ອາ​ຊຽນ-ອົດສະຕຣາລີ ຫາລືທາງໄກສະໄໝພິເສດ ຕ້ານການລະບາດພະຍາດໂຄວິດ

    ວັນ​ທີ 30 ມຖຸນາ 2020 ທີ່ກະຊວງການຕ່າງປະເທດ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທາງໄກສະໄໝພິເສດ ລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍການຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ເປັນປະທານຮ່ວມຂອງທ່ານ Dato’ Seri Hishammuddin bin Tun Hussein ລັດຖະມົນຕີຕ່າງປະເທດມາເລເຊຍ ແລະ ທ່ານ ນາງ Marise Payne ລັດຖະມົນຕີຕ່າງປະເທດອົດສະຕຣາລີ ມີບັນດາລັດຖະມົນຕີຕ່າງປະເທດອາຊຽນ ເລຂາທິການໃຫ່ຍອາຊຽນ ແລະ ຕາງໜ້າຈາກກະຊວງຂະແໜງການກ່ຽວຂ້ອງຈໍານວນໜຶ່ງເຂົ້າຮ່ວມ.

    ກອງປະຊຸມໄດ້ຕີລາຄາສູງ ແລະ ຮັບຊາບຕໍ່ການແຈ້ງສະພາບການ ກໍຄືມາດຕະການຂອງແຕ່ລະປະເທດສະມາຊິກອາຊຽນ ແລະ ອົດສະຕຣາລີ ໃນການສະກັດກັ້ນ ເຝົ້າລະວັງ ຄວບຄຸມ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ ພ້ອມນີ້ ບັນດາລັດຖະມົນຕີຍັງໄດ້ແລກປ່ຽນບົດຮຽນ ແລະ ທິດທາງໃນຕໍ່ໜ້າ ໃນການຕອບໂຕ້ ແລະ ຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ.

    ໂອກາດນີ້ ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ແຈ້ງສະພາບການຫຼ້າາສຸດຂອງການແຜ່ລະບາດພະຍາດໂຄວິດຢູ່ລາວ ແລະ ຜົນສຳເລັດເບື້ອງຕົ້ນໃນການຮັບມື ແລະ ແກ້ໄຂພະຍາດໂຄວິດ ເຊິ່ງຜົນສຳເລັດທີ່ຍາດມາໄດ້ ຍ້ອນການຊີ້ນໍາ-ນໍາພາອັນແທດເຖິງຂອງລັດຖະບານ ໂດຍໄດ້ມີນະໂຍບາຍ ແລະ ມາດຕະການທີ່ຖືກຕ້ອງ ແລະ ສອດຄ່ອງແຕ່ຫົວທີ ມີການເຂົ້າຮ່ວມຂອງທຸກພາກສ່ວນໃນສັງຄົມ ລວມທັງປະຊາຊົນບັນດາເຜົ່າ ບັນດາກະຊວງ ຂະແໜງການ ແລະ ອຳນາດການປົກຄອງທຸກຂັ້ນ ທຸກລະດັບ ໄດ້ປະຕິບັດໜ້າທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ ແລະ ເອົາໃຈໃສ່ສູງ ແລະ ສປປ ລາວໄດ້ມີການຮ່ວມມືສະໜັບສະໜູນຢ່າງໃກ້ຊິດກັບເພື່ອນປະເທດອາຊຽນ ກໍຄືອົງການຈັດຕັ້ງສາກົນຕ່າງໆ ລວມທັງອົດສະຕຣາລີ ແລະ ອົງການອະນາໄມໂລກ ເຖິງວ່າລາວຈະໄດ້ຮັບຜົນສຳເລັດເບື້ອງຕົ້ນກໍຕາມ ແຕ່ລາວຍັງສືບຕໍ່ຈັດຕັ້ງປະຕິບັດບັນດາມາດຕະການໃນການປ້ອງກັນ ແລະ ຕິດຕາມສະພາບການແຜ່ລະບາດຂອງພະຍາດໂຄວິດຢ່າງເຂັ້ມງວດ ພ້ອມນີ້ທ່ານລັດຖະມົນຕີຍັງໄດ້ສະເໜີຕໍ່ກອງປະຊຸມ ກ່ຽວກັບທິດທາງແຜນການຮ່ວມມືອາຊຽນ-ອົດສະຕຣາລີຕໍ່ໜ້າ ໃນການສືບຕໍ່ຮັບມື ແລະ ແກ້ໄຂພະຍາດໂຄວິດຄື: ສືບຕໍ່ຮ່ວມມືແລກປ່ຽນຂໍ້ມູນຂ່າວສານກ່ຽວກັບສະພາບການ ກໍຄືມາດຕະການ ແລະ ບົດຮຽນທີ່ດີໃນການແກ້ໄຂພະຍາດໂຄວິດ ໃຫ້ການຊ່ວຍເຫຼືອດ້ານເຕັກນິກ-ວິຊາການ ລວມທັງການຮ່ວມກັນຄົ້ນຄ້ວາ ແລະ ພັດທະນາ (R&D) ແລະ ຜະລິດຢາປິ່ນປົວ ກໍຄືຢາປ້ອງກັນພະຍາດໂຄວິດ ແລະ ການເຂົ້າເຖິງຢາປິ່ນປົວ ກໍຄືຢາວັກແຊັງປ້ອງກັນພະຍາດດັ່ງກ່າວເວລາສາມາດຜະລິດໄດ້ແລ້ວ ແລະ ຮ່ວມມືກັນໃນການຟື້ນຟູເສດຖະກິດ-ສັງຄົມ ໂດຍສະເພາະການຄ້າ ການລົງທຶນ ແລະ ການທ່ອງທ່ຽວພາຍຫຼັງສີ້ນສຸດການລະບາດໂຄວິດ.

    ພິເສດ ກອງປະຊຸມຄັ້ງນີ້ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງກອງປະຊຸມທາງໄກສະໄໝພິເສດລັດຖະມົນຕີຕ່າງປະເທດອາຊຽນ-ອົດສະຕຣາລີ ວ່າດ້ວຍໂຄວິດ ແລະ ເຫັນດີມອບໃຫ້ພາກສ່ວນກ່ຽວຂ້ອງນຳໄປຜັນຂະຫຍາຍຕໍ່ໄປ.

    ສຸດທ້າຍ ທ່ານລັດຖະມົນຕີໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ປະເທດສະມາຊິກອາຊຽນ ອົງການຈັດຕັ້ງສາກົນ ໂດຍສະເພາະອົງການອະນາໄມໂລກ ແລະ ລັດຖະບານອົດສະຕຣາລີ ທີ່ໄດ້ໃຫ້ການຊ່ວຍເຫຼືອທາງດ້ານເຕັກນິກ-ວິຊາການ ແລະ ອຸປະກອນການແພດແກ່ລາວໃນການຮັບມືປ້ອງກັນ ແລະແກ້ໄຂພະຍາດໂຄວິດຈົນໄດ້ຮັບຜົນສຳເລັດເປັນກ້າວໆມາ.

error: Content is protected !!