ງານຕະຫຼາດນັດແຮງງານ-ການສຶກສາ ຄັ້ງທີ 9 ປີ 2023

    ຄະນະວິສະວະກຳສາດ (ຄວສ) ມະຫາວິທະຍາໄລແຫ່ງຊາດ (ມຊ) ຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງທີ 9 ປະຈຳປີ 2023 ຈັດຂຶ້ນວັນທີ 26 ພຶດສະພາ 2023 ຢູ່ ຄວສ ໂດຍຕາງໜ້າໃຫ້ແກ່ຄະນະບໍດີ ຄວສ ແລະ ເປັນປະທານເປີດງານໃນຄັ້ງນີ້ ຂອງທ່ານ ຄໍ້າເຝົ້າ ສີສະອາດ ມີຄະນະຜູ້ຈັດງານຈາກໂຄງການ JICA HugeTech ຜູ້ຕາງໜ້າຈາກບັນດາ 36 ບໍລິສັດຜູ້ໃຫ້ການສະໜັບສະໜູນ ພະນັກງານ ຄູອາຈານ ແລະ ນ້ອງນັກຮຽນ ເຂົ້າຮ່ວມ.

    ໃນພິທີ ທ່ານ ຄໍ້າເຝົ້າ ສີສະອາດ ກ່າວວ່າ:ການຈັດງານຕະຫຼາດນັດແຮງງານ ແລະ ການສຶກສາ ຄັ້ງນີ້ ເຊິ່ງເປັນການຈັດງານຄັ້ງທຳອິດ ພາຍໃຕ້ການສະໜັບສະໜູນຈາກໂຄງການສ້າງຄວາມເຂັ້ມແຂງ ໃຫ້ແກ່ການພັດທະນາຊັບພະຍາກອນມະນຸດທາງດ້ານວິສະວະກຳ ແລະ ເຕັກໂນໂລຊີ ເພື່ອການພັດທະນາອຸດ ສາຫະກຳ ໃນ ສປປ ລາວ ຫຼື JICA HugeTech Project ເຊິ່ງຈຸດປະສົງຫຼັກຂອງງານໃນມື້ນີ້ ແມ່ນເພື່ອສ້າງໂອກາດໃຫ້ແກ່ນັກສຶກສາ ແລະ ນິສິດເກົ່ານັກສຶກສາ ຂອງ ຄວສ ໄດ້ພົບປະກັບບັນດາບໍລິສັດ ເພື່ອຮັບຮູ້ຂໍ້ມູນເລື່ອງການສະໝັກວຽກ ການລົງເຝິກງານ ແລະ ການເຮັດວຽກເສີມ ພ້ອມທັງເປັນການເປີດກວ້າງໃຫ້ແກ່ ຄວສ ບັນດາບໍລິສັດ ແລະ ໂຮງຮຽນມັດທະຍົມຕອນປາຍໄດ້ພົບປະກັນ ເພື່ອກ້າວໄປສູ່ການສ້າງສາຍສຳພັນທີ່ດີ ໃນການແລກປ່ຽນຄວາມຮູ້ ຄວາມສາມາດ ແລະ ການຮ່ວມມືທີ່ເປັນປະໂຫຍດຕໍ່ການພັດທະນາປະເທດຊາດ ອີກດ້ວຍ.

    ລັດຖະບານແຫ່ງ ສປປ ລາວ ມີນະໂຍບາຍສ້າງຄວາມເຂັ້ມແຂງດ້ານຊັບພະຍາກອນມະນຸດ ທາງດ້ານວິສະວະກຳ ແລະ ເຕັກໂນໂລຊີ ພ້ອມທັງໃຫ້ຄວາມສໍາຄັນໃນແຜນພັດທະນາຂະແໜງການສຶກສາ ຄັ້ງທີ 8 ປີ 2016-2020 ເພື່ອຍົກສູງຄຸນນະພາບຂອງການສຶກສາຊັ້ນສູງ ໂດຍຜ່ານການພັດທະນາຫຼັກສູດ ອີງຕາມຄວາມຕ້ອງການຂອງອຸດສາຫະກຳ ແລະ ການສ້າງຂີດຄວາມສາມາດ ໃນການຄົ້ນຄວ້າວິທະຍາ ສາດ ຍິ່ງໄປກວ່ານັ້ນ ແຜນພັດທະນາຂະແໜງການສຶກສາ ຄັ້ງທີ 9 ປີ 2021-2025 ກຳນົດນະໂຍບາຍໃນການປັບປຸງພື້ນຖານໂຄງລ່າງ ອຸປະກອນ ແລະ ວັດສະດຸການຮຽນ-ການສອນ ໃນຂົງເຂດວິທະຍາ ສາດທໍາມະຊາດ ແລະ ວິສະວະກຳສາດ ຕາມມະຫາວິທະຍາໄລຕ່າງໆ ໂດຍໃຫ້ບຸລິມະສິດສູງສຸດກັບຄະນະວິສະວະກຳສາດ ມຊ ເຊິ່ງເປັນສະຖາບັນການສຶກສາຂັ້ນສູງລະດັບຊາດອັນດັບໜຶ່ງ.

error: Content is protected !!