ເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ທີ່ສປປ ລາວ

    ກະຊວງຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ (ຖວທ) ຮ່ວມກັບສະຫະພັນການທ່ອງທ່ຽວພູເຂົາສາກົນ ສປ ຈີນ ເປີດວັນການທ່ອງທ່ຽວພູເຂົາສາກົນ ຄັ້ງທີ 5 ແລະ ກອງປະຊຸມປິ່ນອ້ອມກ່ຽວຂ້ອງ ທີ່ສປປ ລາວ ພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ແບ່ງປັນຊີວິດທີ່ສວຍງາມ ຟື້ນຟູອຸດສາຫະກຳການທ່ອງທ່ຽວ” ຈັດຂຶ້ນວັນທີ 29 ພຶດສະພາ 2023 ທີ່ນະຄອນຫຼວຽງຈັນ ເປັນກຽດເຂົ້າຮ່ວມໂດຍທ່ານ ອຸ່ນທວງ ຂາວພັນ ຮອງລັດຖະມົນຕີກະຊວງ ຖວທ ທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ (ນວ) ທ່ານ ຟູ ຫຍິງຊຸນ ຮອງປະທານ ເລຂາທິການສະຫະພັນທ່ອງທ່ຽວພູເຂົາສາກົນ ສປ ຈີນ ພ້ອມບັນດາສະມາຊິກສະຫະພັນທ່ອງທ່ຽວພູເຂົາສາກົນ ສະຖານທູດຕ່າງປະເທດ ປະຈຳລາວ ພະແນກ ຖວທ ແຂວງ ແລະ ນວ ຜູ້ປະກອບການທຸລະກິດ ສະມາຄົມ ແລະ ຂະແໜງການທີ່ກ່ຽວຂອງ.

    ທ່ານ ອຸ່ນທວງ ຂາວພັນ ໄດ້ກ່າວວ່າ: ຂໍ້ລິເລີ່ມຈັດຕັ້ງງານວັນທ່ອງທ່ຽວພູເຂົາສາກົນໃນປີນີ້ ໄດ້ດຳ ເນີນພາຍໃຕ້ຫົວຂໍ້ “ມ່ວນຊື່ນໃນຄວາມມະຫັດສະຈັນຂອງພູເຂົາ ແບ່ງປັນຊີວິດທີ່ສວຍງາມ ຟື້ນຟູອຸດສາ ຫະກຳການທ່ອງທ່ຽວ” ເປັນຫົວຂໍ້ຫຼັກປະຈໍາປີນີ້ ໂດຍໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ສະແດງຄວາມຂອບໃຈໄປຍັງສະຫະພັນການທ່ອງທ່ຽວພູເຂົາສາກົນ ທີ່ໄດ້ເລືອກເອົາ ສປປ ລາວ ເປັນສະຖານທີ່ຈັດງານໃນຄັ້ງນີ້ ເປັນການປະກອບສ່ວນໂຄສະນາໃຫ້ແກ່ການທ່ອງທ່ຽວລາວ ເຊິ່ງແທດເໝາະກັບ ສປປ ລາວ ພວມຫ້າງຫາກະກຽມເປີດປີທ່ອງທ່ຽວລາວໃນປີ 2024 ທີ່ຈະມາເຖິງນີ້ ໄປພ້ອມໆກັບການຮັບກຽດເປັນປະທານອາຊຽນ 2024 ເພື່ອດຶງດູດໃຫ້ນັກທ່ອງທ່ຽວຈາກທົ່ວທຸກມູມໂລກ ເດີນທາງມາສໍາພັດ ແລະ ແຫຼ່ງທ່ອງທຽວທາງທຳມະຊາດ ວັດທະນະທຳ ແລະ ປະຫວັດສາດ ຢູ່ສປປ ລາວ.

    ສະຫະພັນການທ່ອງທ່ຽວພູເຂົາສາກົນ ສ້າງຕັ້ງຂຶ້ນໃນປີ 2017 ເປັນອົງການຈັດຕັ້ງເອກະລາດ ທີ່ຂຶ້ນກັບລັດຖະບານ ແລະ ບໍ່ຫວັງຜົນກຳໄລ ເປັນອົງກອນໜຶ່ງທີ່ຂຶ້ນກັບກະຊວງວັດທະນະທຳ ແລະ ທ່ອງທ່ຽວ ແຫ່ງ ສປ ຈີນ ເພື່ອສ້າງເປັນເວທີແລກປ່ຽນການຮ່ວມມື ແລະ ສ້າງເຄືອຂ່າຍດ້ານທຸລະກິດການທ່ອງທ່ຽວ ທາງພູເຂົາຂອງບັນດາສະມາຊິກໃຫ້ມີຄວາມຍືນຍົງ ປັດຈຸບັນ ສະຫະພັນດັ່ງກ່າວ ມີສະມາຊິກ 194 ພາກ ສ່ວນ ຈາກ 34 ປະເທດ ໃນທົ່ວໂລກ ໃນວັນທີ 29 ພຶດສະພາ 1953 ພູເຂົາເອເວີເຣດ ໄດ້ບັນທຶກວ່າເປັນພູເຂົາທີ່ສູງທີ່ສຸດໃນໂລກ ແລະ ໄດ້ຖືກຍົກເປັນວັນທ່ອງທ່ຽວພູເຂົາສາກົນ.

error: Content is protected !!