ໂຄງການຜະລິດໂບຣມິນ ໃນນິຄົມອຸດສາຫະກໍາອາຊີ-ໂປຕາສສາກົນ ສໍາເລັດການທົດລອງນຳໃຊ້ເຄື່ອງຈັກ

ພິທິສະເຫຼີມສະຫຼອງຜົນສໍາເລັດການທົດລອງນໍາໃຊ້ເຄື່ອງຈັກການຜະລິດ ໂຄງການໂບຣມິນ 10.000 ໂຕນ/ປີ ທີ່ເປັນໂຄງການອະໂປຕາສທຳອິດ ໂດຍ ບໍລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ໃນເຂດນິຄົມອຸດສາຫະກໍາໝູນວຽນອັດ ສະລິຍະອາຊີ-ໂປຕາສສາກົນ ຢູ່ແຂວງຄໍາມ່ວນ ສປປ ລາວ ຈັດຂຶ້ນວັນທີ 31 ພຶດສະພາ ຜ່ານມາ.

ໂຄງການດັ່ງກ່າວ ເລີ່ມດໍາເນີນແຕ່ເດືອນພະຈິກ 2022 ມາຮອດເດືອນພຶດ ສະພາ 2023 ໄດ້ສໍາເລັດການກໍ່ສ້າງ ແລະ ທົດລອງການຜະລິດ ເຊິ່ງໃຊ້ເວລາ 6 ເດືອນ ກໍສາມາດບັນລຸການເຊື່ອມໂຍງທົ່ວສາຍການຜະ ລິດ ມາຮອດເວ ລາ 16:00 ໂມງ ຂອງວັນທີ 30 ພຶດສະພາ 2023 ໂຄງການໄດ້ເດີນເຄື່ອງຈັກ ການຜະລິດຢ່າງໝັ້ນຄົງເປັນເວລາ 72 ຊົ່ວໂມງ ປະລິມານການຜະລິດໂບຣ ມິນຫຼາຍກວ່າ 36 ໂຕນ/ວັນ ປະລິມານການຜະລິດສູງສຸດຕໍ່ວັນບັນລຸ 120% ຂອງກໍາລັງການຜະລິດທີ່ໄດ້ອອກແບບ ເປັນສັນຍາລັກວ່າ ໂຄງການດັ່ງ ກ່າວ ໄດ້ສໍາເລັດການທົດລອງນຳໃຊ້ເຄື່ອງຈັກຜະລິດ ບັນລຸການຜະລິດຕາມ ເປົ້າໝາຍ ແລະ ເກີນຄາດໝາຍ ເປັນການເປີດມ່ານອຸດສາຫະກຳອະໂປ ຕາສຂອງບໍລິສັດ ອາຊີ-ໂປຕາສສາກົນຢ່າງເປັນທາງການ ເຊິ່ງ ທ່ານ ສະ ເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການຕ່າງ ປະ ເທດ ໄດ້ຕາງໜ້າໃຫ້ລັດຖະບານ ສປປ ລາວ ສົ່ງສານຊົມເຊີຍ ແລະ ສະ ແດງຄວາມຍິນດີຕໍ່ຜົນສໍາເລັດຂອງໂຄງການດັ່ງກ່າວ.

ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການ ຄ້າ ກ່າວວ່າ: ອາຊີ-ໂປຕາສ ເປັນຕົວແບບທີ່ດີໃນການຊຸກຍູ້ການພັດທະນາ ອຸດສາຫະກໍາ ແລະ ບໍ່ແຮ່ ປະກອບສ່ວນໃນການສ້າງລາຍຮັບໃຫ້ປະເທດ ຊາດ ແລະ ການພັດທະນາທ້ອງຖິ່ນ ສ້າງຊື່ສຽງດ້ານການຂຸດຄົ້ນບໍ່ແຮ່ ໃຫ້ປະເທດລາວ ໂດຍສະເພາະອຸດສາຫະກໍາເກືອໂປຕາສ ເປັນການຊຸກຍູ້ ການພົວພັນຮ່ວມມືລະຫວ່າງ ລາວ-ຈີນ ໂຄງການນິຄົມອຸດສາຫະກໍາອາ ຊີ-ໂປຕາສສາກົນ ເປັນໂຄງການອຸດສາຫະກໍາ ທີ່ສາມາດຊຸກຍູ້ເສດຖະກິດ ໃຫ້ເຂັ້ມແຂງ ຫັນປ່ຽນຫຼາຍດ້ານຂອງ ສປປ ລາວ ເປັນຕົ້ນຍົກສູງປະສິດ ທິຜົນຂອງຂະແໜງການຜະລິດ ການພັດທະນາຊັບພະຍາກອນມະນຸດ ສ້າງລະບຽບວິໄນ ພັດທະນາລະບົບຕ່ອງໂສ້ອຸດສາຫະກໍາ ແລະ ລະບົບການ ສະໜອງຄວາມຕ້ອງການ ສ້າງກຸ່ມວິສາຫະກິດຂະໜາດນ້ອຍ-ກາງ ຖ່າຍ ທອດຄວາມຮູ້ ແລະ ເຕັກໂນໂລຊີ ດຶງດູດການລົງ¬ທຶນ ແລະ ອື່ນໆ ຊ່ວຍ ສ້າງລາຍຮັບໃຫ້ປະເທດຊາດ ແລະ ປະຊາຊົນ ໂຄງການດັ່ງກ່າວຍັງສາມາດ ຊຸກຍູ້ໃຫ້ຫຼາຍພາກສ່ວນ ຮວມຕົວກັນ ຮ່ວມກັນພັດທະນາ ຖ້າໂຄງການດັ່ງ ກ່າວສາມາດດໍາເນີນໄປຕາມສັນຍາ ພັດທະນາຢ່າງວ່ອງໄວໄປຕາມເປົ້າ ໝາຍ ຄວາມຄາດຫວັງ ແລະ ແຜນ ການທີ່ກໍານົດ ຊ່ວຍຊຸກຍູ້ການພັດທະ ນາເສດຖະກິດຂອງແຂວງຄໍາມ່ວນ ກໍຄື ສປປ ລາວ ໃຫ້ເຂັ້ມແຂງຍິ່ງຂຶ້ນ.

ທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ ກ່າວວ່າ: ບໍລິສັດ ຊີໂນ-ອາກ ຣີໂປຕາສ ຈໍາກັດ ທີ່ສັງກັດຢູ່ອາຊີ-ໂປຕາສສາກົນ ເປັນວິສາຫະກິດຕົວ ແບບໃນບັນດາວິສາຫະກິດທີ່ດໍາເນີນກິດຈະການດ້ານບໍ່ແຮ່ຢູ່ແຂວງ ຄໍາ ມ່ວນ ເຊິ່ງບໍລິສັດໄດ້ພັດທະນາກິດຈະການຂອງຕົນຢ່າງຕໍ່ເນື່ອງ ສ້າງໂຄງ ການອຸດສາຫະກໍາຫຼາຍຢ່າງ ເຄົາລົບ ແລະ ປະຕິບັດກົດໝາຍ ນັບຖືຮີດ ຄອງປະເພນີທ້ອງຖິ່ນ ກະຕືລືລົ້ນໃນການປະຕິບັດພັນທະດ້ານສັງຄົມ ປະ ກອບສ່ວນຢ່າງຕັ້ງໜ້າໃນວຽກງານການພັດທະນາສັງຄົມຂອງແຂວງຄໍາມ່ວນ ແລະ ບັນດາເມືອງອ້ອມຂ້າງ ສ້າງວຽກເຮັດງານ ທໍາຈໍານວນຫຼວງຫຼາຍ ໃຫ້ປະຊາຊົນ ຍົກລະດັບ ແລະ ປັບປ່ຽນເງື່ອນໄຂຊີວິດການເປັນຢູ່ຂອງປະ ຊາຊົນ ການປະກອບສ່ວນດ້ານສັງຄົມທີ່ພົ້ນເດັ່ນຂອງບໍລິສັດ ແມ່ນການ ປະຕິບັດໂຄງການແກ້ໄຂຄວາມທຸກຍາກຢູ່ບ້ານຊຽງແຫວນ ເມືອງທ່າແຂກ ຊ່ວຍສ້າງໂຮງຮຽນ ຂົວ ເສັ້ນທາງ ແລະ ສວນຜັກໃນເຮືອນຮົ່ມ ໂຄງການ ຜະລິດໂບຣມິນ 10.000 ໂຕນ/ປີ ຂອງອາຊີ-ໂປຕາສ ໄດ້ສໍາເລັດການທົດ ລອງ ຜະລິດ ການພັດທະນາໂປຕາສ ແລະ ອະໂປຕາສ ແມ່ນດຳເນີນໄປ ພ້ອມກັນ ເຊິ່ງເປັນການປະກອບສ່ວນອັນໃຫຍ່ຫຼວງໃນການພັດທະນາ ແຂວງຄໍາມ່ວນ ກໍຄື ສປປ ລາວ.

ເດືອນມີນາ 2023 ອາຊີ-ໂປຕາສ ແລະ ລັດຖະບານ ສປປ ລາວ ໄດ້ຮ່ວມລົງ ນາມບົດບັນທຶກຄວາມເຂົ້າ ໃຈໂຄງການກໍ່ສ້າງນິຄົມອຸດສາຫະກໍາໝູນວຽນ ອັດສະລິຍະ ອາຊີ-ໂປຕາສສາກົນຢູ່ແຂວງຄໍາມ່ວນ ເຊິ່ງເປັນການເລີ່ມຕົ້ນ ຈັດຕັ້ງປະຕິບັດຢ່າງຮອບດ້ານ ໂຄງການນິຄົມອຸດສາຫະກໍາທີ່ປະກອບດ້ວຍ 3 ເຂດ ຄື: ເຂດອຸດສາຫະກໍາຝຸ່ນໂປຕາສ ເຂດອຸດສາຫະກໍາອະໂປຕາສ ແລະ ເຂດຕົວເມືອງອາຊີໂປຕາສ ໂຄງການນິຄົມອຸດສາ ຫະກຳດັ່ງກ່າວ ແມ່ນ ການວາງແຜນພັດທະນາ ໂດຍຖືເອົາການສົ່ງເສີມການສະໜັບສະໜູນ ຂອງລັດຖະບານລາວ ຊັບພະຍາກອນບໍ່ແຮ່ ຊັບພະຍາກອນພະລັງງານໄຟ ຟ້າ ຕົ້ນທຶນດ້ານແຮງງານ ແລະ ທີ່ດິນເປັນສິ່ງພົ້ນເດັ່ນເພື່ອກຳແໜ້ນ ປະສານສົມທົບກັບການຫັນເປັນອຸດສາຫະກຳ ແລະ ການຫັນເປັນຕົວ ເມືອງ ພ້ອມທັງຂະ ຫຍາຍການເຊື່ອມຕໍ່ໄປຍັງການຫັນກະສິກຳແບບດັ້ງ ເດີມ ໄປສູ່ຮູບແບບກະສິກຳທີ່ທັນສະໄໝ ຊຸກຍູ້ຮອບດ້ານເລັ່ງການພັດທະ ນາ ຂະແໜງບໍລິການ ອອກແຮງສົ່ງເສີມ ສປປ ລາວ ປະກອບສ້າງໂຄງ ສ້າງອຸດສາຫະກຳທີ່ທົດແທນການນຳເຂົ້າ ແລະ ສົ່ງອອກ ເພື່ອສ້າງລາຍຮັບ ຄາດວ່າພາຍຫຼັງດຳເນີນໂຄງການນິຄົມອຸດສາຫະກຳແລ້ວ ແຕ່ລະປີຈະ ມອບລາຍຮັບປະມານ 320 ລ້ານໂດລາສະຫະລັດ ເພີ່ມການສຳຮອງເງິນ ຕາຕ່າງປະເທດປະມານ 1,7 ຕື້ໂດລາສະຫະລັດ ຂັບເຄື່ອນການຈ້າງງານ 30.000-50.000 ຄົນ.

ໂຄງການຜະລິດໂບຣມິນ 10.000 ໂຕນ/ປີ ທີ່ສຳເລັດການທົດລອງຜະລິດຄັ້ງ ນີ້ ເປັນໂຄງການທໍາອິດທີ່ໄດ້ຮັບການກໍ່ສ້າງ ພາຍຫຼັງການລົງນາມບົດບັນ ທຶກຄວາມເຂົ້າໃຈ ເປັນສຽງລະຄັງທຳອິດຂອງການພັດທະນາຊັບພະ ຍາ ກອນອະໂປຕາສ ຂອງບໍລິສັດ ອາຊີ-ໂປຕາສ ໄລຍະກໍ່ສ້າງ 6 ເດືອນ ໄດ້ສ້າງ ສະຖິຕິ “ຄວາມໄວອາຊີ-ໂປຕາສ” ອີກຄັ້ງ ນອກນີ້ຍັງເປັນການຢືນຢັນການ ປະຕິບັດຄໍາໝັ້ນສັນຍາຕໍ່ລັດຖະບານ ແລະ ຄວາມສາມາດການບັນລຸເປົ້າ ໝາຍຂອງອາຊີ-ໂປຕາສ ເຊິ່ງທີມງານອາຊີ-ໂປຕາສ ກ່າວວ່າ: ຍຸດທະສາດ ການພັດທະນາແມ່ນບົນພື້ນຖານ “ຊັບພະຍາກອນ ຂະໜາດ ການປະດິດ ສ້າງໃໝ່” ບໍລິສັດ ໄດ້ສ້າງແຜນຍຸດທະສາດການປະຕິບັດງານໃນໄລຍະຍາວ ແລະ ຊັດເຈນ ໂຄງການໂບຣມິນ ເປັນພຽງຈຸດເລີ່ມຕົ້ນ ໃນອະນາຄົດບໍລິ ສັດຈະພັດ ທະນາຄຸນຄ່າຂອງຊັບພະຍາກອນບໍ່ແຮ່ປະເທດລາວຢ່າງຮອບ ດ້ານ ເລັ່ງຄວາມຄືບໜ້າຂອງອຸດສາຫະກໍາລາວ.

ອີງຕາມແຜນການຂອງອາຊີ-ໂປຕາສ ຄຽງຄູ່ກັບການບັນລຸກຳລັງການ ຜະລິດຝຸ່ນໂປຕາສ 5 ລ້ານໂຕນ/ປີ ໃນປີ 2025 ໂຄງການໂບຣມິນ ຂອງບໍ ລິສັດ ວັດສະດຸໃໝ່ອາຊີ ຈໍາກັດ ຈະພະຍາຍາມຍາດແຍ່ງໃຫ້ບັນລຸກໍາລັງ ການຜະລິດໂບຣມິນ 50.000-70.000ໂຕນ/ປີ ແລະ ສາຍການຜະລິດວັດສະ ດຸໃໝ່ຫຼາຍສາຍບົນພື້ນຖານຂອງໂບຣມິນ ສ້າງເປັນຖານການຜະລິດອຸດສາ ຫະກໍາວັດສະດຸໃໝ່ຂອງໂບຣມິນລະດັບໂລກ ຂອງ ສປ ລາວ.

ຜົນສໍາເລັດການທົດລອງຜະລິດຂອງໂຄງການໂບຣມິນໂຄງການທໍາອິດ ຈະ ຊ່ວຍດຶງດູດນັກລົງທຶນຈໍານວນຫຼາຍ ເຂົ້າມາລົງທຶນຢູ່ ສປປ ລາວ ເລັ່ງວຽກ ງານດຶງດູດການລົງທຶນໃນນິຄົມອຸດສາຫະກໍາ ປັດຈຸບັນ ຍົກ ເວັ້ນໂຄງການ ໂບຣມິນແລ້ວ ໂຄງການອະໂປຕາສອື່ນໆກໍກໍາລັງເດີນໜ້າຢ່າງຮອບດ້ານ ໃນນີ້ໂຄງການຄລໍ-ອານຄາໄລ (chlor-alkali) ໂຄງການສານກັນໄຟ (Flame retardant) ໂຄງການເກືອບໍລິໂພກ ກໍສໍາເລັດການຕົກລົງກັນ ແລະ ຈະຈັດ ຕັ້ງປະຕິບັດ ໂຄງການຝຸ່ນປະສົມ ກໍກໍາລັງດຳເນີນໄປຢ່າງຕັ້ງໜ້າ ຄາດຄະ ເນກໍາລັງການຜະລິດ ໄລຍະທີ 1 ແມ່ນ 300.000 ໂຕນ ຄາດຄະເນເບື້ອງຕົ້ນ ສາມາດຊ່ວຍປະເທດລາວ ປະຢັດລາຍຈ່າຍເງິນຕາຕ່າງປະເທດປະມານ 150 ລ້ານໂດລາສະຫະລັດ ແລະ ເພີ່ມວຽກເຮັດງານທໍາ 1.000 ຄົນ.

ພ້ອມກັນນີ້ ອາຊີ-ໂປຕາສ ຍັງຈະດໍາເນີນການສໍາຫຼວດ ແລະ ລົງທຶນຊັບ ພະຍາກອນແຮ່ຖ່ານຫີນ ແຮ່ບົກຊິດ ແລະ ແຮ່ອື່ນໆ ໝູນໃຊ້ຊັບພະຍາ ກອນໄລຍະຍາວ ເພື່ອສ້າງຕ່ອງໂສ້ອຸສາຫະກໍາ-ຕ່ອງໂສ້ການສະໜອງ ການຜະລິດທີ່ມີມູນຄ່າສູງ ແລະ ການຜະລິດຫຼາຍຢ່າງ ສ້າງໂຮງງານໄຟ ຟ້າຖ່ານຫີນສໍາຮອງ+ພະລັງງານລົມ ຫຼື ພະລັງງານແສງອາທິດ ສ້າງທ່າ ແຮງດ້ານພະລັງງານໄຟຟ້າໃນນິຄົມອຸດສາຫະກຳ ເພື່ອຮອງຮັບການ ເຄື່ອນຍ້າຍຂອງຕ່ອງໂສ້ອຸດສາຫະກໍາ-ຕ່ອງໂສ້ການສະໜອງຈາກທົ່ວໂລກ ຊຸກຍູ້ການພັດທະນາຊັບພະຍາກອນບໍ່ແຮ່ ການຫັນເປັນອຸດສາຫະກໍາ ແລະ ການຫັນເປັນຕົວເມືອງ ສປປ ລາວ ຖືເອົານິຄົມເປັນເວທີສະແດງ ໃຫ້ເຫັນ ຢ່າງເຕັມສ່ວນທ່າແຮງການພັດທະນາຂອງ ສປປ ລາວ ເຕົ້າໂຮມບັນດາ ວິສາຫະກິດ ແລະ ຜູ້ທີ່ມີຄວາມຮູ້ຄວາມສາມາດທີ່ໂດດເດັ່ນຈາກທົ່ວໂລກ ຕອບສະໜອງກຳລັງແຮງທີ່ເຂັ້ມແຂງໃຫ້ການພັດທະນາເສດຖະກິດ ແລະ ສັງຄົມຂອງ ສປປ ລາວ. 

ເຂົ້າຮ່ວມພິທີດັ່ງກ່າວ ມີທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີປະຈໍາສໍາ ນັກງານນາຍົກລັດຖະມົນຕີ ທ່ານ ມະໄລທອງ ກົມມະສິດ ທ່ານ ສະຖາບັນ ດິດ ອິນສີຊຽງໃໝ່ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ທ່ານນາງ ຈັນສະຫວາດ ບຸບຜາ ຮອງລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ທ່ານ ວັນໄຊ ພອງສະຫວັນ ທ່ານນາງ Liu Bingyan ກຳມະການບໍ ລິຫານ ເລຂານຸການສະພາບໍລິຫານ ຮອງປະທານ ທ່ານ Zheng Youye ກຳມະການບໍລິຫານ ຮອງປະທານ ທ່ານ Tong Yongheng ຮອງປະທານ ຜູ້ອໍານວຍບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ທ່ານ Su Xuejun ຮອງປະ ທານ ຫົວໜ້າກຳມະການກວດກາການເງິນ ທ່ານ Liu Yonggang ຮອງປະ ທານ ພ້ອມດ້ວຍຄະນະບໍລິ ຫານບໍລິສັດ ຊີໂນ-ອາກຣີໂປຕາສ ຈໍາກັດ ແລະ ພາກສ່ວນກ່ຽວຂ້ອງ. 

error: Content is protected !!