ເປີດເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023

    ສະຖານທູດ ສ ເກົາ ປະຈໍາລາວ ໄດ້ຈັດງານເທສະການວັດທະນະທໍາເກົາຫຼີ ປະຈໍາປີ 2023 ຂຶ້ນ ໃນວັນທີ 26 ພືດສະພາ 2023 ທີ່ສູນການຄ້າວຽງຈັນເຊັນເຕີ ນະຄອນຫຼວງວຽງຈັນ ກ່າວເປີດງານໂດຍ ທ່ານ ຈອງ ຢອງ ຊຸ ເອອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ໃຫ້ກຽດເຂົ້າຮ່ວມ ມີທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວ ທ່ານ ໂພໄຊ ໄຂຄໍາພິທູນ ຮອງລັດຖະມົນຕີ ກະຊວງ ການຕ່າງປະເທດ ພ້ອມປະທານສະມາຄົມມິດຕະພາບ ລາວ ເກົາຫຼີ ແຂກຖືກເຊີນ ແລະ ພາກສ່ວນກ່ຽວຂ້ອງ.

    ທ່ານເອກອັກຄະລັດຖະທູດ ສ ເກົາຫຼີ ປະຈໍາລາວ ກ່າວວ່າ: ງານຄັ້ງນີ້ ເປັນງາປະຈໍາປີ ຂອງສະຖານທູດ ສ ເກົາຫຼີ ປະຈໍາລາວ ຈຸດປະສົງ ເພື່ອເປັນການເຜີຍແຜ່ ແນະນໍາວັດທະນະທໍາຂອງ ເກົາຫຼີ ເຊັ່ນ: ການນຸ່ງຖື ອາຫານ ແລະ ຜະລິດຕະພັນຕ່າງໆໃຫ້ແກ່ຄົນລາວ ໄດ້ຮັບຮູ້ກັນຫຼາຍຂື້ນ ເຊີ່ງງານຄັ້ງນີ້ຈະເປັນເວແຫ່ງໂອກາດໃຫ້ແກ່ປະຊາຊົນລາວບັນດາເຜົ່າ ລວມທັງຄົນຕ່າງປະເທດ ທີ່ດໍາລົງຊີວິດຢູ່ ນະ ຄອນຫຼວງວຽງຈັນ ໄດ້ຮຽນຮູ້ວັດທະນະທໍາຂອງຊາວເກົາຫຼີ ໂດຍມີຫຼາຍກິດຈະກໍາ ເປັນຕົ້ນກິດຈະກໍານຸ່ງຊຸດພື້ນເມືອງຂອງເກົາຫຼີ ກິດຈະກໍາຫຼີ້ນເກມຟື້ນເມືອງ ປະເພດຕ່າງໆ ກິດຈະກໍາລະບາຍສີໃສ່ຮູບພາບ ກິດຈະກໍາ ຊິມອາຫານເກົາຫຼື ແລະ ກິດຈະກໍາອື່ນໆອີກຫຼາຍຢ່າງ ເພື່ອໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊີ່ງ ກ່ຽວກັບວັດທະນະທໍາຂອງເກົາຫຼີຫຼາຍຂຶ້ນ.

    ທ່ານຍັງໃຫ້ຮູ້ຕື່ມອີກວ່າ: ກ່ອນຈະເປັນເພື່ອນນໍາກັນ ມັນຕ້ອງໄດ້ຜ່ານຂະບວນການຕ່າງໆ ໂດຍສະເພາະ ຕ້ອງໄດ້ທໍາຄວາມຊີ້ນເຄີຍ ແລະ ຄວາມຮູ້ຈັກ ເຊີ່ງກັນ ແລະ ກັນ ສະນັ້ນງານເທສະການວັດທະ ນະທໍາປະຈໍາປີ 2023 ຄັ້ງນີ້ ຄາດວ່າຈະເປີດໂອກາດໃຫ້ປະຊາຊົນລາວບັນດາເຜົ່າໄດ້ຮູ້ ແລະ ເຂົ້າໃຈກ່ຽວກັບ ວິຖີການດໍາລົງຊີວິດຂອງຊາວເກົາຫຼີ ຫຼາຍຂື້ນກວ່າເກົ່າ ນອກນີ້ພາຍໃນງານຍັງມີການສະແດງທີ່ໜ້າຕື່ນໃຈ ທີ່ນັກສະແດງໄດ້ຮວບຮວມການສະແດງຫຼາຍຢ່າງມາໄວ້ໃນງານຄັ້ງນີ້ ງານດັ່ງກ່າວຈະດໍາເນີນເປັນເວລາ 2 ວັນ ລະຫວ່າງ 26-27 ພຶດສະພາ 2023.

error: Content is protected !!