ຜູ້ໄດ້ຜົນປະໂຫຍດຈາກໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດຫຼາຍຮ້ອຍຄົນ

    ພິທີປິດໂຄງການສ້າງໂອກາດການມີວຽກເຮັດງານທຳໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດທ້ອງຖິ່ນ ເພື່ອຕອບໂຕ້ຜົນກະທົບຂອງພະຍາດ ໂຄວິດ-19 ພາຍໃຕ້ແຜນງານຮ່ວມມືອົງການແຮງງານສາກົນ ແລະ ປະເທດຍີ່ປຸ່ນ (ILO-Japan Partnership Programme) ຈັດຂຶ້ນວັນທີ 26 ພຶດສະພາ 2023 ທີ່ໂຮງແຮມຄຣາວພລາຊາ ມີທ່ານນາງ ອານຸສອນ ຄໍາສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ທ່ານ ຈຸນຍາ ນາກາໂນະ ອັກຄະລັດຖະທູດປະເທດຍີ່ປຸ່ນ ປະຈໍາ ສປປ ລາວ  ທ່ານ ວຽງປະສິດ ທິພາສຸດາ ຜູ້ປະສານງານຂອງອົງການແຮງງານສາກົນປະຈໍາ ສປປ ລາວ ແລະ ຂະແໜງການກ່ຽວຂ້ອງເຂົ້າຮ່ວມ.

    ໂຄງການສ້າງໂອກາດການມີວຽກເຮັດງານທໍາໃຫ້ແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ການເຊື່ອມເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນເພື່ອຕອບໂຕ້ຕໍ່ຜົນກະທົບຂອງພະຍາດ ໂຄວິດ-19 ໄດ້ເລີ່ມຈັດຕັ້ງປະຕິບັດໃນເດືອນເມສາ 2022 ຫາ ເດືອນມີນາ 2023 ຕະຫຼອດໄລຍະ 14 ເດືອນຂອງການຈັດຕັ້ງປະຕິບັດໂຄງການໄດ້ຮ່ວມມືກັບພາກລັດ ແລະ ເອກະຊົນຕ່າງໆ ເພື່ອແນໃສ່ກຳນົດກຸ່ມເປົ້າ   ໝາຍ ໃຫ້ການເຝິກອົບຮົມ ແລະ ໂອກາດໃນການຈ້າງງານໃຫ້ແກ່ກຸ່ມເປົ້າໝາຍກໍຄືແຮງງານເຄື່ອນຍ້າຍກັບຄືນປະເທດ ແລະ ແຮງງານທີ່ມີຄວາມສ່ຽງໃນການເຄື່ອນຍ້າຍພ້ອມທັງໃຫ້ການຊ່ວຍເຫຼືອຫົວໜ່ວຍທຸລະກິດ ກຸ່ມຜູ້ຜະລິດ ສະຫະກອນທີ່ເປັນກຳລັງໃນການພັດທະນາເສດຖະກິດ ແລະ ສ້າງໂອາກດໃນການມີວຽກເຮັດງານທຳ ໃນນັ້ນມີແຮງງານ 300 ກວ່າຄົນໄດ້ຮັບການສະໜັບສະໜູນໃນການພັດທະນາສີມືແຮງງານ  ເຊິ່ງມີ 44% ແມ່ນແມ່ຍິງ 200.000 ກວ່າຄົນໄດ້ຮັບຮັບຜົນຈາກການຊ່ວຍເຫຼືອອຸປະກອນ ແລະ ວິຊາການທີ່ໂຄງການມອບໃຫ້ ໃນນັ້ນມີບັນດາແຮງງານ ນັກສຶກສາ ຜູ້ປະກອບການ ຫົວໜ່ວຍທຸລະກິດທີ່ຈະສືບຕໍ່ໄດ້ຮັບຜົນຂອງການຊ່ວຍເຫຼືອຈາກໂຄງການ ສະນັ້ນເພື່ອຄວາມຍືນຍົງຂອງໂຄງການໄດ້ໃຫ້ການສະໜັບສະ  ໜູນຍົກລະດັບຄູ່ມືຈັດຕັ້ງປະຕິບັດໂດຍໄດ້ຍົກລະດັບຄູເຝິກ 40 ທ່ານ ພະນັກງານຈາກກະຊວງ ຮສສ 41 ທ່ານ.

error: Content is protected !!