ຍ້ອງຍໍກົມກອງ ແລະ ບຸກຄົນ ຂະບວນແຂ່ງຂັນຮັກຊາດ ແລະ ພັດທະນາ

    ພະແນກສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ສະຫຼຸບຜົນງານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນຮັກຊາດ ສ້າງບ້ານພັດທະນາ ແລະ ຜັນຂະຫຍາຍວຽກງານ 3 ສ້າງ ເຂົ້າສູ້ລ່ວງເລິກ 2016-2020 ໃນວັນທີ 23 ພຶດສະພາ 2023 ທີ່ວິທະຍາໄລເຕັກນິກວິຊາຊີບມິດຕະພາບ ວຽງຈັນ-ຮ່າໂນ້ຍ ໂດຍ ມີທ່ານ ພູວົງ ວົງຄຳຊາວ ຮອງເຈົ້າຄອງ ນະຄອນຫຼວງວຽງຈັນ (ນວ) ມີທ່ານ ສົມພອນ ສອນດາລາ ຫົວ ໜ້າພະແນກສຶກສາທິການ ແລະ ກີລາ ນວ ພ້ອມດ້ວຍຮອງຫົວໜ້າພະແນກ ແຂກຖືກເຊີນ ພາກສ່ວນກ່ຽວ ຂ້ອງ ທ່ານຜູ້ອຳນວຍການໂຮງຮຽນ ພະນັກງານຄູ-ອາຈານ ເຂົ້າຮ່ວມ.

    ພະແນກສຶກສາທິການ ແລະ ກີລາ ນວ ປະກອບມີ 9 ຫ້ອງການສຶກສາທິການ ແລະ ກີລາເມືອງ ແລະ ມີບັນດາໂຮງຮຽນອ້ອມຂ້າງທີ່ຂຶ້ນກັບ 10 ແຫ່ງ ມີພະນັກງານ-ລັດຖະກອນ ທັງໝົດ 5.289 ຄົນ ຍິງ 3.362 ຄົນ ຕາມບັນຊີຈຳນວນພົນໃນງວດ 3 ປີ 2020  (ລວມມີລັດຖະກອນບໍລິຫານ 408 ຄົນ ຍິງ 201 ຄົນ ແລະ ລັດຖະກອນຄູ 4.881 ຄົນ ຍິງ 3.161 ຄົນ).

    ຜ່ານການຈັດຕັ້ງປະຕິບັດຂະບວນການແຂ່ງຂັນ-ຍ້ອງຍໍ ຮັກຊາດ ແລະ ພັດທະນາ ຕິດພັນກັບວຽງານສາມສ້າງ ແຕ່ ປີ 2016 ຫາປັດຈຸບັນ ຕາມເນື້ອໃນ 4 ດ້ານ ຄື: ການກໍ່ສ້າງຮາກຖານການເມືອງ ການພັດທະນາເສດຖະກິດ ວັດທະນະທຳ-ສັງຄົມ ແລະ ດ້ານການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ຮັບ ຫຼຽນໄຊແຮງງານຊັ້ນ II ຈຳນວນ 5 ຄົນ ຊັ້ນ III ຈຳນວນ 31 ຄົນ 1 ກົມກອງ ຫຼຽນກາແຮງງານ 40 ຄົນ ໄດ້ຮັບໃບຍ້ອງຍໍຈາກລັດຖະບານ 199 ຄົນ ແລະ ຍ້ອງຍໍຈາກເຈົ້າຄອງ ນວ 106 ຄົນ.

    ໃນພິທີຍັງໄດ້ມອບໃບຢັ້ງຢຶນ ການກໍ່ສ້າງໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈໍາປີ 2022  ຈຳນວນ 8 ໜ່ວຍພັກຂຶ້ນກັບ ພ້ອມດຽວກັນປະກາດແຕ່ງທ່ານ ປອ ອຳມະນີ ນໍລິນ ຫົວໜ້າພະແນກຄຸ້ມຄອງວິຊາການ ກົມການສຶກສາ ຊັ້ນສູງ ກະຊວງສຶກສາທິການ ແລະ ກີລາ ທີ່ລົງກໍ່ສ້າງຮາກຖານຢູ່ ພະແນກສຶກສາທິການ ແລະ ກີລາ ນວ ເປັນຮອງຫົວໜ້າພະແນກສຶກສາທິການ ແລະ ກີລາ ນວ.     ໂອກາດນີ້ ທ່ານຮອງເຈົ້າຄອງ ນວ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ພະນັກງານຄູ-ອາຈານ ຜູ້ ບໍລິຫານການສຶກສາທຸກທ່ານ ທີ່ໄດ້ທຸມເທເຫືອແຮງສະຕິປັນຍາ ໃນການປະກອບສ່ວນພັດທະນາວຽກງານ ຂະແໜງການສຶກສາຂອງ ນວ ກໍຄືປະເທດ ໃຫ້ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ ພ້ອມທັນກວ່າເນັ້ນໃຫ້ຄູ -ອາຈານທຸກທ່ານ ຈົ່ງພ້ອມກັນສືບຕໍ່ຮັກສາມູນເຊື້ອອັນດີເດັ່ນ ເສີມຂະຫຍາຍຜົນງານ ສ້າງຮຸ່ນສືບທອດປ່ຽນ ແທນ ພັດທະນາຕົນເອງຢ່າງບໍ່ຢຸດຢັ້ງ.

error: Content is protected !!