ຟື້ນຟູເຂດປ່າສະຫງວນແຫ່ງຊາດພູພະນັງໃຫ້ເປັນພື້ນທີ່ສີຂຽວ

    ອົງການປົກຄອງເມືອງນາຊາຍທອງ ສົມທົບກັບພະແນກກະສິກຳ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ (ນວ) ອົງການປົກຄອງບ້ານນາຍາງ ແລະ ບໍລິສັດຄຳໄພຊະນະກໍ່ສ້າງ ຈຳກັດ ຈັດກິດຈະກຳປູກຕົ້ນໄມ້ ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 43 ປີ ແລະ ວັນເດັກນ້ອຍສາກົນ 1 ມິຖຸນາ ຂຶ້ນວັນທີ 1 ມິຖຸນາ 2023 ຢູ່ເຂດປ່າສະຫງວນແຫ່ງຊາດ ພູພະນັງ ບ້ານນາຍາງ ເມືອງນາຊາຍທອງ ມີທ່ານ ເຢຍເກີຢາ ໜໍ່ຈໍຈົງຕົ່ວ ຮອງປະທານສູນກາງແນວລາວສ້າງຊາດ ທ່ານ ວິລະສັກ ນາມມຸນຕີ ປະທານຄະນະກວດກາພັກ-ອົງການກວດກາລັດ ນວ ທ່ານ ວຽງຄຳ ສີຫາໂຄດ ເຈົ້າເມືອງນາຊາຍທອງ ທ່ານ ຄຳໄພ ສົມຊະນະ ປະທານກຸ່ມບໍລິສັດຄຳໄພຊະນະ ຈຳກັດຜູ້ດຽວ ພ້ອມດ້ວຍຂະແໜງການກ່ຽວຂ້ອງຈາກ ນວ ແລະ ເມືອງເຂົ້າຮ່ວມ.

   ທ່ານ ບົວຄຳ ສີສົງຄາມ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ນວ ກ່າວວ່າ: ເພື່ອເຮັດໃຫ້ຊັບພະຍາກອນປ່າໄມ້ມີຄວາມຍືນຍົງ ເປັນການພື້ນຟູ ແລະ ປົກປັກຮັກສາປ່າໄມ້ ເພື່ອເຮັດໃຫ້ເນື້ອທີ່ປົກຫຸ້ມສີຂຽວ ເປັນບ່ອນຢູ່ອາໃສຂອງສັດປ່ານາໆຊະນິດ ເຮັດໃຫ້ລະບົບນິເວດທຳມະຊາດມີຄວາມອຸດົມສົມບູນທົ່ວ ນວ ໃຫ້ເພີ່ມຂຶ້ນ 70% ຂອງເນື້ອທີ່ປ່າປົກຫຸ້ມທົ່ວປະເທດ ການຈັດຕັ້ງປະຕິບັດວຽກງານດັ່ງກ່າວ ຜ່ານມາ ນວ ໄດ້ປະກາດໃຊ້ນະໂຍບາຍສ້າງເມືອງໜ້າຢູ່ ຕາມນະໂຍບາຍ 6 ສ ໂດຍສະເພາະ ສ ສີຂຽວ ເປັນຕົວຊີ້ວັດທີ່ສຳຄັນ ພ້ອມນັ້ນ ໃນປີ 2020 ຜ່ານມາ ນະໂຍບາຍດັ່ງກ່າວ ຍັງໄດ້ຖືກຮັບຮອງເຂົ້າໃນມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍການສ້າງ ນວໃນໄລຍະໃໝ່  ຈາກນັ້ນສະພາປະຊາຊົນ ນວ ຈຶ່ງໄດ້ຮັບຮອງ ແລະ ເຈົ້າຄອງ ນວ ໄດ້ອອກຂໍ້ຕົກລົງວ່າດ້ວຍການສ້າງ ນວ ເປັນນະຄອນສີຂຽວໜ້າຢູ່  ແລະ ຫຼ້າສຸດປີ 2021 ຜ່ານມາ ໄດ້ອອກຄໍາສັ່ງວ່າດ້ວຍການປົກປັກຮັກສາປ່າສະຫງວນແຫ່ງຊາດພູພະນັງ ແລະ ພູເຂົາຄວາຍ ໃນຂອບເຂດ ນວ ແລະ ໄດ້ນຳເຂົ້າສູ່ການຈັດຕັ້ງປະຕິບັດຕົວຈິງຢູ່ ນວ ຢ່າງເປັນຂະບວນຟົດຟື້ນໃນທຸກປີ.

   ນວ ມີເນື້ອທີ່ 392.000 ເຮັກຕາ ໄດ້ກຳນົດປູກຕົ້ນໄມ້ໃສ່ຕາມເນື້ອທີ່ປ່າຊຸດໂຊມເຂດໄຟໃໝ້ປ່າ ດິນເປົ່າວາງ ແລະ ເນື້ອທີ່ດິນຂອງບຸກຄົນ ນິຕິບຸກຄົນ ແລະ ເຂດປ່າພື້ນຟູໄດ້ແຕ່ປີ 1975-2022 ສາມາດປະຕິບັດໄດ້ 20.853 ເຮັກຕາ ສຳລັບປີ 2022 ສາມາດຜະລິດເບ້ຍໄມ້ໄດ້ 2.639.146 ເບ້ຍ ແລະ ປູກໄມ້ໄດ້ 546,2 ເຮັກຕາ ໃນນີິ້ ສາມາດປູກເບ້ຍໄມ້ໄດ້່ 312.298 ເບ້ຍ ສະເພາະປີ 2023 ນວ ມີແຜນການຈັດພິທີປູກເບ້ຍໄມ້ ໃນສະຖານທີ່ປູກຕ່າງໆເນື້ອທີ່ 102,1 ເຮັກຕາ ປູກແຄມທາງຍາວ 5,5 ກິໂລແມັດ ແລະ ມີຈຳນວນຕົ້ນໄມ້ປູກທັງໝົດ 26.987 ເບ້ຍ.

  ເນື່ອງໃນໂອກາດວັນປູກຕົ້ນໄມ້ ປີນີ້ ນວ ແລະ ພາກສ່ວນກ່ຽວຂ້ອງໄດ້ກຳນົດເອົາສະຖານທີ່ແຫ່ງນີ້ ເປັນບ່ອນຮ່ວມແຮງຮ່ວມໃຈກັນປູກຕົ້ນໄມ້ອຸດສາຫະກຳ ປະມານ 5000 ເບ້ຍ ເນື້ອທີ 9 ເຮັກຕາ ໃນຂອບເຂດບ້ານນາຍາງ ກໍຄື ເຂດອຸທິຍານແຫ່ງຊາດ ພູພະນັງ ເນື່ອງຈາກສະຖານທີ່ດັ່ງກ່າວໃນລະດູແລ້ງຜ່ານມາ ໄດ້ຖືກໄຟໄໝ້ລາມປ່າ ເຮັດໃຫ້ຕົ້ນໄມ້ບາງສ່ວນຖືກໄຟໄໝ້ເສຍຫາຍເປັນຈຳນວນຫຼາຍ ຈຶ່ງຈຳເປັນຕ້ອງໄດ້ຟື້ນຟູ ແລະ ປູກທົດແທນຄືນ ເພື່ອໃຫ້ສະຖານທີ່ແຫ່ງນີ້ໃຫ້ເປັນພື້ນທີ່ສີຂຽວ ອຸດົມສົມບູນ ແລະ ຍືນຍົງ.

error: Content is protected !!