ສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ

    ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການປົກຄອງນະຄອນ ຫຼວງວຽງຈັນ ບັນດາແຂວງ ຄູ່ຮ່ວມພັດທະນາ ອົງການຈັດຕັ້ງສາກົນ ອົງການຈັດຕັ້ງສັງຄົມ ຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ຄົບຮອບ 24 ປີ ແລະ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ (5 ມີຖຸນາ 2023) ພາຍໃຕ້ຄຳຂັວນ ”ສິ່ງແວດລ້ອມພວກເຮົາຈະດີ ຖ້າຫຼຸດຜ່ອນການນຳໃຊ້ປາລາສຕິກ” ໃນວັນທີ 3 ມີຖຸນາ 2023 ທີ່ປະຕູໄຊ ໂດຍມີທ່ານ ກິແກ້ວ ໄຂຄຳພິທູນ ຮອງ ນາຍົກ ລັດຖະມົນຕີ ພ້ອມດ້ວຍມວນຊົນ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

    ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມກ່າວວ່າ: ປີນີ້ ເປັນປີ ທີ່ມີຄວາມໝາຍຄວາມສໍາຄັນເນື່ອງຈາກວ່າ ວັນສິ່ງແວດລ້ອມໂລກ ແມ່ນໄດ້ໝູນວຽນມາ ຄົບຮອບ 50 ປີ ຊຶ່ງໃນທົ່ວໂລກໄດ້ພ້ອມກັນສະເຫຼີມສະຫຼອງວັນສໍາຄັນດັ່ງກ່າວຢ່າງປັນຂະບວນຟົດຟື້ນ ດັ່ງທີ່ພວກເຮົາຮູ້ນໍາກັນດີແລ້ວວ່າ ໂລກກໍາລັງປະເຊີນກັບສິ່ງທ້າທາຍຫຼາຍດ້ານ ໃນການຄຸ້ມຄອງຊັບພະຍາ ກອນທໍາມະຊາດ ແລະ ປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະ ຍືນຍົງ ໃນຂະນະທີ່ເຮົາກໍາລັງຍືນຢູ່ນີ້ ສິ່ງແວດລ້ອມທໍາມະຊາດກໍາລັງຖືກທໍາລາຍ ການເຊື່ອມໂຊມຂອງລະບົບນິເວດ ກໍາລັງເຊື່ອມໂຊມລົງເຊິ່ງມີສາເຫດມາຈາກ ສະພາບການປ່ຽນແປງຂອງດິນຟ້າອາກາດ ອັນໄດ້ສົ່ງຜົນກະທົບທາງກົງ ແລະ ທາງອ້ອມ ຕໍ່ປະຊາກອນໂລກໃນປັດຈຸບັນ ແລະ ອາດຈະສົ່ງຜົນກະທົບແກ່ຍາວໄປສູ່ຄົນຮຸ່ນຫຼັງໃນອະນາຄົດ.

    ສຳລັບການສະເຫຼີມສະຫຼອງ ວັນສິ່ງແວດລ້ອມໂລກ ຄົບຮອບ 50 ປີ ຂອງປີນີ້ ປະເທດກົດດີວົວ ກັບ ປະເທດໂຮນລັງ ໄດ້ເປັນເຈົ້າພາບຮ່ວມ ໃນການຈັດງານສະເຫຼີມສະຫຼອງວັນສິ່ງແວດລ້ອມໂລກຄັ້ງນີ້ເຊິ່ງໄດ້ຮຽກຮ້ອງໃຫ້ພວກເຮົາທຸກຄົນ ເປັນເຈົ້າການນໍາກັນ ໃນການແກ້ໄຂບັນຫາມົນລະພິດຈາກປາລາສຕິກ ໂດຍສະເພາະພາກລັດ ແລະ ພາກເອກະຊົນ ທີ່ມີບົດບາດສໍາຄັນ ໃນການແກ້ໄຂບັນຫາດັ່ງກ່າວ ດ້ວຍການຊຸກຍູ້ໃຫ້ເກີດການປ່ຽນແປງຫຼາຍດ້ານ ເປັນຕົ້ນ ການຫ້າມນໍາໃຊ້ຖົງຢາງປາລາສຕິກ ການນໍາໃຊ້ຜະລິດຕະພັນທາງເລືອກ ທົດແທນປາລາສຕິກທີ່ນໍາໃຊ້ຄັ້ງດຽວ ການລະດົມທຶນເພື່ອຄວາມຍືນຍົງ ແລະ ການຊີ້ນໍາ ນໍາພາ ເພື່ອກ້າວໄປສູ່ຂໍ້ຕົກລົງລະດັບໂລກ ໃນການຫຼຸດຜ່ອນມົນລະພິດຈາກປາລາສຕິກ.         ໃນໂອກາດດັ່ງກ່າວ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ໃຫ້ກຽດຕັດແຖບຜ້າເປີດງານຢ່າງເປັນທາງການ ເຊິ່ງກິດຈະກຳພາຍໃນງານຄັ້ງນີ້ປະກອບມີກິດຈະກຳ ຍ່າງເພື່ອສຸຂະພາບ ການວາງສະແດງຜົນງານຈາກບັນດາຫ້ອງການ ກົມ ສະຖາບັນພາຍໃນກະຊວງ ກຊສ ພະແນກການໃນນະຄອນຫຼວງວຽງຈັນ ອົງການຈັດຕັ້ງທາງສັງຄົມ ສາກົນ ແລະ ກິດຈະກຳການຣິໄຊເຄິນແຍກຂີ້ເຫຍື້ອ ແລະ ກິດຈະກຳຖາມ-ຕອບກ່ຽວກັບສິ່ງແວດລ້ອ ໃນນັ້ນອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ໄດ້ມອບຖັງໃສ່ຂີ້ເຫຍື້ອໃຫ້ກະຊວງ ກຊສ ອີກດ້ວຍ.

error: Content is protected !!