ລິເລີ່ມໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ

     ກອງປະຊຸມລິເລີ່ມໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ ຈັດຂຶ້ນວັນທີ 30 ພຶດສະພາ 2023 ຢູ່ໂຮງແຮມສິນສະໄໝ ເມືອງສາລະວັນ ແຂວງສາລະວັນ ໂດຍມີທ່ານ ຄໍາພຽນ ພັນທະບູລີ ຮອງຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ແຂວງສາລະວັນ ທ່ານ ຄຣິດ ຮາເຮິມ ຫົວໜ້າຝ່າຍອະນຸລັກ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ ພ້ອມດ້ວຍຜູ້ຕາງໜ້າຈາກຂັ້ນສູນກາງ ຂັ້ນແຂວງ ຂັ້ນເມືອງ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

  ໃນພິທີ ທ່ານນາງ ຄໍາພຽນ ພັນທະບູລີ ກ່າວວ່າ:ສໍາລັບໂຄງການດັ່ງກ່າວ ຈັດຕັ້ງປະຕິບັດໃນ 3 ແຂວງ ຄື:ຈໍາປາສັກ ສະຫວັນນະເຂດ ແລະ ສາລະວັນ ໃນນັ້ນ ແຂວງສາລະວັນ ຖືກຈັດຕັ້ງປະຕິບັດຢູ່ 8 ບ້ານ ຂອງ 2 ເມືອງ ຄື:ເມືອງຄົງເຊໂດນ ແລະ ເມືອງລະຄອນເພັງ ສະນັ້ນ ກອງປະຊຸມຄັ້ງນີ້ ຖືວ່າມີຄວາມສໍາຄັນທີ່ສຸດ ໂດຍສະເພາະໄດ້ຮັບການສະໜັບສະໜູນ ຈາກກົມລ້ຽງສັດ ແລະ ການປະມົງ ກະຊວງກະສິກໍາ ແລະ ປ່າໄມ້ ເຮັດແນວໃດເພື່ອເຮັດໃຫ້ຊັບພະຍາກອນສັດນໍ້າ (ປາ) ມີຄວາມຍືນຍົງ ຕອບສະໜອງທາງດ້ານສະບຽງອາຫານ ເພື່ອເລັ່ງໃສ່ການສ້າງເສດຖະກິດ-ສັງຄົມຂອງແຂວງໃຫ້ມີຄວາມຍືນຍົງ.  

    ທ່ານ ກົງແສງ ວັນນະຈອມຈັນ ຜູ້ບໍລິຫານໂຄງການ ອົງການກອງທຶນອະນຸລັກທໍາມະຊາດໂລກ ປະຈໍາ ສປປ ລາວ ກ່າວວ່າ:ໂຄງການສົ່ງເສີມການຄຸ້ມຄອງ-ບໍລິຫານຊັບພະຍາກອນສັດນໍ້າ ໂດຍຜ່ານການຄຸ້ມຄອງການອະນຸລັກແບບມີສ່ວນຮ່ວມ ແລະ ການຊຸກຍູ້ສົ່ງເສີມການດໍາລົງຊີວິດ ທີ່ປັບໂຕຕໍ່ສະພາບດິນຟ້າອາກາດ ໃນ ສປປ ລາວ ປະກອບມີ 41 ບ້ານເປົ້າໝາຍ 8 ເມືອງ 3 ແຂວງ ຄື:ແຂວງສະຫວັນນະເຂດ ມີ 16 ບ້ານ 3 ເມືອງ ແຂວງສາລະວັນ ມີ 8 ບ້ານ 2 ເມືອງ ແລະ ແຂວງຈໍາປາສັກ ມີ 17 ບ້ານ 3 ເມືອງ ເຊິ່ງໄລຍະໂຄງການ ແມ່ນເລີ່ມແຕ່ມື້ໄດ້ຮັບອະນຸມັດ ຈົນເຖິງເດືອນທັນວາ 2026 ງົບປະມານທັງໝົດ 1.394.000 ໂດລາສະຫະລັດ.

ຈຸດປະສົງຂອງໂຄງການ ເພື່ອສະໜັບສະໜູນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ເລັ່ງໃສ່ການສ້າງຄວາມໝັ້ນຄົງທາງດ້ານສະບຽງອາຫານ ໂພຊະນາການດ້ານກະສິກໍາ ແລະ ປ່າໄມ້ ໂດຍສະເພາະແມ່ນການສະໜັບສະໜູນດ້ານການຄຸ້ມຄອງ-ບໍລິຫານ ແລະ ການນໍາໃຊ້ຊັບພະຍາກອນນໍ້າໃຫ້ມີຄວາມຍືນຍົງ ໃນແມ່ນໍ້າຂອງ ແລະ ແມ່ນໍ້າສາຂາ ພ້ອມທັງປັບປຸງການດໍາລົງຊີວິດ ແລະ ການເປັນຢູ່ທີ່ດີຂອງບັນດາຊຸມຊົນອ້ອມຂ້າງ.

error: Content is protected !!