ສະຖານທູດສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ໄດ້ເປີດງານວາງສະແດງຜົນງານສິລະປະຮູບແຕ້ມຝາຜະໜັງ ໂດຍຮວບຮວມເອົາພາບສິລະປະໃນໂຄງການອະນຸລັກມໍລະດົກທາງວັດທະນະທຳໃນ ສປປ ລາວ ພາຍໃຕ້ກອງທຶນເອກອັກຄະລັດຖະ ທູດ ສະຫະລັດອາເມ ລິກາ ຫຼື AFCP ເພື່ອໃຫ້ຄົນລາວ ແລະ ນັກທ່ອງທ່ຽວຕ່າງປະເທດ ໄດ້ສຳຜັດກັບສິລະປະດັ່ງກ່າວ.

ທ່ານ ປີເຕີ ເຮມອນ ເອອັກຄະລັດຖະທູດແຫ່ງ ສະຫະລັດ ອາເມຣິກາ ປະຈຳ ສປປ ລາວ ກ່າວໃນພິທີເປີດງານດັ່ງກ່າວວ່າ: ເປັນເວລາຫລາຍກວ່າ 20 ປີ ທີ່ ລັດຖະບານ ສະຫະລັດອາເມລິກາ ໄດ້ໃຫ້ການສະໜັບສະໜູນວຽກງານອະນຸລັກມໍລະດົກ ທາງວັດທະນະທຳໃນ ສປປ ລາວ ພາຍໃຕ້ກອງທຶນເອກອັກຄະລັດຖະທູດ ສະຫະລັດອາເມຣິກາ ເພື່ອການອະນຸລັກວັດທະ ນະທຳ ນັ້ນ ເຊິ່ງໂຄງການທຳອິດທີ່ໄດ້ທຳການບູລະນະ ແລະ ປົກປົກຮັກສານັ້ນກໍຄື ສວນອຸທິຍານຫີນຕັ້ງຢູ່ແຂວງຫົວພັນ ລ່າສຸດ ຕົ້ນປີທີ່ຜ່ານມາ ພວກຂ້າພະເຈົ້າໄດ້ເລີ່ມໃຫ້ການສະໜັບສະໜຸນໃນການເຮັດເອກະສານ ແລະ ການອະນຸລັກຮູບ ແຕ້ມຝາຜະໜັງບູຮານຂອງວັດເກົ່າ ສາມແຫ່ງ ຢູ່ແຂວງສະຫວັນນະເຂດ ໂດຍລວມ ລັດຖະບານສະຫະລັດອາເມຣິກາ ແມ່ນໄດ້ສະໜອງທຶນຊ່ວຍເຫລືອໃຫ້ຫຼາຍກວ່າ 1,3 ລ້ານໂດລາ ເຂົ້າໃສ່ບັນດາໂຄງການອະນຸລັກ ໃນທົ່ວ ສປປ ລາວ.

ຢ່າງໃດກໍຕາມກ່ອນຈະມີງານຄັ້ງນີ້ໄດ້ ກໍຕ້ອງຂໍຂອບໃຈກັບບັນການັກແຕ້ມ ບັນດາຄູ່ຮ່ວມມື ກໍຄື ກະຊວງການຕ່າງປະເທດ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ຫ້ອງການມໍລະດົກແຂວງ ແລະ ບັນດາຜູ້ໄດ້ຮັບທຶນ ກໍຄື ບັນດາຜູ້ຈັດຕັ້ງປະຕິບັດໂຄງການ ທີ່ໄດ້ຮວບຮວມເອົາພາບທີ່ມີຄຸນຄ່າມາໄວ້ຢູ່ຈຸດດຽວກັບ ເພື່ອໃຫ້ຄົນລາວ ແລະ ຊາວຕ່າງຊາດທີ່ເດີນທາງໄປມາບໍລີເວນດັ່ງກ່າວໄດ້ສຳຜັດ.
ທ່ານທູດໄດ້ກ່າວຕື່ມວ່າ: ໃນປີຕໍ່ໜ້າ ພວກເຮົາຈະເພີ່ມຮູບແຕ້ມ ທີ່ສະແດງເຖິງຜົນສຳເລັດຂອງວຽກງານອະນຸລັກທີ່ເປັນໂຄງ ການໃໝ່ໆ ໂດຍສະເພາະໃນຫລາຍຂົງເຂດຂອງ ສປປ ລາວ ທີ່ໂຄງການກອງທຶນເອກອັກຄະລັດຖະທູດເພື່ອການອະນຸລັກ ທີ່ຍັງບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ.




ພິທີດັ່ງກ່າວ ຈັດຂຶ້ນໃນວັນທີ 25 ພຶດສະພາ 2023 ທີ່ສູນອາເມຣິກາ ທາດດຳ ໂດຍມີ ທ່ານ ນາງ ແພງຈັນ ແພງເມືອງ ຫົວ ໜ້າກົມກົມຮ່ວມມືສາກົນ ທ່ານ ພະຂັນໄຊ ສີຄັນໄຊ ຫົວ ໜ້າກົມ ກົມມໍລະດົກ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ພ້ອມພາກສ່ວນກ່ຽວຂ້ອງ.