ຄະນະບັນນາທິການໜັງສືພິມປະຊາຊົນ ນໍາໂດຍ ທ່ານ ນາງ ປານີ ມະນີທິບ ຮອງບັນນາທິການໃຫຍ່ໜັງສືພິມປະຊາຊົນ ຕ້ອນຮັບການເຂົ້າຢ້ຽມຢາມ ແລະ ພົບປະຂອງນັກຂ່າວໜັງສືພິມລາຍວັນແຂວງຢຸນນານ ແລະ ແຂວງຫູໜານ ສປ ຈີນ ໃນໂອກາດທີ່ໄດ້ເດີນ ທາງເກັບກໍາຂ່າວສໍາພາດຕາມເສັ້ນທາງລົດໄຟລາວ-ຈີນ.

ໃນໂອກາດນີ້ ທ່ານ ນາງ ປານີ ມະນີທິບ ໄດ້ສະແດງຄວາມຊົມເຊີຍຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກຂອງນັກ ຂ່າວທັງສອງໜັງສືພິມ ພ້ອມທັງໄດ້ຕີລາຄາການຮ່ວມມືລະຫວ່າງສອງຝ່າຍ ໂດຍສະເພາະການແລກປ່ຽນຂໍ້ມູນຂ່າວສານໃນ ການໂຄສະນາຜ່ານໜ້າໜັງສືພິມປະຊາຊົນ ຜ່ານໜັງສືພິມລາຍວັນຢູນນານ ແລະ ຫູໜານ ເພື່ອປະກອບສ່ວນໃນການເຜີຍ ແຜ່ຂໍ້ມູນຂ່າວສານໃຫ້ສັງຄົມລາວ ກໍຄື ຈີນ ໄດ້ຮູ້ຈັກປະເທດລາວ ຮູ້ຈັດແຂວງຢູນນານ ແລະ ແຂວງຫູໜານ ກໍຄື ສປ ຈີນ ຫຼາຍຂຶ້ນ.


ພ້ອມນັ້ນທັງສອງຝ່າຍຫຍັງໄດ້ສົນທະນາເພື່ອເຮັດໃຫ້ການຮ່ວມມືນັບມື້ເຕີບໃຫຍ່ຂະຫຍາຍຕົວເຊັ່ນ: ການສ້າງຜະ ລິດຕະ ພັນດ້ານສື່ໃຫ້ມີຄວາມທັນສະໄໝ ໂດຍສະເພາະການລາຍງານຂ່າວເປັນພາບເຄື່ອນໄຫວ (video) ເພື່ອໃຫ້ມີຫຼາຍສ່ອງທາງ ໃນການໂຄສະນາຂໍ້ມູນຂ່າວສານຂອງທັງສອງຝ່າຍອອກສູ່ສັງຄົມໃຫ້ໄດ້ຮັບປະສິດທິຜົນຫຼາຍຂຶ້ນກວ່າເກົ່າ.
ພ້ອມນັ້ນທັງສອງຝ່າຍກໍໄດ້ສົນທະນາກ່ຽວກັບບັນຫາທ້າທາຍ ໃນການຮ່ວມມືຂອງທັງສອງຝ່າຍ ເຊັ່ນ: ພາສາ ບຸກຄະລາ ກອນ ແລະ ອື່ນໆ ເຊິ່ງຕ້ອງໄດ້ມີການປັບປຸງ ແລະ ຍົກລະດັບ ແນໃສ່ເຮັດໃຫ້ການຮ່ວມມືຂອງໜັງສືພິມປະຊາຊົນ ກັບ ໜັງ ສືພິມລາຍວັນຢູນນານ ແລະ ໜັງສືພິມລາຍວັນຫູໜານ ນັບມື້ເຕີບໃຫຍ່.


ໃນຕອນທ້າຍຂອງການຢ້ຽມຢາມ ແລະ ພົບປະ ທ່ານ ວັນໄຊ ຕະວິນຍານ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຫົວໜ້າບັນນາທິການໃຫຍ່ໝັງສືພີມປະຊາຊົນ ຍັງໄດ້ໃຫ້ກຽດພາຄະນະນັກຂ່າວທ່ຽວຊົມສຳນັກງານໜັງສືພິມປະຊາຊົນ ພ້ອມຖ່າຍຮູບ ກັນຄະນະສື່ມວນຊົນ ພ້ອມທັງສະແດງຄວາມຊົມ ເຊີຍຕໍ່ການເຄື່ອນໄຫວເຮັດວຽກໃນຄັ້ງນີ້ ແລະ ອວຍ ພອນໃຫ້ຄະນະ ປະສົບຜົນສໍາເລັດໃນການປະຕິບັດໜ້າທີ່ໃນເທື່ອນີ້ ພ້ອມເດີນທາງກັບປະເທດໂດຍສະຫວັດດີພາບ.