ອອກໃບອະນຸຍາດໃຫ້ຜູ້ປະກອບວິຊາຊີບປິ່ນປົວ ສາມາດເຄື່ອນໄຫວ

ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ນ­ປົວ (ສວ​ປ) ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ໄດ້​ຈັດ​ພິ­ທີ​ມອບ​ໃບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ວິ­ຊາ​ຊີບ​ປິ່ນ­ປົວ ໃຫ້​ທ່ານ­ໝໍ​ທັນ​ຕະ​ແພດ ແລະ ພະ­ຍາ­ບານ​ໂຮງ­ໝໍ​ເດັກ ໃນ​ວັນ​ທີ 29 ມິ­ຖຸ­ນາ 2020 ທີ່​ສູນ​ເຝິກ­ອົບ­ຮົມ​ແພດ​ເດັກ ນະ­ຄອນ­ຫຼວງ​ວຽງ​ຈັນ ເປັນ​ປະ­ທານ​ຂອງ​ທ່ານ ປອນ​ເມກ ດາ­ລາ​ລອຍ ປະ­ທານ​ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ນ­ປົວ ມີ​ທ່ານ ບຸນ​ກອງ ສີ​ຫາ​ວົງ ລັດ­ຖະ­ມົນ­ຕີ​ກະ­ຊວງ​ສາ­ທາ­ລະ­ນະ​ສຸກ ພ້ອມ​ດ້ວຍ​ຮອງ​ປະ­ທານ​ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ນ­ປົວ ອຳ­ນວຍ​ການ​ໂຮງ­ໝໍ​ເດັກ ພະ­ນັກ­ງານ​ແພດ​ໝໍ ແລະ ພາກ­ສ່ວນ​ກ່ຽວ­ຂ້ອງ ເຂົ້າ​ຮ່ວມ.

ການ​ຂຶ້ນ​ທະ­ບຽນ ແລະ ອອກ​ໃບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ວິ­ຊາ​ຊີບ​ປິ່ນ­ປົວ​ຄັ້ງ​ນີ້ ເປັນ​ຄັ້ງ​ທຳ​ອິດ ທີ່​ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ນ­ປົວ ໄດ້​ເປັນ​ເອ­ກະ​ພາບ​ກັນ​ເຮັດ​ທົດ​ລອງ​ຄົ້ນ­ຄວ້າ​ອອກ​ໃບ​ອະ­ນຸ­ຍາດ ແລະ ຂຶ້ນ​ທະ­ບຽນ​ໃຫ້​ທ່ານ­ໝໍ ແລະ ທັນ​ຕະ​ແພດ​ລະ­ດັບ​ປະ­ລິນ­ຍາ​ຕີ​ຂຶ້ນ​ໄປ ສ່ວນ​ພະ­ຍາ­ບານ​ລະ­ດັບ​ຊັ້ນ​ສູງ​ຂຶ້ນ​ໄປ ມອບ​ໃຫ້​ໂຮງ­ໝໍ​ເດັກ​ເປັນ​ໂຮງ­ໝໍ​ທຳ​ອິດ ເພື່ອ​ຖອດ​ຖອນ​ບົດ­ຮຽນ ໂດຍ​ຄະ­ນະ​ກຳ­ມະ­ການ​ວິ­ຊາ​ຊີບ​ປິ່ນ­ປົວ​ການ​ແພດ ຄະ­ນະ​ກຳ­ມະ­ການ​ວິ­ຊາ​ຊີບ​ປິ່ນ­ປົວ​ທັນ​ຕະ​ແພດ ແລະ ຄະ­ນະ​ກຳ­ມະ­ການ​ວິ­ຊາ​ຊີບ​ປິ່ນ­ປົວ​ພະ­ຍາ­ບານ ແລະ ຜະ­ດຸງ­ຄັນ​ຂອງ​ສະ­ພາ​ວິ­ຊາ​ຊີບ​ປິ່ນ­ປົວ ໄດ້​ສົມ­ທົບ​ກັບ​ໂຮງ­ໝໍ​ເດັກ​ເພື່ອ​ເກັບ​ກຳ​ຈຳ­ນວນ​ເປົ້າ​ໝາຍ ແລະ ຈັດ​ກອງ​ປະ­ຊຸມ​ຄົ້ນ­ຄວ້າ​ຕາມ​ຂັ້ນ​ຕອນ​ທີ່​ວາງ​ໄວ້​ໃນ​ບົດ​ແນະ­ນຳ ແລະ ເຫັນ​ດີ​ເປັນ​ເອ­ກະ​ພາບ ຄົ້ນ­ຄວ້າ​ຕັດ­ສິນ​ເອົາ​ຜູ້​ທີ່​ມີ​ເງື່ອນ­ໄຂ ໄດ້​ຮັບ​ໃບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ວິ­ຊາ​ຊີບ​ປິ່ນ­ປົວ​ຊຸດ​ທຳ​ອິດ ຢູ່​ໂຮງ­ໝໍ​ເດັກ 78 ຄົນ ໃນ​ນັ້ນ ມີ​ທ່ານ­ໝໍ 47 ຄົນ ພະ­ຍາ­ບານ 27 ຄົນ ແລະ ທັນ​ຕະ​ແພດ 4 ຄົນ ເຊິ່ງ​ການ​ອອກ​ໃບ​ອະ­ນຸ­ຍາດ​ເຄື່ອນ​ໄຫວ​ວິ­ຊາ​ຊີບ​ປິ່ນ­ປົວ ໃຫ້​ບັນ­ດາ​ທ່ານ­ໝໍ​ທັນ​ຕະ​ແພດ ແລະ ພະ­ຍາ­ບານ ທີ່​ເຄື່ອນ​ໄຫວ​ວຽກ​ງານ​ປິ່ນ­ປົວ​ຢູ່​ໂຮງ­ໝໍ​ເດັກ ແນ­ໃສ່​ຢັ້ງ­ຢືນ​ຄຸນ​ນະ​ພາບ ແລະ ຄວາມ​ປອດ​ໄພ​ຂອງ​ການ​ບໍ­ລິ­ການ​ສຸ­ຂະ­ພາບ ປົກ​ປ້ອງ​ສິດ ແລະ ຜົນ​ປະ­ໂຫຍດ​ອັນ​ຊອບ​ທຳ​ຂອງ​ຜູ້​ປະ­ກອບ​ວິ­ຊາ​ຊີບ​ປິ່ນ­ປົວ ນອກ​ນັ້ນ ການ​ຂຶ້ນ​ທະ­ບຽນ ແລະ ໃບ​ອະ­ນຸ­ຍາດ​ຄັ້ງ​ນີ້​ແມ່ນ​ການ​ຂຶ້ນ​ທະ­ບຽນ ແລະ ອອກ​ໃບ​ອະ­ນຸ­ຍາດ​ໃຫ້​ຜູ້​ປະ­ກອບ​ວິ­ຊາ​ຊີບ​ປິ່ນ­ປົວ​ທີ່​ໄດ້​ເຮັດ​ວຽກ​ມາ​ກ່ອນ​ປີ 2020 ເພື່ອ​ໃຫ້​ສາ­ມາດ​ເຄື່ອນ​ໄຫວ​ວິ­ຊາ​ຊີບ​ຂອງ​ຕົນ​ໄດ້​ຢ່າງ​ຖືກ­ຕ້ອງ​ຕາມ​ລະ­ບຽບ​ກົດ­ໝາຍ ໂດຍ​ບໍ່​ຜ່ານ​ການ​ສອບ­ເສັງ​ລະ­ດັບ​ຊາດ ໃບ​ອະ­ນຸ­ຍາດ​ມີ​ອາ­ຍຸ​ນຳ​ໃຊ້ 5 ປີ ແລະ ຖ້າ​ຕ້ອງ­ການ​ຕໍ່​ອາ­ຍຸ ແມ່ນ​ຕ້ອງ​ມີ​ຄະ­ແນນ​ສະ​ສົມ​ຂອງ​ຂະ​ບວນ​ການ​ພັດ­ທະ­ນາ​ວິ­ຊາ​ຊີບ​ຢ່າງ​ຕໍ່​ເນື່ອງ ຕາມ​ທີ່​ສະ­ພາ​ຄຸ້ມ​ຄອງ​ວິ­ຊາ​ຊີບ​ປິ່ວ​ປົວ​ກຳ­ນົດ​ອອກ.

error: Content is protected !!