາໄດ້ ພ້ອມຫັນເປັນທັນສະໄໝສາມາດຄຸ້ມຄອງຕິດຕາມ ກວດກາໄດ້ຢ່າງໂປ່ງໃສໃຫ້ບໍລິການໄດ້ວ່ອງໄວ ແລະ ທັນສະໄໝ.

    ຕອນທ້າຍທ່ານລັດຖະມົນຕີ ໄດ້ມີຄຳເຫັນໂດຍໄດ້ຍ້ອງຍໍຕໍ່ການເອົາໃຈໃສ່ປະຕິບັດວຽກງານຂອງທຸກພາກສ່ວນເຊິ່ງເຫັນໄດ້ວ່າເຮັດໃຫ້ການຈັດເກັບລາຍຮັບມີທ່າກ້າວທີ່ດີ ໄປຄຽງຄູ່ກັບຈຸດດີນັ້ນຍັງມີບາງບັນຫາຕ້ອງໄດ້ເອົາໃຈໃສ່ຕຶ່ມ ນວ ແມ່ນໃຈກາງທາງດ້ານເສດຖະກິດ-ສັງຄົມຂອງປະເທດ ແລະ ມີທ່າແຮງຫຼາຍ ສະນັ້ນຈຶ່ງຕ້ອງໄດ້ເອົາໃຈໃສ່ຢ່າງເຂັ້ມແຂງເພື່ອເປັນແບບຢ່າງໃນການຈັດຕັ້ງປະຕິບັດໃຫ້ສາມາດເກັບລາຍຮັບໄດ້ຕາມແຜນການ ແລະ ລື່ນຄາດໝາຍຢ່າງເຂັ້ມແຂງ ພ້ອມນີ້ໃຫ້ສຶບຕໍ່ເອົາໃຈໃສ່ການຈັດຕັ້ງປະຕິບັດວຽກງານຕົວຈິງເພື່ອປະກອບສ່ວນເຮັດໃຫ້ແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານ ບັນລຸໄດ້ຕາມຄາດໝາຍ ຂຸດຄົ້ນໃຫ້ເຫັນຖານລາຍຮັບທີ່ບົ່ມຊ້ອນໂດຍຫັນໄປສູ່ລະບົບທັນສະໄໝສາມາດຕິດຕາມກວດກາ ກວດສອບໄດ້ຢ່າງໂປ່ງໃສຊັດເຈນ ຊຸກຍູ້ໃຫ້ການເກັບລາຍຮັບທົດລອງດ້ວຍລະບົບທັນສະໄໝຢູ່ຂັ້ນບ້ານມີປະສິດທິຜົນ ໄດ້ຮັບຜົນສຳເລັດ ຕາມຄາດໝາຍທີ່ວາງໄວ້ ແລະ ຂະຫຍາຍໄປໃນບ້ານຕ່າງໆໃນທົ່ວປະເທດ ນອກຈາກນີ້ໄດ້ມີການມອບອຸປະກອນຮັບໃຊ້ຫ້ອງການ ຄອມພິວເຕີ ເຄື່ອງປີນເຕີໃຫ້ແກ່ບ້ານ ແລະ ເມືອງໄຊທານີເພື່ອນຳໃຊ້ເຂົ້າໃນການຈັດເກັບລາຍຮັບຢູ່ຂັ້ນບ້ານອີກດ້ວຍ.

error: Content is protected !!