ສປປ ລາວ ຕີລາຄາສູງຕໍ່ການປະກອບສ່ວນສຳຄັນຂອງສະພາທຸລະກິດອາຊຽນ

      ​ວັນ​ທີ 31 ພຶດສະພາ 2023 ທີ່ ກະ​ຊວງ​ການ​ຕ່າງ​ປະ​ເທດ ທ່ານ ສະ​ເຫຼີມ​ໄຊ ກົມ​ມະ​ສິດ  ຮອງນາຍົກ​ລັດ​ຖະ​ມົນຕີ​ ລັດຖະມົນຕີກະ​ຊວງ​ການ​ຕ່າງ​ປະ​ເທດ ແຫ່ງ ສປປ ລາວ ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມຄຳ​ນັບຂອງ​ ທ່ານ ເບີນາດີໂນ ເວກກາ ຮອງປະທານສະພາທີ່ປຶກສາທຸລະກິດອາຊຽນ ທັງເປັນຜູ້ຕາງໜ້າໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໃນໂອກາດມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ.

ໂອ​ກາດ​ດັ່ງກ່າວ  ທ່ານ ສະເຫຼີມໄຊ ກົມມະສິດ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບ ແລະ ຕີລາຄາສູງຕໍ່ການປະກອບສ່ວນອັນສຳຄັນຂອງສະພາທຸລະກິດອາຊຽນໃນໄລຍະຜ່ານມາ ໂດຍສະເພາະຕໍ່ຜົນຂອງກອງປະຊຸມພົບປະລະຫວ່າງສະພາທຸລະກິດອາຊຽນກັບບັນດາຜູ້ນໍາອາຊຽນໃນວັນທີ 10 ພຶດສະພາ 2023 ໃນໄລຍະກອງປະຊຸມສຸດຍອດອາຊຽນ ຄັ້ງທີ 42 ທີ່ ລາບວນ ບາໂຈ ອິນໂດເນເຊຍ ກໍຄືການຈັດຕັ້ງຜັນຂະຫຍາຍແຜນວຽກບູລິມະສິດ ທີ່ ອິນໂດເນເຊຍເປັນປະທານ ໃນປີ 2023 ພາຍໃຕ້ຄໍາຂັວນ “ຄວາມເປັນແກນກາງຂອງອາຊຽນ: ການຫັນເປັນນະວັດຕະກໍາ ເພື່ອກ້າວໄປສູ່ຄວາມເຂັ້ມແຂງຮອບດ້ານ” ພ້ອມນີ້ ທ່ານ ຮອງນາຍົກນາຍົກລັດຖະມົນຕີ ບໍ່ພຽງແຕ່ຊຸກຍູ້ໃຫ້ໃຫ້​ຄະນະສະພາທຸລະກິດອາຊຽນ ສືບຕໍ່ຈັດຕັ້ັ້ງປະຕິບັດ​ບັນດາແຜນວຽກບູລິມະສິດຕ່າງໆໃຫ້ສາມາດສໍາເລັດຕາມເປົ້າໝາຍທີ່ວາງໄວ້ເທົ່ານັ້ນແຕ່ຍັງໄດ້ໃຫ້ຂໍ້ສະເໜີແນະທີ່ຕິດພັນກັບວຽກງານເສດຖະກິດພາຍໃນອາຊຽນ ເຊັ່ນ: ການຍົກລະດັບການສ້າງຂີດຄວາມສາມາດຂອງຂະແໜງການທາງດ້ານການເຊື່ອມໂຍງ ເຊື່ອມຈອດ ການອຳນວຍຄວາມສະດວກທາງການຄ້າ ການສົ່ງເສີມຂົງເຂດຈຸນລະວິສາຫະກິດ ວິສາຫະກິດຂະໜາດນ້ອຍ ແລະ ກາງ  ການຫັນເປັນດີຈີຕອນ ການສ້າງຄວາມເຂັ້ມແຂງດ້ານການຄໍ້າປະກັນສະບຽງອາຫານ  ສາທາລະນະສຸກ ແລະ ການພັດທະນາແບບຍືນຍົງ ອັນສໍາຄັນ ແມ່ນການເພິ່ມທະວີການຄ້າ-ການລົງທຶນພາຍໃນບັນດາປະເທດສະມາຊິກອາຊຽນເວົ້າສະເພາະ ເວົ້າລວມກໍຄື ການຮ່ວມມືກັບປະເທດຄູ່ເຈລະຈາອາຊຽນລະຫວ່າງພາກລັດ ແລະ ພາກທຸລະກິດໃນພາກພຶ້ນ ເພື່ອຊ່ວຍຊຸກຍູ້ການຟຶ້ນຟູເສດຖະກິດອາຊຽນ ພາຍຫລັງການແຜ່ລະບາດພະຍາດໂຄວິດ-19.

ທ່ານ ສະເຫຼີມໄຊ ກົມມະສິດ ໄດ້ສະແດງຄວາມຂອບໃຈຕໍ່ຄະນະສະພາທີ່ປຶກສາທຸລະກິດອາຊຽນ ທີ່ຈະໃຫ້ການສະໜັບສະໜູນ ແລະ ຊ່ວຍເຫຼືອ ໃນໂອກາດທີ່ ສປປ ລາວ ຈະຮັບກຽດເປັນປະທານອາຊຽນ ປີ 2024 ແລະ ເຊື່ອ​ໝັ້ນ​ວ່າ ສະພາທຸລະກິດອາຊຽນ  ຈະສືບຕໍ່ເຮັດວຽກຮ່ວມກັບ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ສປປ ລາວ ຢ່າງໃກ້ຊິດ.

​ ສະພາທີ່ປຶກສາທຸລະກິດອາຊຽນ ໃນນາມສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ອິນໂດເນເຊຍ ພ້ອມດ້ວຍຄະນະ ໄດ້ເດີນທາງມາຢ້ຽມຢາມເຮັດວຽກຮ່ວມກັບສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວໃນວັນທີ 31 ພຶດສະພາ-1 ມິຖຸນາ 2023 ເຊິ່ງຄະນະຈະໄດ້ເຄື່ອນໄຫວເຮັດວຽກຮ່ວມກັບພາກລັດ ແລະ ພາກທຸລະກິດຂອງ ສປປ ລາວ ແນໃສ່ເພື່ອເພິ່ມທະວີ ແລະ ເສີມຂະຫຍາຍການຮ່ວມມືທາງດ້ານການຄ້າ ແລະ ການລົງທຶນໃຫ້ສູງຂຶ້ນ.

error: Content is protected !!