ປະກາດເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງເມືອງທີ 28 ຂອງປະເທດ

    ເມືອງແກ້ວອຸດົມ ເປັນເມືອງທີ 1 ຂອງແຂວງວຽງຈັນ ແລະ ເປັນເມືອງທີ 28 ຂອງປະເທດ ທີ່ປະກາດເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ ພິທີຈັດຂຶ້ນວັນທີ 22 ພຶດສະພາ 2023 ທີ່ສະໂມສອນເຂື່ອນໄຟຟ້ານໍ້າງື່ມ1 ເປັນກຽດເຂົ້າຮ່ວມມີ ທ່ານ ຄໍາໄຫຼ ສີປະເສີດ ກໍາມະການສູນກາງພັກ ຮອງປະທານຜູ້ປະຈໍາການ ສູນກາງແນວລາວສ້າງຊາດ (ສນຊ)  ທ່ານ ຄໍາພັນ ສິດທິດໍາພາ ກໍາມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງແຂວງວຽງຈັນ ຄະນະປະຈໍາພັກແຂວງ ການນໍາ 11 ເມືອງ ແລະ ຂະແໜງການອອ້ມຂ້າງເມືອງ ພ້ອມດ້ວຍອົງການປົກຄອງ 26 ບ້ານ.

    ເມືອງແກ້ວອຸດົມ ປະກອບມີ 26 ບ້ານ ມີພົນລະເມືອງທັງໝົດ 19.687 ຄົນ ຍິງ 10.142 ຄົນ ມີ 3.803 ຄອບຄົວ ມີ 8 ຊົນເຜົ່າ ປັດຈຸບັນຄອບຄົວທີ່ພົ້ນທຸກຈໍານວນ 3.803 ຄອບຄົວກວມເອົາ 100% ໄດ້ປະຕິບັດຕາມນິຕິກໍາຂອງສູນກາງແນວລາວສ້າງຊາດວາງອອກ ເຊິ່ງຜ່ານການປະເມີນຂອງຄະນະຮັບ ຜິດຊອບ ສາມາດຮັບຮອງບ້ານສາມັກຄີປອງດອງໄດ້ 26 ບ້ານ ຈໍານວນ 3.803 ຄອບຄົວ ເທົ່າກັບ 100% ສາມາດປະກາດຮັບຮອງ ເປັນເມືອງປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງ.

    ໂອກາດນີ້ທ່ານ ຮອງປະທານ ສູນກາງແນວລາວສ້າງຊາດ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມເນັ້ນວ່າ: ໃຫ້ສືບຕໍ່ເອົາໃຈໃສ່ຮັກສານາມມະຍົດທີ່ໄດ້ປະກາດຮັບຮອງແລ້ວ ແລະ ນາມມະຍົດຕ່າງໆໄວ້ໃຫ້ໜັ້ນຄົງ ພ້ອມກັນນັ້ນກໍ່ໃຫ້ພະຍາຍາມສືບຕໍ່ປະຕິບັດຂະບວນການສ້າງຄອບຄົວ ແລະ ບ້ານສາມັກຄີປອງດອງທີ່ຍັງບໍ່ບັນລຸເປົ້າໝາຍໃຫ້ສໍາເລັດ 100% ໂດຍຕິດພັນກັບການແຂງຂັນຮັກຊາດ ແລະ ພັດທະນາຕາມທິດ 3 ສ້າງ  ເພື່ອໃຫ້ກາຍເປັນຄອບຄົວ ແລະ ບ້ານສາມັກຄີປອງດອງ ທີ່ມີຄວາມໜັກແໜ້ນ ແລະ ເປັນແບບຢ່າງ ພາຍໃນແຂວງວຽງຈັນ.

    ຈາກນັ້ນ ໄດ້ມີການລັ່ນຄ້ອງ 9 ບາດ ຕັດແຖບຜ້າ ເພື່ອເປັນສິລິມຸງຄຸນໃນພິທີດັ່ງກ່າວ ພ້ອມດຽວກັນນັ້ນ ທ່ານ ຮອງ ປະທານ ສູນກາງແນວລາວສ້າງຊາດ ພ້ອມດ້ວຍຄະນະ ໄດ້ຢ້ຽມຢາມສາລາເຝິກອົບຮົມ ຂອງນັກຮຽນ ຊາວໜຸ່ມ ເຍົາວະຊົນ ທີ່ມາປະຕິບັດທໍາຢູ່ວັດຖິ່ນແກ້ວ ເມືອງແກ້ວອຸດົມຕື່ມອີກ.

error: Content is protected !!