ໂຮງຮຽນກ້າວໜ້າຖືກຮັບຮອງເປັນໂຮງຮຽນຕົວແບບຄຸນນະພາບ

    ພິທີເປີດປ້າຍໂຮງຮຽນປະຖົມ-ມັດທະຍົມສົມບູນ ກ້າວໜ້າ ເປັນໂຮງຮຽນຕົວແບບຄຸນພາບການສຶກສາ ຈັດຂຶ້ນວັນທີ 19 ພຶດສະພາ 2023 ທີ່ຜ່ານມາ ຢູ່ໂຮງຮຽນດັ່ງກ່າວ ໂດຍມີທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ທ່ານ ບຸນທັນ ແສງມະນີ ຮອງຫົວໜ້າພະແນກ ສຶກສາທິການ ແລະ ກີລາ ນະຄອນຫຼວງວຽງຈັນ ທ່ານ ທອງດີ ແກ້ວມີໄຊ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງ ທ່ານ ບຸນໄຫວ ຫຼວງລາດ ຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນ ກ້າວໜ້າ ພ້ອມດ້ວຍຄະນະອຳນວຍການໂຮງຮຽນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ສົມສິດ ພູມມະວົງ ຮອງຜູ້ອຳນວຍການໂຮງຮຽນປະຖົມ-ມັດທະຍົມສົມບູນກ້າວໜ້າ ກ່າວວ່າ: ພາຍຫຼັງທີ່ໄດ້ປະຕິບັດຕາມຕົວຊີ້ວັດຊັ້ນປະຖົມ ແລະ ຊັ້ນມັດທະຍົມ ຂອງມາດຕະຖານໂຮງຮຽນຕົວແບບຄຸນນະພາບ ພ້ອມທັງໄດ້ເຂົ້າຮ່ວມ 5 ໂຄງການຂອງວຽກງານການສຶກສາ ໂດຍຜ່ານການຈັດຕັ້ງປະຕິບັດຕົວຈິງທາງດ້ານການຮຽນ-ການສອນ ສະພາບແວດລ້ອມ ການບໍລິຫານຄຸ້ມຄອງການສຶກສາ ແລະ ດ້ານການມີສ່ວນຮ່ວນກັບຊຸມຊົນ ໂດຍອີງໃສ່ການປະຕິບັດການຮຽນ-ການສອນ ຕາມໂຄງການຫຼັກສູດກະຊວງ ສຶກສາທິການ ແລະ ກີລາ ປະຕິບັດຕາມ 3 ຂໍ້ແຂ່ງຂັນ 3 ລັກສະນະ ແລະ 5 ຫຼັກມູນການສຶກສາຂອງກະຊວງ ກໍຄືແຜນພັດທະ ນາການສຶກສາ ຂອງພະແນກສຶກສາທິການ ແລະ ກີລາ ນວ ແລະ ຫ້ອງການສຶກສາທິການ ແລະ ກີລາ ເມືອງ ອີງໃສ່ການຈັດໜ້າວຽກຂອງຜູ້ບໍລິຫານການສຶກສາ ພ້ອມທັງການເພີ່ມວຽກປະເມີນ-ວິໄຈ ໃນແຕ່ລະໄລຍະ ບວກໃສ່ແຜນພັດທະນາປະຈຳປີຂອງໂຮງຮຽນ  ປະຕິບັດຕາມຄຳຂວັນຍຸດທະສາດ ແລະ ວິໄສທັດຂອງໂຮງຮຽນ.

    ຜ່ານການຈັດຕັ້ງປະຕິບັດ ມີຜົນງານເດັ່ນຫຼາຍດ້ານ ໃນສົກຮຽນ 2008-2009 ໄດ້ຮັບໂລລາງວັນ ພ້ອມທຸງໄຊ ເປັນໂຮງຮຽນຂຽວສະອາດ ມິຄຸນນະພາບ 3 ປີຊ້ອນ ຈາກທ່ານເຈົ້າຄອງ ນວ ແລະ ກະຊວງ ສຶກສາທິການ ແລະ ກີລາ ສົກຮຽນ 2010-2011 ໄດ້ຮັບຫຼຽນໄຊແຮງ ງານຊັ້ນ III ຈາກປະທານ ປະ ເທດ ມີຜົນງານດີເດັ່ນສ້າງໂຮງຮຽນປອດສິງເສບຕິດ 3 ປີຕິດຕໍ່ກັນ ແລະ ຫຼຽນກາແຮງງານ ຈາກນາຍົກ ລັດຖະມົນຕີ ແລະ ການຍ້ອງຍໍຈາກລັດຖະບານ ແລະ ໃນວັນທີ 10  ມີນາ 2023 ໄດ້ຮັບປະກາດເປັນ ໂຮງຮຽນຕົວແບບຄຸນນະພາບ ຊັ້ນປະຖົມ-ມັດທະຍົມສຶກສາສົມບູນ ພ້ອມຈັດພິທີເປີດປ້າຍຢ່າງເປັນທາງ ການໃນວັນນີ້.

error: Content is protected !!