ລັດຖະບານໃຫ້ກຳນົດແຈ້ງກ່ຽວກັບບັນດາປະເພດຂອງແຮ່ທາດ ເພື່ອນໍາໃຊ້ໄດ້ຍາວນານ ແລະ ຍືນຍົງ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນພຶດສະພາ 2023 ຈັດຂຶ້ນວັນທີ 23 ພຶດສະພາ 2023 ທີ່ສໍານັກງານນາຍົກລັດຖະມົນຕີ ພາຍໃຕ້ການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ຜູ້ຕາງໜ້າບັນດາກະຊວງ ເຂົ້າຮ່ວມແບບເຊິ່ງໜ້າ ແລະ ຜູ້ຕາງໜ້າບັັນດາແຂວງ ແລະ ນະຄອນຫຼວງວຽງຈັນ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອຮັບຟັງການລາຍງານສະພາບພົ້ນເດັ່ນ ປະຈຳເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023.

ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນປຶກສາຫາລື ຄົົ້ນຄວ້າພິຈາລະນາ ບັນດາຫົວຂໍ້ທີ່ສໍາຄັນ ເຊັ່ນ: ໄດ້ພິຈາລະນາ ເຫັນດີດ້ານຫຼັກການຮັບຮອງເອົາບົດສະຫຼຸບວຽກງານ ປະຈໍາເດືອນພຶດສະພາ ແລະ ທິດທາງແຜນການ ປະຈຳເດືອນມິຖຸນາ 2023 ຂອງລັດຖະບານ ກໍຄືສະພາບພົ້ນເດັ່ນວຽກງານເສດຖະກິດ-ສັງຄົມ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດ ຄວາມຄືບໜ້າການກະກຽມຈັດປີທ່ອງທ່ຽວລາວ ປີ 2024 ໄດ້ຊີ້ນຳໃຫ້ບັນດາຂະແໜງການຢູ່ສູນກາງ ແລະ ທ້ອງຖິ່ນ ເອົາໃຈໃສ່ຄຸ້ມຄອງ ແລະ ແກ້ໄຂວຽກງານຈຳນວນໜຶ່ງຢ່າງເຂັ້ມງວດ ແລະ ເດັດຂາດ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ ແລະ ລະບຽບການ ເປັນຕົ້ນ ບັນຫາອັດຕາເງິນເຟີ້ ການຄຸ້ມຄອງອັດຕາແລກປ່ຽນ ການຄຸ້ມຄອງລາຄາສິນຄ້າ ການປະຕິບັດນະໂຍບາຍປະຢັດ ການແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ການແກ້ໄຂຫາງສຽງບໍ່ດີໃນສັງຄົມ ແຜນການຄຸ້ມຄອງ ແລະ ແກ້ໄຂບັນຫາໄຟໄໝ້ລາມປ່າແຕ່ລະໄລຍະ.

ກອງປະຊຸມ ຊີ້ນຳທະນາຄານແຫ່ງສປປ ລາວ ໃຫ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ຄົ້ນຄວ້າ ປັບປຸງໂຄງຮ່າງ ແລະ ຮຽບຮຽງເນື້ອໃນຕາມຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງນິຕິກຳນີ້ ຈະກຳນົດເປັນນິຕິກຳປະເພດໃດ ການຈັດລຽງເນື້ອໃນ ກໍຄືໂຄງຮ່າງນິຕິກຳ ການກຳນົດເນື້ອໃນ ແມ່ນເນັ້ນໜັກການຄຸ້ມຄອງວຽກງານທີ່ກ່ຽວຂ້ອງ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນ ພາຍຫຼັງປັບປຸງແລ້ວ ໃຫ້ສະເໜີຂໍຄຳເຫັນ ຈາກທ່ານຮອງນາຍົກລັດຖະມົນຕີ ຜູ້ຊີ້ນຳວຽກງານຂົງເຂດປົກຄອງ ແລະ ວັດທະນະ ທຳ-ສັງຄົມ ແລະ ສະເໜີລັດຖະບານ ພິຈາລະນາ ປະກາດນຳໃຊ້ໃນຂັ້ນຕໍ່ໄປ ເຫັນດີດ້ານຫຼັກການຮັບຮອງເອົານິຕິກໍາ ຂົງເຂດແຮ່ທາດ ຄື: ຮ່າງຍຸດທະສາດການພັດທະນາແຮ່ທາດ 10 ປີ (2021-2030) ແລະ ວິໄສທັດຮອດປີ 2035 ແລະ ຮ່າງດຳລັດ ວ່າດ້ວຍທຶນພັດທະນາຊຸມຊົນ ໃນທຸລະກິດກ່ຽວກັບແຮ່ທາດ ຕໍ່ສອງຮ່າງນິຕິກຳດັ່ງກ່າວ ກອງປະຊຸມ ໄດ້ຊີ້ນຳກະຊວງພະລັງງານ ແລະ ບໍ່ແຮ່ ໃຫ້ສົມທົບກັບພາກສ່ວນກ່ຽວຂ້ອງ ປັບປຸງຕາມການປະກອບຄຳເຫັນຂອງສະມາຊິກລັດຖະບານ ເປັນຕົ້ນ ຮ່າງຍຸດທະສາດ ໃຫ້ສອດຄ່ອງ ແລະ ກົມກຽວກັບຍຸດທະສາດ ກົດໝາຍ ແລະ ນິຕິກຳທີ່ກ່ຽວຂ້ອງ ເນື້ອໃນຂອງຍຸດທະສາດ ຕ້ອງໃຫ້ກຳນົດແຈ້ງກ່ຽວກັບບັນດາປະເພດຂອງແຮ່ທາດສິ່ງສໍາຄັນ ແຮ່ທາດທີ່ສາມາດຂຸດຄົ້ນມານຳໃຊ້ໄດ້ຕ້ອງເປັນແຮ່ທາດທີ່ມີເສດຖະກິດສູງ ມີປະລິມານແຮ່ທາດຈໍານວນຫຼາຍ ສາມາດນໍາໃຊ້ໄດ້ຍາວນານ ຮັບປະກັນຄວາມຍືນຍົງ ສິ່ງສໍາຄັນ ແມ່ນມີຜົນກະທົບຕໍ່ສິ່ງແວດລ້ອມໜ້ອຍທີ່ສຸດ ລວມທັງ ໃຫ້ປະເມີນການຈັດຕັ້ງປະຕິບັດ ໂຄງການລົງທຶນກ່ຽວກັບແຮ່ທາດ ເພື່ອເປັນຂໍ້ມູນ ໃນການກຳນົດຍຸດທະສາດ.

error: Content is protected !!