ໂຮງຮຽນວຽງຈັນພັດທະນາ ມອບໃບປະກາສະນິຍະບັດໃຫ້ນັກຮຽນອະນຸບານ 3

    ໂຮງຮຽນວຽງຈັນ ພັດທະນາ (Vientiane Pattana School) ນະຄອນຫຼວງວຽງຈັນ ໄດ້ເປີດໃຫ້ບໍລິການຕັ້ງແຕ່ວັນທີ 12 ມັງກອນ 1999 ໄດ້ຮັບອະນຸຍາດຢ່າງເປັນທາງການ ຈາກກະຊວງສຶກສາທິການ ແລະ ກີລາ ໃນປີ 2001.

    ໂຮງຮຽນໄດ້ເລີ່ມຕົ້ນ ສິດສອນ ມີນັກຮຽນພຽງແຕ່ 4 ຄົນ ແລະ ໃນປີຕໍ່ມາໄດ້ຂະຫຍາຍເປັນໂຮງຮຽນອະນຸບານ ພ້ອມທັງປະຕິບັດຕາມຫຼັກສູດພາສາລາວຊອງກະຊວງສຶກສາທິການ ແລະ ກິລາ ໂດຍມີທ່ານ ນາງ ເວຍຣ່າ ( ແຈ໊ກກີ້ ) ອິນທະວົງ (Mrs. Veera Inthavong) ເປັນຜູ້ອຳນວຍການໂຮງຮຽນ ໄດ້ວາງທິດທາງເພື່ອສະໜອງການສຶກສາທີ່ມີຄຸນນະພາບ ໃຫ້ແກ່ເດັກນ້ອຍແລະນັກຮຽນລາວ ເຊິ່ງລວມມີການສອນພາສາອັງກິດ ເພື່ອໃຫ້ນັກຮຽນ ສາມາດເຂົ້າໃຈ ແລະ ມີທັກສະດ້ານການພັດທະນາພາສາອັງກິດເລີ້ມແຕ່ໄລຍະຕົ້ນ ເຊິ່ງຈະເຮັດໃຫ້ພວກເຂົາຢູ່ໃນເສັ້ນທາງທີ່ຈະໄດ້ຮັບຫຼັກສູດການສອນ ພາສາອັງກິດ ນັບແຕ່ຊັ້ນອະນຸບານ-ປະຖົມ-ມັດທະຍົມ ນອກຈາກນັ້ນ ຍັງສຸມໃສ່ການສຶກສາອົບຮົມແນວຄິດ ຄຸນສົມບັດ ສິນລະທຳ ເພື່ອສ້າງນັກຮຽນທີ່ມີຄວາມຮູ້ ຄວາມສາມາດ ເປັນພົນລະເມືອງທີ່ດີຂອງສັງຄົມແລະປະເທດຊາດ.

ໃນວັນທີ 26 ພຶດສະພາ 2023 ໂຮງຮຽນ ວຽງຈັນພັດທະນາ ຈັດພິທີມອບໃບປະກາສະນິຍະບັດ ໃຫ້ແກ່ນັກຮຽນຊັ້ນອະນຸບານ 3 ຈຳນວນ 29 ຄົນ ຍິງ 13 ຄົນ ຂອງ ໂຮງຮຽນດັ່ງກ່າວ ທີ່ໂຮງແຮມລາວພລາຊາ ນະຄອນຫຼວງວຽງຈັນ ໂດຍມີ ທ່ານຜູ້ອຳນວຍການໂຮງຮຽນ ຄະນະຜູ້ບໍລິຫານ ພະນັກງານຄູ-ອາຈານ ພໍ່ແມ່ຜູ້ປົກຄອງຂອງນັກຮຽນ ແລະ ນັກຮຽນ ເຂົ້າຮ່ວມ.

error: Content is protected !!