ຫ້ອງການສາທາລະນະສຸກເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມສະຫຼຸບຖອດຖອນບົດຮຽນວຽກງານປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍປະຈຳປີ 2019 ແລະ ແຜນປະຈຳປີ 2020 ແລະ ສັບປະດັບປ້ອງກັນ ແລະ ຄວບຄຸມໄຂ້ຍຸງລາຍໂດຍການປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຂຶ້ນວັນທີ 30 ມິຖຸນາ 2020 ທີ່ວັດໜອງທາໃຕ້ ເປັນປະທານຂອງທ່ານນາງ ຈັນສະໝອນ ຈິດຕະກອນ ຫົວໜ້າຫ້ອງການສາທາລະນະສຸກເມືອງຈັນທະບູລີ ມີພະເຖລານຸເຖລະ ທ່ານ ບຸນໜາ ຜາທຸມມະວົງ ເຈົ້າເມືອງຈັນທະບູລີ ທ່ານນາງ ໄຊພອນ ນັນທະພອນ ຫົວໜ້າພະແນກສາທາລະນະສຸກນະຄອນຫຼວງວຽງຈັນ ອຳນາດການປົກຄອງບ້ານ ແລະ ອສບ ບ້ານພາຍໃນ 30 ບ້ານ ເຂົ້າຮ່ວມ.

ເມືອງຈັນທະບູລີ ເປັນເມືອງທີ່ຕັ້ງຢູ່ໃຈກາງຂອງນະຄອນຫຼວງວຽງຈັນ ມີປະຊາຊົນອາໄສຢູ່ຢ່າງໜາແໜ້ນ ປະກອບມີ 30 ບ້ານ ມີປະຊາກອນທັງໝົດ 69.046 ຄົນ ມີ 12.756 ຫຼັງຄາເຮືອນ 12.838 ຄອບຄົວ ປີ 2019 ເມືອງຈັນທະບູລີ ມີຄົນເຈັບຕິດເຊື້ອພະຍາດໄຂ້ຍຸງລາຍທັງໝົດ 1.117 ກໍລະນີ ເສຍຊີວິດ 4 ຄົນ ສຳລັບບົດຮຽນທີ່ຖອດຖອນໄດ້ປີ 2019 ທີ່ຕ້ອງໄດ້ນຳມາປັບປຸງເພື່ອໃຫ້ວຽກງານຕ້ານ ແລະ ປ້ອງກັນພະຍາດໄຂ້ຍຸງລາຍ ສາມາດຈັດຕັ້ງປະຕິບັດໄດ້ຢ່າງມີປະສິດທິຜົນ ໃນຕໍ່ໜ້ານີ້ ອຳນາດການປົກຄອງທຸກບ້ານ ຕ້ອງໄດ້ປຸກລະດົມຢ່າງຕໍ່ເນື່ອງ ເພື່ອໃຫ້ປະຊາຊົນເປັນເຈົ້າການ ແລະ ຖືວ່າການທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ແມ່ນໜ້າທີ່ຂອງຫົວໜ້າຄອບຄົວ ແລະ ສະມາຊິກໃນຄອບຄົວ ອຳນາດການປົກຄອງບ້ານ ອສບ ຫົວໜ້າໜ່ວຍຕ້ອງໄດ້ແຕ່ງຕັ້ງ ແລະ ແບ່ງຄວາມຮັບຜິດຊອບ ມີການຕິດຕາມກວດກາ ແລະ ສະຫຼຸບລາຍງານເປັນປະຈຳ ຢ່າງໜ້ອຍອາທິດລະຄັ້ງ ແຕ່ລະບ້ານຕ້ອງມີໂທລະໂຄ່ງ ເພື່ອໃຫ້ງ່າຍໃນການສື່ສານ ໃຫ້ສຸຂະສຶກສາ ແລະ ປະກາດວຽກງານຕ່າງໆ ແລະ ຫ້ອງການສາທາລະນະສຸກເມືອງ ຕ້ອງຕອບສະໜອງຂໍ້ມູນຂ່າວສານ ແລະ ອຸປະກອນທີ່ຈຳເປັນໃຫ້ບ້ານ ແລະ ລົງຕິດຕາມຊຸກຍູ້ເປັນປະຈຳ.

ສຳລັບປີ 2020 ເມືອງຈັນທະບູລີ ມີຄົນເຈັບພະຍາດດັ່ງກ່າວສະສົມທັງໝົດ 32 ກໍລະນີ ເພື່ອເປັນການຕ້ານ ແລະ ປ້ອງກັນແຕ່ຫົວທີ ຫ້ອງການສາທາລະນະສຸກເມືອງ ໄດ້ຊີ້ນຳໃຫ້ບັນດາ ອສບ ບ້ານລົງສຳຫຼວດ ແລະ ທຳລາຍໜອນນ້ຳຍຸງລາຍເປັນປະຈຳແຕ່ລະອາທິດ ພ້ອມນັ້ນ ເວລາ ອສບ ບ້ານລົງໄປສຳຫຼວດໜອນນ້ຳຍຸງລາຍນັ້ນ ໄດ້ເນັ້ນໃຫ້ນຳເອົາປາຫາງນົກຍຸງທີ່ມີຢູ່ໃນທະນາຄານປາຂອງບ້ານ ໄປແຈກຢາຍໃຫ້ປະຊາຊົນລ້ຽງເພື່ອກິນໜອນຍຸງ ພ້ອມທັງໂຄສະນາວິທີການປ້ອງກັນ ແລະ ທຳລາຍແຫຼ່ງເພາະພັນໜອນນ້ຳຍຸງລາຍ ໂດຍສຸມໃສ່ໃຫ້ແຕ່ລະຄອບຄົວ ເປັນເຈົ້າການຈັດຕັ້ງປະຕິບັດເປັນປະຈຳ ໂດຍອີງໃສ່ຫຼັກການ 5ປ ທີ່ກະຊວງສາທາລະນະສຸກວາງອອກ ນອກນັ້ນ ໄດ້ກຳນົດເອົາບ້ານຫ້ວຍຫົງ ໂພນຕ້ອງສະຫວ່າງ ໜອງທາເໜືອ ໂພນຕ້ອງສະຫວາດ ສີຫອມ ວັດຫາຍໂສກ ວັດຮ່ອງຄ້າ ວັດດົງໝ້ຽງ ພ້ອມທັງໂຮງຮຽນມັດທະຍົມຕອນຕົ້ນບໍ່ນາງົວ ມັດທະຍົມສົມບູນເຈົ້າອະນຸວົງ ແລະ ມັດທະຍົມສົມບູນສິນໄຊ ເປັນຕົວແບບໃນການປ້ອງກັນ ແລະ ຄວບຄຸມພະຍາດໄຂ້ຍຸງລາຍ.
ໂອກາດນີ້ ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ພ້ອມກັນ ສ້າງຂະບວນການປ່ອຍປາຫາງນົກຍຸງເພື່ອກິນໜອນນ້ຳຍຸງລາຍ ທີ່ເປັນກິດຈະກຳໜຶ່ງ ເພື່ອເປັນການສະເຫຼີມສະຫຼອງວັນສັບປະດາປ້ອງກັນ ແລະ ຄວບຄຸມໄຂ້ຍຸງລາຍຕື່ມອີກ.