ສຳເລັດການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈຳປີ 2023

    ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ຫຼື ວຕລຢ ຈັດການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ເມື່ອບໍ່ດົນຜ່ານມາ ທີ່ວິທະຍາໄລດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມຂອງທ່ານ ຄຳສະໄຫວ ຍ່ອມມີລາວົງ ຜູ້ອຳນວຍການ ວິທະຍາໄລເຕັກນິກ ລາວ-ເຢຍລະມັນ ແລະ ທ່ານ ປອ ສາຍສະໝອນ ງາມສີ ຜູ້ອຳນວຍການ ວິທະຍາໄລເຕັກນິກ ປາກປ່າສັກ ພ້ອມດ້ວຍບັນດາຄະນະອຳນວຍການວິທະຍາໄລເຕັກນິກຕ່າງໆ ຜູ້ໃຫ້ການສະໜັບສະໜູນ ພະນັກງານຄູ-ອາຈານ ແລະ ນັກສຶກສາ.

    ໂອກາດນີ້ ທ່ານ ໝາກ ອານຸວົງ ຫົວໜ້າພາກວິຊາໂລຫະກຳວິທະຍາ ລາຍງານການແຂ່ງຂັນທັກສະສີມືແຮງງານ ສາຂາຊ່າງຈອດໂລຫະ ປະຈໍາປີ 2023 ໃຫ້ຮູ້ວ່າ: ການແຂ່ງຂັນຄັ້ງນີ້ ແມ່ນໄດ້ອີງຕາມການຕົກລົງຂອງຄະນະກຳມະການເຕັກນິກຮອບສຸດທ້າຍ ໃນວັນທີ 18 ພຶດສະພາ 2023 ຕົກລົງເຫັນດີ ເອົາຫົວຂໍ້ແຂ່ງຂັນຢູ່ 3 ຫົວຂໍ້ ຄື: ການຈອດເຫຼັກແຜ່ນຕໍ່ສາກ 3F ຈອດເຫຼັກແຜ່ນຕໍ່ຊົນ ບາກວີ 2G ຈອດທໍ່ ບາກວີ 5G ແລະ ກໍານົດເວລາໃນການແຂ່ງຂັນຢູ່ 6 ຊົ່ວໂມງ.

    ຜ່ານການ ແຂ່ງຂັນເປັນເວລາ 6 ຊົ່ວໂມງ ເຫັນວ່າຜູ້ເຂົ້າແຂ່ງຂັນໄດ້ພາກັນເອົາໃຈໃສ່ໃນການແຂ່ງຂັນຂອງຕົນ ແລະ ບໍ່ເກີນເວລາທີ່ທາງກຳມະການໄດ້ກຳນົດໄວ້ ຜົນການແຂ່ງຂັນໄດ້ກວດສອບຕາມມາດຕະ ຖານອາຊຽນເປັນຕົ້ນຕໍ ແລະ ມາດຕະຖານອື່ນໆ ເຊັ່ນ: ISO 9606 ວ່າດ້ວຍການສອບເສັງຮັບຮອງຊ່າງຈອດ ແລະ ການຈອດໂລຫະກຸ່ມເຫຼັກໜຽວ (Mild steel) ແລະ ISO5817 ວ່າດ້ວຍລະດັບຄວາມບໍ່ສົມບູນຂອງຄອງຈອດ ເພື່ອໃຫ້ສອດຄ່ອງສູງສຸດໃນການຈອດ ດັ່ງນັ້ນ ຄະນະກຳມະການໄດ້ກວດສອບຜົນຂອງການແຂ່ງຂັນ 2 ແບບ ຄື: ແບບບໍ່ທຳລາຍ Non-Distractive Testing (NDT) ຄື: ການກວດສອບຄາມສົມບູນຂອງຄອງຈອດ ເພື່ອຫາຂໍ້ບົກຜ່ອງ ແລະ ການກວດສອບແບບທຳລາຍ Distractive Testing (DT) ເປັນການກວດສອບເພື່ອຫາຄຸນສົມບັດທາງກົນເປັນຫຼັກ ເຊັ່ນ: ການດັດງໍ Bend Testing ທົດສອບແຮງດຶງ Tensile Strength ແຮງກະແທກ Impact ໃນນີ້ ຄະນະກຳມະການໄດ້ເລືອກເອົາການທົດສອບດ້ວຍການດັດງໍ  Bend Testing ເພື່ອຈະໄດ້ຮູ້ວ່າຕ່ອນງານຈອດມີຄວາມໜຽວສ່ຳໃດ.

    ສໍາລັບຜົນຂອງການແຂ່ງຂັນປະກົດວ່າ: ຊະນະເລີດ ແມ່ນທ້າວ ບຸນມີ ຊົງ ລວມໄດ້ 95 ຄະແນນ ອັນດັບທີ 2 ແມ່ນທ້າວ ໄຊສົມບູນ ພຽນຕູ້ ລວມໄດ້ 84,5 ຄະແນນ ອັນດັບທີ 3 ທ້າວ ຢົງຢາ ສານຸວົງ ລວມໄດ້ 70,5 ຄະແນນ ແລະ ອັນດັບທີ 4 ທ້າວ ກິດສະດາ ວັນນະລາດ ລວມໄດ້ 60 ຄະແນນ. 

    ນອກຈາກນັ້ນ ຍັງມີການແຂ່ງຂັນອີກ 2 ລາຍການ ແບບສາທິດ ຄື: ການແຂ່ງຂັນຊ່າງສີລົດຍົນ ແລະ ຊ່າງຕິດຕັ້ງໄຟຟ້າ ຜົນປະກົດວ່າ: ອັນດັບທີ 1 ການແຂ່ງຂັນຊ່າງສີລົດຍົນຕົກເປັນຂອງທ້າວ ທ໊ອບ ສີບຸນເຮືອງ ແລະ ທ້າວ ບຸນມີ ສຸກສາຄອນ ແລະ ອັນດັບທີ 2 ທ້າວ ໄຊເຄນ ຄຳພົມມີ ແລະ ທ້າວ ພານຸເດດ ບຸນເພັດ ສ່ວນຜົນແຂ່ງຂັນຊ່າງຕິດຕັ້ງໄຟຟ້າ ອັນດັບທີ 1 ແມ່ນທ້າວ ກາຊີວັນ ນິນດາວົງ ແລະ ທ້າວ ປໍຈົວລີ ທໍ່ຕົວ ແລະ ອັນດັບທີ 2 ທ້າວ ວົງໄຊ ເພັດມະນີ ແລະ ທ້າວ ຄອນແກ້ວ ແວລາສຸກ.

error: Content is protected !!