ພິທີເປີດການສອບເສັງຈົບຊັ້ນປະຖົມສຶກສາ (ປ5) ແລະ ມັດທະຍົມຕອນຕົ້ນ (ມ4) ທົ່ວເມືອງໄຊເສດຖາ ປະຈໍາສົກຮຽນ 2022-2023 ຈັດຂື້ນທີ່ສະໂມສອນໂຮງ ຮຽນ ມສ ໜອງບອນ ເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ໂດຍການເປັນປະທານຂອງ ທ່ານ ຄຳສະຫວັນ ໂຄດໄຊ ຮອງເຈົ້າເມືອງໄຊເສດຖາ ມີ ທ່ານ ພົມມີ ໄຊຍະສານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງໄຊເສດຖາ ພ້ອມດ້ວຍຄະນະອຳນວຍການ ຄູ-ອາຈານ ນັກຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົາຮ່ວມ.

ທ່ານ ພົມມີ ໄຊຍະສານ ໄດ້ກ່າວວ່າ: ເພື່ອເປັນການ ພັດທະນາການຮຽນ-ການສອນຂອງຄູ-ອາຈານ ແລະ ການຮຽນຂອງນັກຮຽນໂດຍສະເພາະຊັ້ນ ປະຖົມ ແລະ ມັດທະຍົມຕອນຕົ້ນ ເພື່ອເປັນການກວດກາ ປະເມີນຄວາມສາມາດຂອງຜູ້ບໍລິຫານ ໃນການຄຸ້ມ ຄອງທາງດ້ານວິຊາການໃນແຕ່ລະໂຮງຮຽນ ທັງ ພາກລັດ ແລະ ເອກະຊົນພາຍໃນເມືອງໄຊເສດຖາ ປະຈໍາສົກຮຽນ 2022-2023 ໃຫ້ມີຜົນສຳເລັດ.


ການເປີດການສອບເສັງຈົບຊັ້ນໃນຄັ້ງນີ້ ສໍາລັບຊັ້ນປະຖົມ ຈະສອບເສັງໃນວັນທີ 7-8 ມິຖຸນາ 2023 ສອບ ເສັງໃນ 4 ວິຊາຫຼັກຄື: ພາສາລາວ(ຫັດແຕ່ງ) ພາສາ ລາວ (ຂຽນທວຍ+ຄໍາຖາມ) ຄະນິດສາດ ແລະ ວິຊາ ໂລກອ້ອມຕົວ ມີຈໍານວນນັກສອບເສັງທັງ ໝົດ 1.955 ຄົນ ຍິງ 994 ຄົນ ພາກລັດມີ 864 ຄົນ ຍິງ 457 ຄົນ ແບ່ງເປັນ 8 ສູນສອບເສັງຄື: ສູນສອບເສັງ: ມຕ ຈອມມະນີ ມສ ໜອງບອນ ມສ ໂພນທັນ ມຕ ເມືອງນ້ອຍ ມຕ ໜອງໜ່ຽງ ມປ ໂນນສະຫວ່າງ ໂຮງຮຽນ ມສ ນາຄວາຍ ໂຮງຮຽນ ມຕ ບ້ານດຸງ ມີ 97 ຫ້ອງສອບເສັງ.



ສຳລັບຊັ້ນມັດທະຍົມຕອນຕົ້ນ ມ4 ຈະສອບເສັງ ໃນວັນທີ 14-16 ມິຖຸນາ 2023 ມີທັງໝົດ: 25 ໂຮງ ຮຽນ ພາກລັດ: 12 ໂຮງຮຽນ ມີນັກສອບເສັງທັງໝົດ 1.693 ຄົນ ຍິງ 814 ຄົນ ພາກລັດມີ 1.289 ຄົນ ຍິງ 638 ຄົນ ມີ 6 ວິຊາຫຼັກຄື: ວິຊາພາສາລາວ-ວັນນະຄະດີ ຄະນິດສາດ ວິທະຍາສາດທຳມະຊາດ ວິທະຍາສາດສັງ ຄົມ ສຶກສາພົນລະເມືອງ ແລະ ພາສາອັງກິດ ແບ່ງ ເປັນ 4 ສູນສອບເສັງຄື: ມສ ໄຊເສດຖາ ມສ ມິດຕະພາບລາວ-ຫວຽດນາມ ມປ ໂນນສະຫວ່າງ ມສ ນາຄວາຍ ລວມມີ 94 ຫ້ອງສອບເສັງ.
