ນາງ ກົວຢາງ ຈະເປັນຕົວແທນປະເທດເຂົ້າຮ່ວມແຂ່ງຂັນການຕອບຄຳຖາມ ກ່ຽວກັບ ປະເທດ ສ ເກົາຫຼີ ທີ່ປະເທດດັ່ງກ່າວ

    ກິດຈະກຳແຂ່ງຂັນການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ເພື່ອເປັນຕົວແທນເຂົ້າຮ່ວມແຂ່ງຂັນລະດັບສາກົນ ແມ່ນໜຶ່ງໃນກິດຈະ ກຳ ເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023 ເຊິ່ງຈັດຂຶ້ນລະຫວ່າງວັນທີ 26-27 ພືດສະພາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ໂດຍມີທ່ານ ຈອງ ຢອງ ຊຸ ເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ແຂກຖືກເຊີນ ບັນດານັກຮຽນ-ນັກສຶກສາ ແລະ ມວນຊົນຊາວ ນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

    ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ກ່າວວ່າ: ງານຄັ້ງນີ້ ນອກຈາກເປັນການເຜີຍແຜ່ ແນະນໍາວັດທະນະທໍາຂອງປະເທດ ສ ເກົາຫຼີ ແລ້ວ ຍັງເປັນການເປີດໂອກາດໃຫ້ປະຊາຊົນລາວບັນດາເຜົ່າ ລວມທັງຄົນຕ່າງປະເທດ ໄດ້ຮຽນຮູ້ວັດທະນະທໍາຂອງຊາວເກົາຫຼີ ໄດ້ຮັບຮູ້ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບວັດທະນະທໍາຂອງເກົາຫຼີຫຼາຍຂຶ້ນ ໂດຍຜ່ານຫຼາຍກິດຈະກໍາ ລວມທັງກິດຈະກຳການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ຄັ້ງນີ້ອີກດ້ວຍ.

    ສຳລັບກິດຈະກຳການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ຄັ້ງນີ້ ໄດ້ເປີດຮັບສະໝັກ ມາແຕ່ວັນທີ 9-19  ພຶດສະພາ 2023 ຜ່ານທາງ (laos@mofa.go.kr) ແລະ ສະໝັກໜ້າງານ ໂດຍເປີດໂອກາດໃຫ້ນັກຮຽນ-ນັກສຶກສາ ແລະ ບຸກຄົນທົ່ວໄປ ໄດ້ເຂົ້າຮ່ວມແຂ່ງຂັນ ເພື່ອເປັນຕົວແທນຂອງປະເທດ ເຂົ້າຮ່ວມແຂ່ງການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ທີ່ປະເທດ ດັ່ງກ່າວ ໃນເດືອນຕຸລາ 2023 ເຊິ່ງມີຜູ້ເຂົ້າຮ່ວມແຂ່ງຂັນຄັ້ງນີ້ ທັງໝົດ 92 ຄົນ.

ຜົນການແຂ່ງຂັນໄດ້ອັນດັບ3 ແມ່ນນາງ ວົງສະຫວັນ ແຍງວັນນະວົງ ຄູສອນ ໂຮງຮຽນ ມັດທະຍົມ ສຶກສາສົມບູນ ພັນໝັ້ນ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ອັນດັບ2 ມີສອງຄົນ ນາງ ແມັກກີ້ ຂາວພິບານ ແລະ ນາງ ພຸດທະພອນ ພິມມະສີ ທັງສອງເປັນນັກສຶກສາປີ4 ຂອງຄະນະອັກສອນສາດ ພາກວິຊາ ພາສາເກົາຫຼີ ມະຫາວິທະຍາໄລແຫ່ງຊາດ ແລະ ອັນດັບ1 ແມ່ນນາງ ກົວຢາງ ນັກສຶກສາ ປີ3 ຂອງຄະນະອັກສອນສາດ ພາກວິຊາ ພາສາເກົາຫຼີ ມະຫາວິທະຍາໄລແຫ່ງຊາດ ສຳລັບຂອງລາງວັນ ອັນດັບ3 ແມ່ນຈະໄດ້ຊຸດຟັງຫູໂທລະສັບມືຖື 1 ຊຸດ ອັນດັບ2 ແລະ 1 ໄດ້ຮັບ ໂທລະສັບມືຖື ຊຳຊູງ ຜູ້ລະ 1 ເຄື່ອງ ພິເສດ ຜູ້ທີ່ໄດ້ອັນດັບທີ1 ຈະໄດ້ເປັນຕົວແທນຂອງປະເທດ ເຂົ້າຮ່ວມແຂ່ງຂັນການຕອບຄຳຖາມກ່ຽວກັບປະເທດ ສ ເກົາຫຼີ ທີ່ປະເທດ ສ ເກົາຫຼີ.

error: Content is protected !!