ວັນທີ 26 ພຶດສະພາ ທີມງານວິຊາການຂອງບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ພ້ອມອາສາສະໝັກຈາກລາວ ໄດ້ຈັດກິດຈະ ກໍາຢູ່ສູນມືແຫ່ງຄວາມຫວັງ (Hands of Hope (School) ບ້ານໜອງບົວ ເມືອງໄຊທານີ ນະຄອນຫຼວງວຽງຈັນ.

ທ່ານ ນາງ ໂສພາພອນ ເຮືອງລິດ ຜູ້ອໍານວຍການສູນມືແຫ່ງຄວາມຫວັງ ກ່າວວ່າ: ສູນຂອງພວກເຮົາມີນັກຮຽນທີ່ມີບັນຫາ ກ່ຽວກັບການໄດ້ຍິນທັງໝົດ 20 ນ້ອງ ອາຍຸຢູ່ໃນເກນ 6-12 ປີ ເຊິ່ງເດັກນ້ອຍເຫຼົ່ານີ້ແມ່ນມີຄວາມຫຍຸ້ງຍາກ ແລະ ທ້າທາຍ ຫຼາຍໃນການສຶກສາຮໍ່າຮຽນ ລວມໄປເຖິງການດໍາລົງຊີວິດປະຈໍາວັນຂອງເຂົາເຈົ້າ ດັ່ງນັ້ນກິດຈະກໍາຄັ້ງນີ້ແມ່ນມີຄວາມສຳຄັນ ຫຼາຍຕໍ່ກັບເຂົາເຈົ້າແນໃສ່ເປັນການແລກປ່ຽນໃຫ້ເດັກເຫຼົ່ານັ້ນໄດ້ຮຽນຮູ້ວິຖີການດໍາລົງຊີວິດ ເພື່ອໃຫ້ເຂົາເຈົ້າເຫຼົ່ານັ້ນໄດ້ຮັບ ການສົ່ງເສີມຈາກສັງຄົມ ເຊິ່ງໃນກິດຈະກໍາແມ່ນໄດ້ມອບອຸປະກອນໃນການແຕ້ມຮູບເພື່ອເປັນການສານຝັນຂອງເຂົາເຈົ້າ ໂດຍທີມງານອາສາສະໝັກ ເຊື່ອວ່າການສຶກສາແມ່ນເປັນກຸນແຈສໍາຄັນໃນການປ່ຽນອະນາຄົດຂອງເດັກນ້ອຍເຫຼົ່ານັ້ນ.


ທ່ານ ນາງ ໂສພາພອນ ເຮືອງລິດ ກ່າວຕື່ມວ່າ: ສູນຂອງພວກເຮົາແມ່ນມີຜົນດີຕໍ່ການເສີມສ້າງການຮຽນຮູ້ຂອງເດັກນ້ອຍ ກຸ່ມເຫຼົ່ານັ້ນ ແຕ່ທາງສູງພວກເຮົາຕ້ອງການ ການມີສ່ວນຮ່ວມ ການສະໜັບສະໜູນຈາກສັງຄົມ ດັ່ງນັ້ນຂ້າພະເຈົ້າຂໍຂອບໃຈ ຕໍ່ການສະໜອງສະໜູນຈາກ ບໍລິສັດຕາຂາຍໄຟຟ້າພາກໃຕ້ຈີນ ທີ່ໄດ້ນໍາເອົາອຸປະກອນ ແລະ ຈັດກິດຈະກໍາຕ່າງໆຢູ່ໃນສູນຄັ້ງນີ້.

ສໍາລັບກິດຈະກໍາດັ່ງກ່າວ ແມ່ນຈັດຂຶ້ນເປັນຄັ້ງທີ 3 ແລ້ວພາຍໃຕ້ໂຄງການ“ແສງແຫ່ງຄວາມຫວັງ” ທ່ານ ມ່າຫຼິນ ຕາງ ໜ້າບໍ ລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ກ່າວວ່າ: ກິດຈະກໍາຄັ້ງນີ້ຈັດຂຶ້ນໂດຍສືບເນື່ອງຈາກກິດຈະກໍາຂອງບໍລິສັດຕາຂ່າຍໄຟຟ້າ ຢູນ ນານສາກົນ ຈຸດປະສົງແນໃສ່ເພື່ອສົ່ງເສີມ ແລະ ພັດທະນາ ລະບົບສະຫວັດດີການສາທາລະນະໃນ ສປປ ລາວ ພ້ອມທັງ ເປັນການແລກປ່ຽນໃນການທາງດ້ານວັດທະນະທໍາລາວ-ຈີນ ນັບແຕ່ເລີ່ມຈັດກິດຈະກໍາແຕ່ວັນທີ 14 ມັງກອນ 2023 ໄດ້ຈັດ ກິດຈະກໍາຢູ່ ໂຮງຮຽນປະຖົມສີວິໄລ ໂຮງຮຽນເຕັກນິກວິຊາຊີບພິເສດສີເກີດ ໂດຍການສະໜອງອຸປະກອນ ແລະ ການສະໜັບ ສະໜູນທີ່ຈໍາເປັນໃຫ້ໂຮງຮຽນ ແລະ ຍັງຈະສືບຕໍ່ໃນການກໍ່ສ້າງ ແລະ ພັດທະນາໂຮງຮຽນ ພ້ອມທັງປັບປຸງການຮຽນການ ສອນໃຫ້ນັບມື້ດີຂຶ້ນ.

ທ່ານ ມ່າຫຼິນ ກ່າວຕື່ມວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈຫຼາຍທີ່ໄດ້ເປັນສ່ວນໜຶ່ງສືບຕໍ່ຈັດກິດຈະກໍາກັບອາສາສະໝັກຄົນລາວ ໃນໂຄງການແສງແຫ່ງຄວາມຫວັງ ເຊິ່ງຂ້າພະເຈົ້າເຊື່ອວ່າກິດຈະກໍາດັ່ງກ່າວຈຸດໃນການນັດພົບ ການສົ່ງເສີມ ແລະ ເຕົ້າໂຮມ ຄວາມຮັກແພງ ຄວາມສາມັກຄີ ເພື່ອດຶງດູດການຊ່ວຍເຫຼືອຈາກສັງຄົມ.


ທັງນີ້ສະແດງເຖິງ ຕະຫຼອດໄລຍະທີ່ໄດ້ດໍາເດີນໂຄງການຢູ່ ສປປ ລາວ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ມີຄວາມມຸ່ງໝັ້ນ ໃນ ການປະກອບສ່ວນພັດທະນາສັງຄົມ ແລະ ປັບປຸງຊິວິດການເປັນຢູ່ຂອງປະຊາຊົນລາວໃຫ້ດີຂຶ້ນ ຜ່ານການດຊາເນີນໂຄງການ ກໍ່ສ້າງ ຕາຂ່າຍໄຟຟ້າ 230 ກິໂລໂວນ ຢູ່ພາກເໜືອຂອງລາວ ແລະ ໂຄງການສະໜອງສະໜອງໄຟຟ້າໃຫ້ເສັ້ນທາງລົດໄຟ ລາວ-ຈີນ ໂດຍມີການຈ້າງງານແຮງງານທ້ອງຖິ່ນ ໃຫ້ການສະໜັບສະໜູນດ້ານການສຶກສາ ການສະໜັບສະໜູນອຸປະກອນ ການສິດສອນ ແລະ ປັບປຸງການດໍາລົງຊິວິດຂອງປະຊາຊົນ ເພື່ອສະທ້ອນໃຫ້ເຫັນເຖິິງເນື້ອໃນຈິດໃຈຂອງໂຄງການ “CSG ສ່ອງສະຫວ່າງທຸກຄົວເຮືອນ ສານຕໍ່ມິດຕະພາບລາວ-ຈີນ” ໃນອະນາຄົດ ບໍລິສັດຕາຂ່າຍໄຟຟ້າພາກໃຕ້ຈີນ ຈະເພີ່ມທະ ວີການປະສານງານກັບຄູ່ຮ່ວມຝ່າຍລາວໃຫ້ເລິກເຊິ່ງ ເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ຜ່ານການສະໜອງ ໄຟຟ້າ ທີ່ເປັນມິດຕໍ່ສິ່ງແວດລ້ອມ ແລະ ຮ່ວມກັນໃຫ້ຄວາມຮັກ ການບໍລິການຊຸມຊົນ ເພື່ອເພີ່ມແສງສະຫວ່າງໃຫ້ກັບຫຼາຍໆພັນ ຄອບຄົວໃນ ສປປ ລາວ ໃຫ້ປະກົດຜົນເປັນຈິງ.