ດຳເນີນກອງປະຊຸມວຽກງານກວດສອບແຫ່ງລັດປຶກສາຫາລືຕໍ່ບັນຫາສຳຄັນ ແລະ ເຄັ່ງຮ້ອນ

ອົງການກວດສອບແຫ່ງລັດໄດ້ໄຂກອງປະຊຸມວຽກງານກວດສອບແຫ່ງລັດ ວັນທີ 1 ມິຖຸນາ 2023 ທີ່ ໂຮງແຮມດອນຈັນພາເລດ ນະຄອນຫຼວງວຽງຈັນ  ເປັນປະທານຂອງ ທ່ານ ວຽງທະວີສອນ ເທບພະຈັນ ກຳມະການສຳຮອງສູນກາງພັກ ປະທານອົງການກວດສອບແຫ່ງລັດ ມີ ຮອງປະທານອົງການກວດສອບແຫ່ງລັດ ຄະນະນໍາ ແລະ ພະນັກງານອົງການກວດສອບປະຈໍາພາກກົມ ແລະ ສະຖາບັນຄົ້ນຄວ້າ ແລະ ເຝິກອົບຮົມວຽກງານກວດສອບ ເຂົ້າຮ່ວມ.

ກອງປະຊຸມອົງການກວດສອບແຫ່ງລັດ ໄດ້ດຳເນີນເປັນເວລາ 2 ວັນ ຄືວັນທີ 1-2 ມິຖຸນາ 2023 ເຊິ່ງໄດ້ປຶກສາຫາລື ຄົົ້ນຄວ້າ ແລະ ເປັນເອກະພາບກັນ ຕໍ່ບັນຫາທີ່ສໍາຄັນ ແລະ ເຄັ່ງຮ້ອນ ໃນການຈັດຕັ້ງຜັນຂະຫຍາຍຕາມມະຕິກອງປະຊຸມສະພາແຫ່ງຊາດ ເລກທີ 076/ສພຊ ຕິດພັນກັບບັນດາວຽກຈຸດສຸມຂອງອົງການກວດສອບແຫ່ງລັດ ໂດຍສະເພາະ 1)ເພື່ອເຜີຍແຜ່ ສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ທີ່ເປັນເອກະພາບ ຕໍ່ ກົດໝາຍວ່າດ້ວຍການກວດສອບແຫ່ງລັດ ສະບັບປັບປຸງ 2022 2)ເພື່ອຖອດຖອນບົດຮຽນ ກ່ຽວກັບວຽກງານກວດສອບແຫ່ງລັດ ໃນປີຜ່ານມາ ແລະ  ເພື່ອສົ່ງເສີມດ້ານດີ ແລະ ແກ້ໄຂປັບປຸງດ້ານອ່ອນ ແລະ ຂໍ້ຄົງຄ້າງ 3)ເພື່ອສ້າງຄວາມຮັບຮູ້ ຄວາມເຂົ້າໃຈ ທີ່ເປັນເອກະພາບກັນຕໍ່ແນວທາງ ວິທີທາງໃນການດຳເນີນວຽກງານກວດສອບແຫ່ງລັດ ໃນອານາຄົດ ໃຫ້ມີປະສິດທິພາບ ປະສິດທິຜົນ ກວ່າເກົ່າ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານປະທານກອງປະຊຸມ ໄດ້ຮຽກຮ້ອງບັນດາທ່ານຄະນະນໍາ ແລະ ພະນັກງານຂອງອົງການກວດສອບແຫ່ງລັດ ແລະ ອົງການກວດສອບປະຈໍາພາກ ຈົ່ງພ້ອມກັນເອົາໃຈໃສ່ຄົ້ນຄວ້າ ແລະ ປະກອບຄຳເຫັນ ຢ່າງເລິກເຊິ່ງ ດ້ວຍການສະເໜີທັດສະນະ ຢ່າງກົງໄປກົງມາ ກະທັດຮັດ ມີຈຸດສຸມ ແລະ ມີທາງອອກທີ່ຈະແຈ້ງ ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ ມີປະສິດທິຜົນສູງ ແລະ ບັນລຸຕາມຄາດໝາຍທີ່ໄດ້ກຳນົດໄວ້.

error: Content is protected !!