ເລີ່ມຂຶ້ນແລ້ວ ກິດຈະກໍາ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດ ປະຊາຊົນສອງຊາດ” ນັກຮຽນ ລາວ-ຈີນ

    ພິທີຕ້ອນຮັບຂະບວນນັກຮຽນ 100 ຄົນ ພ້ອມທັງຄະນະນໍາພາ 25 ທ່ານ  ແລະ ກິດຈະກໍາ ຂໍ້ລິເລີ່ມ “ໜຶ່ງແລວທາງ ໜຶ່ງເສັ້ນທາງ ເຊື່ອມໂຍງເຊື່ອມຈອດ ປະຊາຊົນສອງຊາດ” ຮ່ວມໃຈຈັບມືກັນ ຄັ້ງທີ VI ຂອງນັກຮຽນ ລະຫວ່າງນັກຮຽນ ລາວ-ຈີນ ຮ່ວມກັນສະເຫຼີມສະຫຼອງວັນເດັກນ້ອຍສາກົນ ເປີດຂຶ້ນຢ່າງເປັນທາງການ ໃນວັນທີ 24 ພຶດສະພາ 2023 ທີ່ໂຮງຮຽນປະຖົມຢົນຊ່ຽງຮຸ່ງ ກິ່ງແຂວງສິບສອງພັນນາ ສປ ຈີນ ນໍາໂດຍ ທ່ານ ສີສະໝຸດ ແສນບຸດຕະລາດ ຮອງຫົວໜ້າກົມຮ່ວມມືກັບຕ່າງປະເທດ ກະຊວງສຶກສາທິການ ແລະ ກີລາ ຫົວໜ້າຄະນະ ແລະ ທ່ານ ຈ້າວຍົງຈິ່ນ ຮອງປະທານຄະນະຜູ້ແທນປະຊາຊົນກິ່ງແຂວງສິບສອງພັນນາ ທ່ານ ສຸຍອີຊຽນ ປະທານສະຫະພັນເພື່ອການກຸສົນ ສປ ຈີນ ແລະ ທ່ານ ນາງ ຈ່າງລີ້ ຜູ້ອໍານວຍການໂຮງຮຽນປະຖົມ ຢົນຊ່ຽງຮຸ່ງ ກິ່ງແຂວງສິບສອງພັນນາ ບັນດາຄູອາຈານ ພະນັກງານ ແລະ ນ້ອງນັກຮຽນໃຫ້ການຕ້ອນຮັບຢ່າງອົບອຸ່ນ.

    ໂອກາດນີ້ ທ່ານ ສີສະໝຸດ ແສນບຸດຕະລາດ ໄດ້ກ່າວວ່າ: ກິດຈະກໍາຮ່ວມມືດັ່ງກ່າວ ແມ່ນເພື່ອຮັດ  ແໜ້ນສາຍພົວພັນການທູດ ແລະ ການຮ່ວມມືທັງສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຈີນ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດ ລາວ-ຈີນ ຄົບຮອບ 62 ປີ ແລະ ທັງເປັນການສົ່ງເສີມເຍົາວະຊົນລາວໄດ້ແລກປ່ຽນວັດທະນະທໍາກັບເຍົາວະຊົນຈີນ ແລະ ຮຽນຮູ້ບົດຮຽນອັນດີໃນການພັດທະນາຊັບພະຍາກອນມະນຸດ ສປ ຈີນ ເຊິ່ງນັກຮຽນມີຄວາມຕື່ນເຕັ້ນ ແລະ ມ່ວນຊື່ນ ທີ່ໄດ້ພົບກັບໝູ່ເພື່ອນ ແຮກສ່ຽວກັນ ແລະ ໄດ້ແລກປ່ຽນຂອງຂວັນເຊິ່ງກັນ ແລະ ກັນ.

    ທ່ານ ນາງ ໄກສອນ ປັນຍາເຫງົ້າ ຕາງໜ້າຈາກພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທັງເປັນຄູນໍາພາ ໄດ້ສະແດງຄວາມຮູ້ສຶກໃນການຮ່ວມກິດຈະກໍາໃນຄັ້ງນີ້ວ່າ: ຮູ້ສຶກດີໃຈ ແລະ ຕື່ນເຕັ້ນຫຼາຍ ເພາະໄດ້ຮຽນຮູ້ວັດທະນະທໍາຂອງ ສປ ຈີນ ໂດຍສະເພາະແມ່ນ ກິ່ງແຂວງສິບສອງພັນນາ, ຊຶ່ງເປັນເມືອງໜຶ່ງທີ່ໃຫຍ່ ທັນສະໄໝ ແລະ ມີເອກະລັກສະເພາະ ນອກຈາກນີ້ ຍັງໄດ້ເຫັນວິທີການຮຽນການສອນທີ່ດີ ມີຄວາມທັນສະໄໝນໍາອີກ.

    ທ້າວ ອານຸລັກ ຊົງ ນັກຮຽນເກ່ງວິຊາພາສາລາວ ຈາກແຂວງຫົວພັນ ກ່າວວ່າ: ຮູ້ສຶກຕື່ນຕາຕື່ນໃຈຫຼາຍ ເພາະເປັນຄັ້ງທໍາອິດທີ່ນ້ອງໄດ້ເດີນທາງມາ ສປ ຈີນ ນ້ອງຮູ້ສຶກດີໃຈທີ່ໄດ້ພົບໝູ່ ແລະ ໄດ້ແຮກສ່ຽວກັບໝູ່ຄົນຈີນ ພ້ອມກັນນັ້ນ ຍັງໄດ້ຮ່ວມກິດຈະກໍາຫຼາກຫຼາຍນໍາກັນ.

    ຂະນະທີ່ ທ່ານ ສາຍຄໍາ ພັນທະວົງ ຮອງຫົວໜ້າກົມອາຊີວະສຶກສາ ກະຊວງສຶກສາທິການ ແລະ ກີລາ ໜຶ່ງໃນຄະນະຮັບຜິດຊອບນໍາພາ ກ່າວວ່າ: ສໍາລັບຜົນທີ່ຈະໄດ້ຮັບໃນການເຂົ້າຮ່ວມກິດຈະກໍາຄັ້ງນີ້ ນ້ອງນັກຮຽນໄດ້ມີຄວາມຮູ້ ແລະ ເຂົ້າໃຈຫຼາຍຂຶ້ນກ່ຽວກັບ ສປ ຈີນ ແລະ ເຫັນຄວາມສີວິໄລ ມີຄວາມຮູ້ຈັກຮັກແພງກັນ ລະຫວ່າງໝູ່ຄູ່ດ້ວຍກັນ ໄດ້ສໍາຜັດ ແລະ ເຫັນຄວາມສີວິໄລຕ່າງໆ ລວມທັງຄູກໍໄດ້ປັນນິມິດ ໝາຍທີ່ດີ ທີ່ໄດ້ຮຽນຮູ້ສິ່ງໃໝ່ ແລະ ໄດ້ປະສົບການດ້ານການຈັດການ ແລະ ໄດ້ຮຽນຮູ້ກັບນັກຮຽນ ໂດຍສະເພາະແມ່ນຫ້ອງຮຽນທີ່ທັນສະໄໝ ການຮຽນການສອນທີ່ດີ ແລະ ການຈັດລະບຽບວິໄນຂອງນັກຮຽນ ເຊິ່ງເຫັນວ່າເປັນສິ່ງທີ່ຄວນແລກປ່ຽນຈາກເຂົາເຈົ້າ.

    ນອກຈາກນີ້ ຂະບວນດັ່ງກ່າວຍັງໄດ້ເດີນທາງໄປທັດສະນະສຶກສາຢູ່ທີ່ຟາມປູກຫຍ້າຫວານ-ລ້ຽງສັດ ສິບສອງພັນນາ ແລະ ສວນປາສະຫງວນສິບສອງພັນນາ ເພື່ອໃຫ້ນັກຮຽນໄດ້ຮຽນຮູ້ ແລະ ເປີດໂລກກະທັດຫຼາຍຂຶ້ນ ພ້ອມກັນນັ້ນ ໃນຕອນແລງຂອງມື້ດຽວກັນ ຂະບວນດັ່ງກ່າວຍັງໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບ ໃຫ້ກຽດເປັນປະທານໃນງານໂດຍ ທ່ານ ຈູ່ຈາເຫວີຍ ເລຂາຄະນະພັກກິ່ງແຂວງສິບສອງພັນນາ ພ້ອມດ້ວຍຄະນະ ແລະ ໄດ້ຮັບຊົມການສະແດງສິລະປະ-ວັນນະຄະດີ ຂອງນັກຮຽນກິ່ງແຂວງສອງພັນນາ ຢ່າງເບີກບານມ່ວນຊື່ນ.

error: Content is protected !!