ເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນໂຮງຮຽນ ມສ ລຽວໂຕວ໌

    ພິທີເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນຊັ້ນ ມ1 ແລະ ມ2 ຂອງໂຮງຮຽນ ມສ ລຽວໂຕວ໌ ຈັດຂຶ້ນວັນທີ 27 ພຶດສະພາ 2023 ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ພັນໂທ ສຸດຕາ ຫຼຽນຄໍາມີ ຮອງຫົວໜ້າພະ ແນກຕໍາຫຼວດເມືອງຈັນທະບູລີ ທ່ານ ຫົງແກ້ວ ທໍາມະວົງ ຫົວໜ້າຂະແໜງພະລະ ແລະ ສິລະປະສຶກສາ ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ (ສສກ ນວ) ທ່ານ ສີທະນົນໄຊ ພົມມະລາດ ຫົວໜ້າ ໜ່ວຍງານກິລາ ແລະ ສິລະປະສຶກສາ ຫ້ອງການ ສສກ ເມືອງຈັນທະບູລີ ພ້ອມດ້ວຍຜູ້ຊ່ວຍອໍານວຍການໂຮງ ຮຽນ ຮອງອໍານວຍການໂຮງຮຽນ ຜູ້ຮັບຜິດຊອບວຽກງານພະແນກອົບຮົມນັກຮຽນ ແລະ ວິຊາສະເພາະພາສາ ຈີນ ຮອງອໍານວຍການໂຮງຮຽນ ຜູ້ຮັບຜິດຊອບວຽກງານພະແນກພາສາລາວ ຄູ-ອາຈານແລະນັກຮຽນເຂົ້າຮ່ວມ.

    ທ່ານ ພັນໂທ ສຸດຕາ ຫຼຽນຄໍາມີ ໄດ້ຍົກໃຫ້ເຫັນຈຸດປະສົງ ຄາດໝາຍ ສະພາບລວມ ຄວາມສໍານຶກກ່ຽວກັບບັນຫາຢາເສບຕິດໃນໂລກ ແລະ ໃນ ສປປ ລາວ ປະເພດ ແຫຼ່ງທີ່ມາ ຜົນຮ້າຍຂອງຢາເສບຕິດ ການສັງ ເກດ ແລະ ປັດໃຈສ່ຽງຂອງຄົນຕິດຢາເສບຕິດ ການປິ່ນປົວ ອອກຈາກຢາເສບຕິດດ້ວຍຕົນເອງ ຄອບຄົວ ຊຸມຊົນ ໂຮງໝໍ ແລະ ສູນບໍາບັດປິ່ນປົວ ການຄວບຄຸມ ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດແຕ່ລະຂັ້ນ ຄໍາສັ່ງເລກທີ 006/ອອປສ ລົງວັນທີ 30 ມີນາ 2023 ເລື່ອງການດໍາເນີນຄະດີຕໍ່ການປູກ ຜະລິດ ປຸງແຕ່ງ ຄ້າ-ຂາຍ ຂົນສົ່ງ ມີໄວ້ໃນການຄອບຄອງ ນໍາເຂົ້າ ສົ່ງອອກ ເສບພືດທີ່ມີສານເສບຕິດ ເຊັ່ນ: ໃບກະທ່ອມ ນໍ້າກະ ທ່ອມ ຫຼື ສານລະເຫີຍທີ່ມີສານເສບຕິດອື່ນ ເຊັ່ນ: ປູມເປົ້າອັດແກັສສານໄນຕັດອ໋ອກຊາຍ ຢາສູບໄຟຟ້າ-ຊີຊາ (ບາລາກູ) ແຈ້ງການເລກທີ 13/ປກສ ລົງວັນທີ 14 ກັນຍາ 2022 ເລື່ອງການເພີ່ມທະວີການຄວບຄຸມ ແລະ ສະກັດກັ້ນການປູກ ຜະລິດ ປຸງແຕ່ງ ຊົມໃຊ້ ຄ້າ-ຂາຍ ຈໍາໜ່າຍ ຂົນສົ່ງ ມີໄວ້ຄອບຄອງ ນໍາເຂົ້າ ສົ່ງອອກ ພືດທີ່ມີສານເສບຕິດ ແລະ ຜະລິດຕະພັນທີ່ມີສ່ວນປະສົມຕົ້ນ ແລະ ສານເສບຕິດປະເພດຕ່າງໆ ໂດຍບໍ່ຖືກ ຕ້ອງຕາມກົດໝາຍ ເພື່ອຜັນຂະຫຍາຍແນວທາງນະໂຍບາຍຂອງພັກ-ລັດ ການຈັດຕັ້ງປະຕິບັດ ວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ໃຫ້ມີຜົນສໍາເລັດ ແນໃສ່ໃຫ້ທຸກຄົນໃນສັງຄົມ ເຂົ້າໃຈ ເຂົ້າເຖິງ ຮັບຮູ້ຜົນຮ້າຍ ໄພອັນຕະລາຍຂອງຢາເສບຕິດ ແລະ ມີສະຕິເຄົາລົບກົດໝາຍຢ່າງເປັນນິດໄສແຕ່ຍັງເຍົາໄວ.     

    ຂ່າວຍັງແຈ້ງໃຫ້ຮູ້ອີກວ່າ: ວັນທີ 20 ພຶດສະພາ ຜ່ານມາ ກໍໄດ້ຈັດພິທີເຜີຍແຜ່ຜົນຮ້າຍຂອງສິ່ງເສບຕິດ ໃຫ້ນັກຮຽນຊັ້ນ ປ4 ແລະ ປ5 ຂອງໂຮງຮຽນ ມສ ລຽວໂຕວ໌ ເຊັ່ນກັນ.

error: Content is protected !!