ສໍາມະນາລະດັບລັດຖະມົນຕີວ່າດ້ວການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0

ກະຊວງເຕັກໂນໂລຊີ ແລະ ການສື່ສານ ຮ່ວມກັບ ບໍລິສັດ Meta Bank ປະເທດສິງກະໂປ ຈັດສໍາມະນາລະດັບລັດຖະມົນຕີວ່າດ້ວຍການຫັນເປັນດິຈິຕ໋ອນກຸ່ມຂໍ້ມູນຜູກພັນ 4.0 ເພື່ອພັດທະນາເສດຖະກິດດິຈິຕ໋ອນຂອງ ສປປ ລາວວັນທີ 26 ພຶດສະພາ 2023 ທີ່ຫໍປະຊຸມແຫ່ງຊາດ ມີທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ທ່ານ ບໍ່ວຽງຄໍາ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ພ້ອມດ້ວຍບັນດາລັດຖະມົນຕີ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ບັນດາຮອງລັດຖະມົນຕີ ຫົວໜ້າກົມ ສະຖາບັນ ຫ້ອງການ ປະທານບໍລິສັດ Meta Bank ຕະຫຼອດຮອດຄະນະຜູ້ບໍລິຫານງານ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມ.

ການຈັດສຳມະນາຄັ້ງນີ້ເພື່ອສົ່ງເສີມການຫັນເປັນດິຈິຕ໋ອນຂອງ ສປປ ລາວ ພັດທະນາເສດຖະກິດດິຈິຕ໋ອນ ບົນພື້ນຖານການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນ (Blockchain Technology) ແລະ ສ້າງຄວາມຮັບຮູ້ ເຂົ້າໃຈ ແລະ ເປັນເອກະພາບໃນການຜັນຂະຫຍາຍຈັດຕັ້ງປະຕິບັດວິໄສທັດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ໄລຍະ 20 ປີ (2021-2040) ຍຸດທະສາດການພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 10 ປີ (2021-2030) ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດໄລຍະ 5 ປີ (201-2025) ຂອງ ສປປ ລາວ ແລະ ການນຳໃຊ້ເຕັກໂນໂລຊີກຸ່ມຂໍ້ມູນຜູກພັນໃນການສ້າງເສດຖະກິດດິຈິຕ໋ອນ ເມື່ອບໍ່ດົນມານີ້ກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຮ່ວມກັບ ບໍລິສັດ Meta Bank ລົງນາມສັນຍາຮ່ວມມືວ່າດ້ວຍການສົ່ງເສີມການຫັນເປັນດິິຈິຕ໋ອນ ແລະ ພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີກຸ່ມຂໍ້ມູນຜູກພັນແຫ່ງຊາດ ເພື່ອສຸມໃສ່ການພັດທະນາພື້ນຖານໂຄງລ່າງເຕັກໂນໂລຊີບລ໋ອກເຊນແຫ່ງຊາດ ຮອງຮັບການຫັນເປັນດິຈິຕ໋ອນຂອງແຕ່ລະຂະແໜງການ ສ້າງຕັ້ງສູນຄົ້ນຄວ້າ ແລະ ພັດທະນາເຕັກໂນໂລຊີບລ໋ອກເຊນ ແລະ ສ້າງຕັ້ງກອງທຶນການສຶກສາການຫັນເປັນດິຈິຕ໋ອນ ເພື່ອຊຸກຍູ້ສົ່ງເສີມວຽກງານການພັດທະນາຊັບພະຍາກອນມະນຸດດ້ານດິຈິຕ໋ອນໃນ ສປປ ລາວ ແນໃສ່ປະກອບສ່ວນເຂົ້າໃນການຈັດຕັ້ງຜັນຂະຫຍາຍ ວິໄສທັດ ຍຸດທະສາດ ແລະ ແຜນພັດທະນາເສດຖະກິດດິຈິຕ໋ອນແຫ່ງຊາດ ແລະ ເຮັດໃຫ້ການພັດທະນາເສດຖະກິດດິຈິຕ໋ອນ ສາມາດສ້າງລາຍຮັບປະກອບເຂົ້າ GDP ຂອງປະເທດເພີ່ມຂຶ້ນເທື່ອລະກ້າວ ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງລັດຖະບານ ໃນການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນໃຫ້ມີສະພາບດີຂຶ້ນ ແລະ ທັງເປັນການຊຸກຍູ້ໃຫ້ ສປປ ລາວ ກ້າວສູ່ເຕັກໂນໂລຊີ Web 3.0 ແລະ ກຸ່ມຂໍ້ມູນຜູກພັນ 4.0 ແລະ ອຸດສະຫະກຳ 4.0 ຢ່າງວ່ອງໄວ.

ການສຳມະນາຜູ້ເຂົ້າຮ່ວມໄດ້ຮັບຟັງການສະເໜີບົດຮຽນຈາກຊ່ຽວຊານລະດັບສາກົນຈາກຫຼາຍປະເທດເຊັ່ນ: ການນຳສະເໜີກ່ຽວກັບຄວາມສີວິໄລໃນຍຸກດິຈິຕ໋ອນ ການຫັນເປັນດິຈິຕ໋ອນເພື່ອພັດທະນາປະເທດຊາດ ເສດຖະກິດດິຈິຕ໋ອນ ແລະ ສະເໜີ ກ່ຽວກັບການຫັນເປັນດິຈິຕ໋ອນຂອງ ສປປ ລາວ ພ້ອມນັ້ນໄດ້ພ້ອມກັນຄົ້ນຄວ້າລົງເລິກ ແລະ ແລກປ່ຽນຄຳຄິດຄຳເຫັນ ເພື່ອຊອກຫາແນວທາງຊຸກຍູ້ ແລະ ເລັ່ງລັດການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາໃຫ້ບັນລຸຜົນສຳເລັດຕາມລະດັບຄາດໝາຍ ພ້ອມທັງຄົ້ນຄວ້າສ້າງເງື່ອນໄຂອຳນວຍຄວາມສະດວກ ແລະ ກົນໄກ ການຮ່ວມມືພາກລັດ ແລະ ເອກະຊົນ ແລະ ນັກລົງທຶນທົ່ວໂລກເພື່ອຮ່ວມມືກັນໃນການສ້າງກຸ່ມຂໍ້ມູນຜູກພັນ 4.0 (Blockchain 4.0) ຊຸກຍູ້ແລະ ຂັບເຄື່ອນການພັດທະນາເສດຖະກິດດິຈິຕ໋ອນຂອງປະເທດເຮົາຢ່າງຍືນຍົງ ແລະ ໝັ້ນຄົງ.

     ໂອກາດນີ້ທ່ານ ສອນໄຊ ສີພັນດອນ ມີຄໍາເຫັນວ່າ:ຕະ​ຫຼອດ​ໄລ​ຍະ​ຜ່ານ​ມາພັກ ແລະ ລັດ ໄດ້​ນຳ​ພາ-ຊີ້​ນຳບັນ​ດາ​ຂະ​ແໜງ​ການ​ໃນ​ທຸກ​ຂັ້ນ ເພື່ອ​ສົ່ງ​ເສີມ​ການ​ຄົ້ນ​ຄວ້າ ການ​ພັດ​ທະ​ນາ ແລະ ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ ເຕັກ​ໂນ​ໂລ​ຊີ ແລະ ນະ​ວັດຕະ​ກຳ ຕາມ​ແນວ​ທາງ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄໝ ເຊິ່ງ​ເປັນ​ບາດ​ກ້າວ​ລິ​ເລີ່ມ​ໃນ​ການ​ເຂົ້າ​ສູ່​ກາ​ນ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ປະ​ເທດ ບົນ​ພື້ນ​ຖານ​ນັ້ນ ບັນ​​ດາ​ກະ​ຊວງ ຂະ​ແໜງ​ການ ແລະ ທ້ອງ​ຖິ່ນ​ໄດ້​ຜັນ​ຂະ​ຫຍາຍ ແລະ ປະ​ຕິ​ບັດ​ນະ​ໂຍ​ບາຍ​ຈຳ​ນວນ​ໜຶ່ງ ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ ເຕັກ​ໂນ​ໂລ​ຊີ​ສື່​ສານ​ຂໍ້​ມູນ​ຂ່າວ​ສານ ພື້ນ​ຖານ​ໂຄງ​ລ່າງ​ໂທ​ລະ​ຄົມ​ມະ​ນາ​ຄົມກໍ​ໄດ້​ຮັບ​ການ​ພັດ​ທະ​ນາ ແລະ ຂະ​ຫຍາຍ​ກວ້າງ​ໃນ​ຂອບ​ເຂດ​ທົ່ວ​ປະ​ເທດ ເຕັກ​ໂນ​ໂລ​ຊີ​ດິ​ຈິ​ຕ໋ອນ ໄດ້​ຖືກ​ນຳ​ໃຊ້​ຢູ່​ໃນ​ບັນ​ດາ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ບໍ​ລິ​ການ ຂະ​ແໜງ​ກະ​ສິ​ກຳ ການ​ສຶກ​ສາ ແລະ ສາ​ທາ​ລະ​ນະ​ສຸກ ເຊິ່ງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທຳ ເພີ່ມ​ລາຍ​ຮັບ ແລະ ຍົກ​ສູງ​ຄຸນ​ນະ​ພາບ​ການ​ດຳ​ລົງ​ຊີ​ວິດ​ຂອງ​ປະ​ຊາ​ຊົນ​ໃຫ້​ດີ​ຂຶ້ນ ບັນ​ດາ​ກະ​ຊວງ ອົງ​ການ​ຂັ້ນ​ສູນ​ກາງ​ຈຳ​ນວນ​ໜຶ່ງ ກໍ​ໄດ້​ນຳ​ໃຊ້​ເຕັກ​ໂນ​ໂລ​ຊີດິ​ຈິ​ຕອນໃນ​ການ​ຄຸ້ມ​ຄອງ​ບໍ​ລິ​ຫານ ແລະ ບໍ​ລິ​ການ​ແບບ​ເອ​ເລັກ​ໂຕຣ​ນິກ ພາຍ​ໃຕ້​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຢູ່​ປະ​ເທດ​ເຮົາ ພ້ອມນັ້ນທ່ານໄດ້ເນັ້ນໜັກຕື່ມອີກວ່າ: ພວກ​ເຮົາ​ຈະ​ຕ້ອງ​ພ້ອມ​ກັນ​ຕັດ​ສິນ​ໃຈ ດຳ​ເນີນ​ພາ​ລະ​ກຳ​ປະ​ຫວັດ​ສາດ​ທີ່​ສຳ​ຄັນ​ດັ່ງ​ກ່າວ​ເພື່ອ​ພັດ​ທະ​ນາ​ປະ​ເທດ​ຊາດ​ໃຫ້​ຈະ​ເລີນ​ຮຸ່ງ​ເຮືອງ​ຕາມ​ແນວ​ທາງ​ຂອງ​ພັກ​ເຮົາ​ວາງ​ໄວ້ ຢາກ​ເຮັດ​ໄດ້​ຄື​ແນວ​ນັ້ນ ​ຄະ​ນະ​ພັກ-ຄະນະນຳ ແລະ ອົງ​ການ​ປົກ​ຄອງ​ທຸກ​ຂັ້ນ​ຕ້ອງ​ນຳ​ພາ-ຊີ້​ນຳ​ການ​ຫັນ​ເປັນ​ດິ​ຈິ​ຕ໋ອນ​ໃນ​ຂົງ​ເຂດ​ຂອງ​ຕົນ ໃຫ້​ປະ​ສົບ​ຜົນ​ສຳ​ເລັດ​ເປັນ​ຢ່າງ​ດີ ສະ​ພາ​ແຫ່ງ​ຊາດເປັນ​​ເຈົ້າ​ການ​ສ້າງ ແລະ ປັບ​ປຸງ​ບັນ​ດາ​ນິ​ຕິ​ກຳ​ຕິດ​ພັນ​ກັບ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ ພ້ອມ​ທັງ​ຕິດ​ຕາມ ກວດ​ກາ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ໃຫ້​ຖືກ​ຕ້ອງ​ຕາມ​ລັດ​ຖະ​ທຳ​ມະ​ນູນ ແລະ ກົດ​ໝາຍ​ຂອງ ສ​ປ​ປ ລາວ ລັດ​ຖະ​ບານ​ເປັນ​ເຈົ້າ​ການ​ໃນ​ການ​ຄົ້ນ​ຄວ້າ ຜັນ​ຂະ​ຫຍາຍ​ແຜນ​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ໃຫ້​ເປັນ​ນິ​ຕິ​ກຳ ເປັນ​ແຜນ​ພັດ​ທະ​ນາ ໂຄງ​ການ ແລະ ຈັດ​ຕັ້ງ​ປະ​ຕິ​ບັດ​ຕາມ​ຄວາມ​ເໝາະ​ສົມ ແນ​ໃສ່​ຊຸກ​ຍູ້​ສົ່ງ​ເສີມ​ການ​ຂະ​ຫຍາຍ​ຕົວ​ເສດ​ຖະ​ກິດ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ເຮົາ​ ໃຫ້​ມີ​ຄວາມ​ວ່ອງ​ໄວ​ທັນ​ກັບ​ສະ​ພາບ​ການ​ໃໝ່ ແນວ​ລາວ​ສ້າງ​ຊາດ ແລະ ອົງ​ການ​ຈັດ​ຕັ້ງ​ມະ​ຫາ​ຊົນ​ຕ້ອງ​ໄດ້​ເອົາ​ໃຈ​ໃສ່​ໂຄ​ສະ​ນາ​ຂົນ​ຂວາຍ ແລະ ປຸກ​ລະ​ດົມ​ມະ​ຫາ​ຊົນ​ໃຫ້​ເຂົ້າ​ຮ່ວມ​ຢ່າງ​ກວ້າງ​ຂວາງ ແຂງ​ແຮງ ແລະ ຟົດ​ຟື້ນ ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມ​ສົມ​ທົບ​ກັບ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ກ່ຽວ​ຂ້ອງ ຈັດ​ຕັ້ງ​ເຜີຍ​ແຜ່ ແລະ ຄົ້ນ​ຄວ້າ​ເຊື່ອມ​ຊຶມ​”`ເພື່ອ​ຫັນ​ປ່ຽນ​ຈິນ​ຕະ​ກາ​ການ​ໃຫ້​ແກ່​ຄະ​ນະ​ພັກ-ຄະນະນຳ ແລະ ອຳ​ນາດ​ການ​ປົກ​ຄອງ​ທຸກ​ຂັ້ນ ສະ​ມາ​ຊິກ​ພັກ-ພະ​ນັກ​ງານ​ຫຼັກ​ແຫຼ່ງ ແລະ ນັກ​ທຸ​ລະ​ກິດ-ຜູ້​ປະ​ກອບ​ການໃຫ້​ທົ່ວ​ເຖິງ ແລະ ເລິກ​ເຊິ່ງ​ເພື່ອ​ໃຫ້​ທົ່ວ​ສັງ​ຄົມ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ເຂົາ​ໃນ​ຂະ​ບວນ​ການ​ຫັນ​ເປັນ​ດິ​ຈິ​ຕອນ​ຂອງ​ປະ​ເທດ​ເຮົາ.

ຂັນທະວີ 26.5.23

error: Content is protected !!