ຈະຈັດກອງປະຊຸມໃຫຍ່ອົງຄະນະພັກເມືອງສີສັດຕະນາກຕົ້ນເດືອນກໍລະກົດນີ້

    ທ່ານ ເດດສົງຄາມ ທໍາມະວົງ ຮັກສາການເລຂາພັກເມືອງ ເຈົ້າເມືອງສີສັດຕະນາກ ໃຫ້ສໍາພາດວັນທີ 30 ມິຖຸນາ 2020 ວ່າ: ການກະກຽມຄວາມພ້ອມໃຫ້ແກ່ການຈັດກອງປະຊຸມໃຫຍ່ຄັ້ງທີ VII ອົງຄະນະພັກເມືອງສີສັດຕະນາກມາຮອດປັດຈຸບັນເກືອບສໍາເລັດ 100% ເຊິ່ງໄດ້ກະກຽມຕາມການຊີ້ນໍາຂອງອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ໃນນີ້ ໄດ້ທາບທາມບຸຄະລາກອນຄົບ 3 ຮອບ ແລະ ໄດ້ບຸຄະລາກອນທີ່ຈະເຂົ້າເປັນຄະນະພັກເມືອງຊຸດຕໍ່ໄປ ສ່ວນເນື້ອໃນໄດ້ສໍາເລັດຮ່າງບົດລາຍງານການເມືອງທັງສອງພາກ ແຜນພັດທະນາເສດຖະກິດຂອງເມືອງສີສັດຕະນາກ ທີ່ໄດ້ຮັບຮອງຈາກການນໍາ ນວ ພ້ອມນັ້ນ ອະນຸກໍາມະການໄດ້ກຽມຄວາມພ້ອມປະດັບປະດາທຸງຊາດ ທຸງພັກ ແລະ ທຸງທິວ ໄດ້ນໍາພາປະຊາຊົນ 37 ບ້ານພາຍໃນເມືອງ ສ້າງຂະບວນການອອກແຮງງານອະນາໄມວັນເສົາແດງ ພ້ອມທັງປູກຕົ້ນໄມ້ຢ່າງເປັນຂະບວນຟົດຟື້ນ ເອົາໃຈໃສ່ປະຕິບັດມະຕິ 6 ຂອງອົງຄະນະພັກ ນວ ໂດຍມີແຜນແຕ່ 2020-2025 ເປົ້າໝາຍຕາມທິດທາງຂອງ ນວ ໃນການສ້າງ ນວ ໃຫ້ເປັນ ນວ ທີ່ສະຫງົບ ສີຂຽວ ສະອາດ ໜ້າຢູ່  ແລະ ອີງໃສ່ຈຸດພິເສດເມືອງສີສັດຕະນາກເປັນເມືອງໃຈກາງ ມີເປັນສໍານັກງານອົງການຈັດຕັ້ງສາກົນ ມີເຂດບໍລິການໂຮງໝໍ ອີງໃສ່ທ່າແຮງທີ່ກ່າວມານີ້ ຈະສ້າງຈຸດເດັ່ນໃຫ້ເປັນເມືອງທີ່ບໍລິການ-ການຄ້າ ແລະ ເຂດທີ່ຢູ່ອາໄສໃຫ້ມີຄວາມສະຫງົບ ໂດຍລວມແລ້ວ ເມືອງສີສັດຕະນາກມີຄວາມພ້ອມທີ່ຈະຈັດກອງປະຊຸມໃຫຍ່ຄັ້ງທີ VII ໃນວັນທີ 9-10 ກໍລະກົດ 2020.

    ທ່ານ ເດດສົງຄາມ ທໍາມະວົງ ຍັງໃຫ້ຮູ້ຕື່ມວ່າ: ການພັດທະນາເມືອງສີສັດຕະນາກຍັງມີຂໍ້ຫຍຸ້ງຍາກທີ່ຕ້ອງເອົາໃຈໃສ່ແກ້ໄຂ ເປັນຕົ້ນການເອົາຂໍ້ມູນລະບົບໂຄງລ່າງພື້ນຖານຍັງບໍ່ໄດ້ຮັບການພັດທະນາ ໂດຍສະເພາະລະບົບລະບາຍນໍ້າທີ່ບໍ່ເຊື່ອມຈອດກັບບ່ອນທີ່ນໍ້າໄຫຼຈາກເຂດສວນມອນຫາຈອມແຈ້ງ ແລະ ດອນກອຍ ມີບັນຫານໍ້າຖ້ວມຂັງໃນລະດູຝົນ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນຕໍ່ໜ້າຈະຕ້ອງໄດ້ຮ່ວມກັນຄົ້ນຄວ້າຫາທຶນຮອນ ແຕ່ບໍ່ໄດ້ລໍຖ້າແຕ່ທຶນຂອງພັກ-ລັດ ພວກເຮົາໄດ້ລົງໄປເບິ່ງຄວາມເປັນຈິງໃນເຂດນັ້ນ ແລະ ທ່າແຮງຂອງປະຊາຊົນເຂດດັ່ງກ່າວຈະສາມາດແກ້ໄຂອັນໃດໄດ້ ໂຄງການກໍ່ສ້າງຫົນທາງທີ່ໄດ້ດໍາເນີນການກໍ່ສ້າງ 6-7 ປີແຕ່ບໍ່ສໍາເລັດ ຍ້ອນຫຼາຍປັດໄຈພາຍໃນພາຍນອກ ດ້ານເສດຖະກິດ ພາກລັດຕອບສະໜອງທ່າແຮງຂອງບໍລິສັດ ເຮັດໃຫ້ບໍ່ສໍາເລັດຕາມແຜນການ ພັດທະນາບ້ານເຮືອນຂອງປະຊາຊົນເກີດຂຶ້ນຫຼາຍຕາມທາງຮ່ອມ ແຕ່ການພັດທະນາທີ່ຕອບສະໜອງພື້ນຖານໂຄງລ່າງບໍ່ທັນສາມາດຕອບສະໜອງໄດ້ ເກີດບັນຫາຫາງສຽງ ມີບາງເຂດທີ່ຍັງມີອາຄານບໍ່ທັນໝັ້ນຄົງ ຊຸມຊົນແອອັດ ພ້ອມນັ້ນ ມີແຜນຈັດສັນພັດທະນາເສັ້ນທາງຕັດໃໝ່ດອນນົກຂຸ້ມຫາດອນກອຍໃຫ້ເປັນຄຸ້ມທີ່ຢູ່ທັນສະໄໝ ແລະ ສະຖານທີ່ອື່ນໆທີ່ພັດທະນາມາແລ້ວຈະໄດ້ສືບຕໍ່ພັດທະນາໃຫ້ສໍາເລັດ.

error: Content is protected !!