ໂຮງຮຽນວິຣະຖາວອນ ຈັດກິດຈະກຳສະເຫຼີມສະຫຼອງວັນເດັກເພື່ອສົ່ງເສີມສິດທິເດັກຜ່ານຫຼາຍຮູບແບບ

    ການສະເຫຼີມສະຫຼອງວັນເດັກນ້ອຍສາກົນ ວັນທີ 1 ມະຖຸນາ ກໍຄືວັນປູກຕົ້ນໄມ້ແຫ່ງຊາດ ໃນປີນີ້ ມີຫຼາຍພາກສ່ວນໄດ້ສຸມໃສ່ຈັດໃຫ້ມີກິດຈະກຳຫຼາຍຢ່າງ ໃນການຮ່ວມສະເຫຼີມສະຫຼອງວັນດັ່ງກ່າວຢ່າງເປັນ ຂະບວນຟົດຟື້ນ ໂດຍສະເພາະຕາມສຳນັກງານອົງການ ທັງພາກລັດ ແລະ ເອກະຊົນ ໂດຍສະເພາະໃນ ສະຖາບັນການສຶກສາ ມີຫຼາຍໂຮງຮຽນ ຮ່ວມກັນຈັດກິດຈະກຳສະເຫຼີມສະຫຼອງວັນເດັກນ້ອຍສາກົນຂຶ້ນ.

    ໃນວັນທີ 31 ພືດສະພາ 2023 ທີ່ໂຮງຮຽນ ວິຣະຖາວອນ ນະຄອນຫຼວງວຽງຈັນ ໄດ້ຈັດກິດຈະກຳ ສະເຫຼີມສະຫຼອງວັນ ເດັກນ້ອຍສາກົນ 1 ມິຖຸນາ 2023 ຂຶ້ນໂດຍມີທ່ານ ນາງ ນີລາວັນ ວິຣະຖາວອນ ຜູ້ປະກອບການ ຜູ້ອຳນວຍ ການໂຮງຮຽນ ພ້ອມດ້ວຍພໍ່ແມ່ຜູ້ປົກຄອງ ແລະ ນັກຮຽນເຂົ້າຮ່ວມຈັດກິດ ຈະກຳໃນຄັ້ງນີ້.

     ໂອກາດນີ້ ທ່ານ ນາງ ນີລາວັນ ວິຣະຖາວອນ ໄດ້ກ່າວວ່າ: ເພື່ອເປັນການຮ່ວມສະເຫຼີມສະຫຼອງວັນ ອັນມີຄວາມໝາຍສຳຄັນດັ່ງກ່າວ ທາງໂຮງຮຽນໄດ້ຮ່ວມກັບຜູ້ປົກຄອງ ແລະ ນັກຮຽນ ນັບແຕ່ຫ້ອງລ້ຽງເດັກ ອະນຸບານ ຈັນເຖິງມັດທະຍົມສຶກສາສົມບູນ ຂອງໂຮງຮຽນ ພ້ອມກັນຈັດກິດຈະກຳສະຫຼອງວັນເດັກນ້ອຍສາ ກົນຂຶ້ນ ເຊິ່ງນອກຈາກຈັດໃຫ້ມີການສະແດງສິລະປະວັນນະຄະດີ ຟ້ອນ ຮ້ອງເພັງ ຂັບລຳ ລະຄອນເວທີ ຂອງບັນດານັກຮຽນໃນແຕ່ລະຊັ້ນ ພາຍໃນງານຍັງຈັດໃຫ້ມີຫ້ອງວາງສະແດງ ການຫຼີ້ນເກມຕ່າງໆ ລວມມີອີກຫຼາຍກິດຈະກຳ ເພື່ອສົ່ງເສີມສິດທິເດັກໃນການກ້າສະແດງອອກ.     ທ່ານຜູ້ອຳນວຍການໂຮງຮຽນຍັງໃຫ້ຮູ້ຕຶ່ມອີກວ່າ: ສະເພາະໂຮງຮຽນພວກເຮົານອກຈາກເນັ້ນການຮຽນ ການສອນທີ່ມີຄຸນະພາບທຽບເທົ່າກັບລະດັບສາກົນແລ້ວ ສິ່ງໜຶ່ງຄືການເອົາໃຈໃສ່ສິດທິເດັກໃນການສົ່ງເສີມ ແນວຄວາມຄິດ ຜ່ານບັນດາກິດຈະກຳການເຄື່ອນໄຫວຫຼາຍຢ່າງ ພາຍໃນຫ້ອງຮຽນ ແລະ ນອກຫ້ອງຮຽນ ນັບຖືການຕັດສິນໃຈຂອງນັກຮຽນ ສົ່ງເສີມແນວຄວາມຄິດກ້າສະແດງອອກ ຄຽງຄູ່ກັບການແນະ ແນວທັກສະ ຄວາມຄິດສ້າງສັນ ອັນເປັນປະໂຫຍດ ໃນການພັດທະນາການຮຽນຮູ້ ຄຸນສົມບັດ ສິນທຳປະຕິວັດ ເພື່ອສ້າງໃຫ້ເປັນຊັບພະຍາກອນບຸກຄົນ ທີ່ເຕັມໄປດ້ວຍຄວາມຮູ້ ຄວາມສາມາດ ປະກອບ ສ່ວນສ້າງສາພັດທະນາປະເທດຊາດ ໃນອະນາຄົດ.

error: Content is protected !!