ຜົນວິໄຈໃໝ່ພົບວ່າ ການໃສ່ຜ້າອັດປາກ-ດັງ ສຳຄັນກວ່າການເວັ້ນໄລຍະຫ່າງ ຊ່ວຍຢຸດແຜ່ລະບາດໂຄວິດ-19

ການ​ບັງ­ຄັບ​ໃສ່​ຜ້າ​ອັດ​ປາກ-ດັງ ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່ (ໂຄ​ວິດ-19) ໃນ​ຫຼາຍໆ​ພື້ນ ທີ່​ຊຶ່ງ​ເປັນ​ສູນ​ກາງ­ຂອງ​ໂລກ­ລະ­ບາດ​ໃຫຍ່ ອາດ​ຊ່ວຍ​ປ້ອງ​ກັນ​ປະ­ຊາ­ຊົນ​ຈາກ​ການ​ຕິດ­ເຊື້ອ​ໄດ້​ຫຼາຍ​ໝື່ນ​ຄົນ ຈາກ​ຂໍ້​ບົ່ງ​ຊີ້​ຂອງ​ຜົນ​ການ​ວິ­ໄຈ​ໃໝ່​ທີ່​ເຜີຍ­ແຜ່​ໃນ​ວັນ​ສຸກ 12 ມິ­ຖຸ­ນາ​ຜ່ານ​ມາ.

ໃນ​ຜົນ​ການ​ສຶກ​ສາ​ທີ່​ເຜີຍ­ແຜ່​ໃນ​ວາ­ລະ­ສານ PNAS (The Proceedings of the National Academy of Sciences of the USA) ຍັງ​ພົບ​ອີ​ກວ່າ ການ​ໃສ່​ຜ້າ​ອັດ​ປາກ-ດັງ ມີ​ຄວາມ​ສຳ­ຄັນ​ສຳ­ລັບ​ການ​ປ້ອງ​ກັນ​ການ​ແຜ່​ລະ­ບາດ​ຂອງ​ໄວ​ຣັສ ຫຼາຍ​ກວ່າ​ມາດ​ຕະ­ການ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ ແລະ ຄຳ​ສັ່ງ​ຢຸດ​ຢູ່​ເຮືອນ​ເສຍ​ອີກ.

ຜົນ​ການ​ສຶກ​ສາ​ພົບ​ວ່າ ທ່າ​ອ່ຽງ​ຂອງ​ການ​ແຜ່​ເຊື້ອ​ປ່ຽນ​ໄປ​ຢ່າງ​ວ່ອງ­ໄວ ເມື່ອ​ຄັ້ງ​ທີ່​ມີ​ການ​ບັງ­ຄັບ​ໃຊ້​ກົດ​ລະ­ບຽບ​ໃສ່​ຜ້າ​ອັດ​ປາກ ໃນ​ວັນ​ທີ 6 ເມ­ສາ ທາງ​ພາກ​ເໜືອ​ຂອງ​ອິ​ຕາ​ລີ ແລະ ໃນ​ນິວ​ຢອກ ເມື່ອ​ວັນ​ທີ 17 ເມ­ສາ​ຜ່ານ​ມາ ຊຶ່ງ​ໃນ​ຕອນ​ນັ້ນ ຕ່າງ​ກໍ​ເປັນ​ໜຶ່ງ​ໃນ​ພື້ນ​ທີ່​ທີ່​ໄດ້​ຮັບ​ຜົນ​ກະ­ທົບ​ຈາກ​ວິ​ກິດ​ການ​ແຜ່​ລະ­ບາດ​ຂອງ​ໂຄ​ວິດ-19 ໜັກ­ໜ່ວງ​ທີ່​ສຸດ​ໃນ​ໂລກ.

“ມາດ​ຕະ­ການ​ປ້ອງ​ກັນ​ດັ່ງ­ກ່າວ ເປັນ​ຢ່າງ​ດຽວ​ທີ່​ຊ່ວຍ​ຫຼຸດ​ຈຳ­ນວນ​ຜູ້​ຕິດ­ເຊື້ອ​ໄດ້​ຢ່າງ​ຫຼວງ­ຫຼາຍ​ກວ່າ 78.000 ຄົນ​ໃນ​ອິ​ຕາ​ລີ ລະ­ຫວ່າງ​ວັນ​ທີ 6 ເມ­ສາ ເຖິງ 9 ພຶດ­ສະ­ພາ ແລະ ກວ່າ 66.000 ຄົນ​ໃນ​ນິວ​ຢອກ ຕັ້ງ­ແຕ່​ວັນ​ທີ 17 ເມ­ສາ ເຖິງ 9 ພຶດ­ສະ­ພາ” ຈາກ​ຜົນ​ການ​ຄຳ­ນວນ​ຂອງ​ນັກ​ວິ­ໄຈ.

ພວກ​ນັກ​ວິ­ໄຈ​ບອກ​ຕໍ່​ວ່າ ເມື່ອ​ຄັ້ງ​ມາດ​ຕະ­ການ​ໃສ່​ຜ້າ​ອັດ​ປາກ-ດັງ ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ນິວ​ຢອກ ອັດ­ຕາ​ຜູ້​ຕິດ­ເຊື້ອ​ໃໝ່​ລາຍ​ວັນ​ຫຼຸດ​ລົງ​ປະ­ມານ 3% ຕໍ່​ວັນ ຜິດ​ກັບ​ບ່ອນ​ອື່ນໆ​ຂອງ​ປະ­ເທດ ຊຶ່ງ​ອັດ­ຕາ​ພົບ​ຜູ້​ຕິດ­ເຊື້ອ​ລາຍ​ໃໝ່​ຍັງ​ຄົງ​ເພີ່ມ​ຂຶ້ນ​ເລື້ອຍໆ.

ຂໍ້​ຄວນ​ລະ­ວັງ​ການ​ສຳ­ຜັດ​ໂດຍ​ກົງ ບໍ່​ວ່າ​ຈະ​ເປັນ​ການ​ເວັ້ນ​ໄລ­ຍະ​ຫ່າງ​ທາງ​ສັງ­ຄົມ​ກັກ​ໂລກ ຫຼື ແຍກ​ໂລກ ແລະ ລ້າງ​ມື​ດ້ວຍ​ນຳ​ເຫຼົ້າ ລ້ວນ​ຖືກ​ນຳ​ມາ​ໃຊ້​ກ່ອນ​ໜ້າ­ທີ່​ມາດ​ຕະ­ການ​ໃສ່​ຜ້າ​ອັດ​ປາກ-ດັງ ຈະ​ມີ​ຜົນ​ບັງ­ຄັບ​ໃຊ້​ໃນ​ອິ​ຕາ​ລີ ແລະ ນິວ​ຢອກ ແຕ່​ໃນ​ຂໍ້​ຄວນ​ລະ­ວັງ​ເຫຼົ່າ­ນັ້ນ ພຽງ​ແຕ່​ຊ່ວຍ​ຫຼຸດ​ການ​ແຜ່​ເຊື້ອ​ຈາກ​ການ​ສຳ­ຜັດ​ໂດຍ​ກົງ ສ່ວນ​ການ​ໃສ່​ຜ້າ​ອັດ​ປາກ-ດັງ ນັ້ນ ຊ່ວຍ​ປ້ອງ​ກັນ​ການ​ແຜ່​ເຊື້ອ​ທາງ​ອາ­ກາດ.

ຊາວ­ບ້ານ – ນຳ​ສະ­ເໜີ

error: Content is protected !!