ອົງການທ່ອງທ່ຽວມາເລເຊຍ ປະຈຳລາວ ສຳມະນາແລກປ່ຽນຫົວໜ່ວຍທຸລະກິດກັບບໍລິສັດທົວໃນລາວປະຈຳປີ 2023 ເພື່ອເປັນເວທີໃນການນຳສະເໜີຜະລິດຕະພັນການທ່ອງທ່ຽວ ພ້ອມທັງເປັນການປຶກສາຫາລືຊອກຫາຊ່ອງທາງໃນການເຮັດວຽກຮ່ວມກັນເພື່ອບັນລຸເປົ້າໝາຍດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວມາເລເຊຍໃຫ້ໄດ້ຫຼາຍກວ່າ 16 ລ້ານຄົນ.

ທ່ານ ແອັດດີ້ ອີຣາວານ ມາໝຸດ ເອກອັກຄະລັດຖະທູດແຫ່ງມາເລເຊຍ ປະຈຳ ສສປ ລາວ ໄດ້ກ່າວໃນໂອກາດເຂົ້າຮ່ວມງານຄັ້ງນີ້ວ່າ: ງານຄັ້ງນີ້ ແມ່ນມີຜູ້ປະກອບການໂຮງແຮ ທ່ອງທ່ຽວ ແລະ ຜະລິດຕະພັນຕ່າງໆຈາກມາເລເຊຍເຂົ້າຮ່ວມທັງແບບເຊິ່ງໜ້າ ແລະ ອອນລາຍເຖິງ 9 ຫົວໜ່ວຍ ເຊິ່ງຈຸດປະສົງຂອງງານກໍເພື່ອເປັນໃນການນຳສະເໜີຜະລິດຕະພັນການທ່ອງທ່ຽວ ຈາກເຈົ້າຂອງຜະລິດຕະພັນທີ່ມາຈາກມາເລເຊຍ ພ້ອມນັ້ນກໍເພື່ອຊອກຫາຊ່ອງທາງ ວິທີການທີ່ມີຄວາມເປັນໄປໄດ້ໃນການ ເຮັດວຽກຮ່ວມກັນ ເພື່ອດຶງດູດລູກຄ້າ ກໍຄື ນັກທ່ອງທ່ຽວລາວໄປທ່ຽວມາເລເຊຍ ຫຼາຍຂຶ້ນ.

ທ່ານ ນາງ ຊາລີນ້າ ອາໝັດ ຮອງຜູ່ອໍານວຍການພະແນກສົ່ງເສີມສາກົນ (ອາຊີຕາເວັນອອກສຽງໃຕ້) ກ່າວວ່າ: ໃນປີ 2023ນີ້ ມາເລເຊຍ ໄດ້ວາງເປົ້າໝາຍດຶງດູດນັກທ່ອງທ່ຽວຕ່າງປະເທດໃຫ້ໄດ້ປະມານ 16,1 ລ້ານຄົນ ດ້ວຍຍອດລາຍຮັບການທ່ອງ ທ່ຽວ 49.2 ຕື້ຣິງກິດ (ກວ່າ 187.937 ຕື້ກີບ) ເພື່ອບັນລຸເປົ້າໝາຍດັ່ງກ່າວ ການທ່ອງທ່ຽວມາເລເຊຍຂໍການຮ່ວມໄມ້ຮ່ວມມືຈາກພາກສ່ວນຕ່າງໆ ເພື່ອຈະຊ່ວຍເຮັດໃຫ້ປະເທດມາເລເຊຍກາຍເປັນໜຶ່ງໃນຈຸດໝາຍປາຍທາງທີ່ຊາວລາວມັກທີ່ສຸດ ດັ່ງນັ້ນ ການສຳມະນາຄັ້ງນີ້ ແມ່ນຈັດຂຶ້ນເປັນຄັ້ງທຳອິດໃນປີ 2023 ເພື່ອສ້າງສາຍພົວພັນທາງທຸລະກິດທີ່ເຂັ້ມແຂງກັບຕົວແທນ ການທ່ອງທ່ຽວຂອງລາວ ຕອບສະໜອງຄວາມສົນໃຈຂອງຊາວລາວທີ່ຢາກຮູ້ກ່ຽວກັບມາເລເຊຍຫຼາຍຂຶ້ນ.



ທ່ານ ນາງ ຊາລີນ້າ ອາໝັດ ກ່າວຕື່ວ່າ: ໃນໄວໆນີ້ ພວກເຮົາ ຈະມີຖ້ຽວບິນໂດຍກົງທີ່ບິນໄປມາລະຫວ່າງມາເລເຊຍບິນຈາກ ນະຄອນຫຼວງວຽງຈັນ ໄປ ກວາລາ ລຳເປີ Kuala Lumpur ຄາດວ່າຈະເລີ່ມແຕ່ວັນທີ 4 ສິງຫາ 2023 ເປັນຕົ້ນໄປ ດ້ວຍ 3 ຖ້ຽວບິນຕໍ່ອາທິດ ວັນຈັນ ວັນສຸກ ວັນອາທິດ.



ສຳລັບນັກທ່ອງທ່ຽວລາວ ທີ່ເດືອນທາງໄປມາເລເຊຍ ນັບຕັ້ງແຕ່ການເປີດດ່ານຊາຍແດນມາເລເຊຍຄືນໃໝ່ໃນວັນທີ 1 ເມສາ 2022 ນັບແຕ່ເດືອນມັງກອນຫາເດືອນທັນວາ ຕາມການລາຍງານພວກເຮົາມີນັກທ່ອງທ່ຽວລາວ ເຂົ້າມາເລເຊຍຈຳນວນ 7.010 ຄົນ.
ສຳມະນາດັ່ງກ່າວຈັດຂຶ້ນໃນວັນທີ 24 ພຶດສະພາ 2023 ທີ່ໂຮງແຮມແລນມາກຣີເວີໄຊ ໂດຍມີຫົວໜ່ວຍທຸລະກິດທ່ອງທ່ຽວທັງພາຍໃນລາວ ແລະ ມາເຊເຊຍເຂົ້າຮ່ວມ.