ວັນທີ 19 ພຶດສະພາ 2023 ທີ່ສູນການຄ້າພາກຊັນ ນະຄອນຫຼວງວຽງຈັນ ກົມປູກຝັງ (DoA) ຮ່ວມກັບ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ຈັດພິທີສະເຫຼີມສະຫຼອງວັນຊາສາກົນຢູ່ລາວສຳລັບປີນີ້ ງານດັ່ງກ່າວຈັດຂຶ້ນເປັນເວລາ 3 ມື້ ເພື່ອແນໃສ່ເສີມຂະຫຍາຍຊື່ສຽງຂອງຊາລາວທີ່ເປັນສິນຄ້າຄຸນນະພາບ ແລະ ສ້າງພາບພົດອັນເຂັ້ມແຂງຂອງຊາໃນລາວ ພ້ອມທັງຊຸກຍູ້ໃຫ້ມີການແຂ່ງຂັນທີ່ເປັນມິດ ແລະ ການຮັບຮູ້ໃນຊຸມຊົນຊາທ້ອງຖິ່ນ.


ໂຄງການຊາແມ່ນໍ້າຂອງ ນໍາພາການຈັດຕັ້ງປະຕິບັດໂດຍກົມປູກຝັງ ເຊິ່ງເປັນເຈົ້າພາບໃນການຈັດງານ ພາຍໃນງານແມ່ນໄດ້ເຕົ້າໂຮມເອົາຊາວກະສິກອນ ຜູ້ຜະລິດ ຜູ້ຊ່ຽວຊານໃນຂະແໜງ ຜູ້ບໍລິໂພກ ແລະ ພາກສ່ວນທີ່ກ່ຽວຂ້ອງຈາກທົ່ວປະເທດ ທັງນີ້ກໍເພື່ອເປັນການຮັບຮູ້ເຖິງຄວາມສຳຄັນຂອງຊາໃນຊີວິດປະຈຳວັນຂອງປະຊາຊົນລາວ ແລະ ທ່າແຮງໃນການຫຼຸດຜ່ອນຄວາມທຸກຍາກ ແລະ ສ້າງໂອກາດທາງດ້ານເສດຖະກິດໃນປະເທດ ຊາລາວສາມາດເປັນແຫຼ່ງທີ່ມາຂອງຄວາມຍືນຍົງດ້ານສິ່ງແວດລ້ອມ ການພັດທະນາເສດຖະກິດ ແລະ ສ້າງການຟື້ນຟູໃນຊຸມຊົນ. ການສະເຫຼີມສະຫຼອງອຸດສາຫະກຳຊາລາວ ທີ່ມີການເຊື່ອມໂຍງສະເພາະໃນການຮັກສາສິ່ງແວດລ້ອມ, ພວກເຮົາສາມາດສົ່ງເສີມທ່າແຮງທີ່ມີຜົນດີຕໍ່ຜູ້ຄົນ ແລະ ໂລກໃບນີ້.



ເພື່ອເປັນການເປີດງານຢ່າງເປັນທາງການ ທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຂຶ້ນກ່າວເປີດງານ. ພ້ອມພຽງກັບທ່ານລັດຖະມົນຕີ ກໍແມ່ນ ທ່ານນາງ Siv-Leng CHHUOR ເອກອັກຄະລັດຖະທູດຝຣັ່ງ ປະຈຳລາວ ໄດ້ກ່າວກ່ຽວກັບການສືບຕໍ່ສະຫນັບສະຫນູນຂອງລັດຖະບານຝຣັ່ງ ໃນຕ່ອງໂສ້ມູນຄ່າກະສິກຳແບບຍືນຍົງຂອງລາວ. ຜູ້ເຂົ້າຮ່ວມງານຄັ້ງນີ້ ປະກອບມີຜູ້ຕາງໜ້າອົງການຝຣັ່ງແຫ່ງການພັດທະນາ (AFD) ທີ່ໃຫ້ການສະໜັບສະໜູນໂຄງການຊາແມ່ນໍ້າຂອງ ຄະນະຜູ້ແທນຈາກສະຫະພາບເອີຣົບ ປະຈໍາ ສປປ ລາວ ແລະ ອົງການຈັດຕັ້ງລະດັບຊາດ ແລະ ລະດັບສາກົນ.

“ເຖິງວ່າຂະແໜງຊາເຮົາມີເງື່ອນໄຂການເຕີບໂຕທີ່ສະດວກ ແລະ ມີຄວາມໃກ້ຊິດຕິດແທດຂອງຕະຫຼາດໃນຈີນກໍ່ຕາມ, ແຕ່ເພື່ອບັນລຸເປົ້າຫມາຍຢ່າງເຕັມທີ່ ຂະແໜງການຊາຍັງປະສົບກັບສິ່ງທ້າທາຍຫຼາຍຢ່າງ. ໂດຍສະເພາະ ຊາວກະສິກອນຍັງມີຄວາມຮູ້ ແລະ ຄວາມສາມາດກ່ຽວກັບການປຸງແຕ່ງຊາທີ່ຈຳກັດ, ແລະ ເຂົາເຈົ້າບໍ່ໄດ້ຮັບການສົ່ງເສີມພຽງພໍເພື່ອສົ່ງອອກຊາ ໃນການຈັດງານຄັ້ງນີ້, ແມ່ນເນັ້ນໃສ່ທີ່ການນຳບັນດາຜູ້ມີບົບບາດໃນລະບົບຕ່ອງໂສ້ຄຸນຄ່າຊາມາເຕົ້າໂຮມກັນ ເພື່ອສົ່ງເສີມພາບພົດ ແລະ ການຂາຍຊາລາວ” ກ່າວໂດຍທ່ານ ປອ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້.

“ພວກເຮົາຫວັງວ່າງານຄັ້ງນີ້ຈະຊ່ວຍສົ່ງເສີມວັດທະນະທຳຂອງຊາລາວ ແລະ ຄຸນນະພາບຂອງຊາໃນທົ່ວປະເທດ. ໂດຍສະເພາະຂອງຊາລາວທີ່ມັກຈະຜະລິດຢູ່ໃນລະບົບນິເວດປ່າໄມ້ໂດຍຊາວກະສິກອນລາຍຍ່ອຍ ຄວນຕ້ອງໄດ້ຮັບການອະນຸລັກ ແລະ ຂະຫຍາຍໂຕ. ພວກຂ້າພະເຈົ້າເຊື່ອໝັ້ນວ່າ ການພັດທະນາຕ່ອງໂສ້ມູນຄ່າຊາມີຄວາມສາມາດອັນໃຫຍ່ຫຼວງໃນການສ້າງຄວາມເຂັ້ມແຂງໃຫ້ຊາວກະສິກອນລາຍຍ່ອຍ, ສ່ອງແສງໃຫ້ເຫັນວັດທະນະທຳລາວ, ພ້ອມທັງຮັກສາສິ່ງແວດລ້ອມ.



ຜູ້ຜະລິດ ແລະ ສົ່ງອອກຊາຈາກທົ່ວປະເທດລາວແມ່ນຮ່ວມສະເຫຼີມສະຫຼອງວັນສໍາຄັນນີ້ ໂດຍມີຜູ້ຜະລິດ ແລະ ບັນດາບໍລິສັດຈາກແຂວງບໍ່ແກ້ວ ໄຊຍະບູລີ ຜົ້ງສາລີ ຈຳປາສັກ ຫົວພັນ ໄດ້ວາງສະແດງຜະລິດຕະພັນຂອງຕົນເຊິ່ງສະແດງເຖິງຄວາມຫຼາກຫຼາຍ ແລະ ເອກະລັກຂອງເຂດແດນການປູກຊາຂອງເຂົາເຈົ້າ. ໃນນັ້ນ ມີສະຫະກອນຜູ້ຜະລິດຊາເມືອງ ທີ່ຕັ້ງຢູ່ເມືອງເມິງ ແຂວງບໍ່ແກ້ວ. ດ້ວຍການສະໜັບສະໜູນຂອງໂຄງການຊາແມ່ນ້ຳຂອງ ເມື່ອບໍ່ດົນມານີ້, ສະຫະກອນໄດ້ຮັບໃບຢັ້ງຢືນອິນຊີມາດຕະຖານຈາກ EU, ເຊິ່ງຈະຊ່ວຍໃຫ້ບັນດາສະມາຊິກຜູ້ຜະລິດຊາທີ່ໄດ້ຮັບການຮັບຮອງເພື່ອມຸ່ງໄປສູ່ຕະຫຼາດເອີຣົບ. ກົມປູກຝັງ ແລະ ອົງການພັດທະນາຝຣັ່ງ ໄດ້ມອບໃບຢັ້ງຢືນທີ່ໄດ້ຮັບໃໝ່ໃນລະຫວ່າງພິທີເປີດ.





“ພວກເຮົາມີຄວາມເຊື່ອໝັ້ນວ່າ, ງານສົ່ງເສີມການດື່ມຊາຄືມື້ນີ້ຈະປະສົບຜົນສຳເລັດຄືກັນ. ຂ້າພະເຈົ້າຫວັງວ່າ ວັນຊາສາກົນຈະໄດ້ຮັບການຈົດທະບຽນເປັນໜຶ່ງໃນບັນດາເຫດການສຳຄັນປະຈຳປີຂອງບັນດາວຽກງານໂຄສະນາພາຍໃນ ແລະ ສາກົນຂອງ ສປປ ລາວ”. ທ່ານນາງ Siv-Leng CHHUOR ເອກອັກຄະລັດຖະທູດ ຝຣັ່ງ ປະຈຳລາວ.



ໃນງານປີນີ້ມີຜູ້ຢ້ຽມຢາມຫລາຍກວ່າ 1000 ຄົນໃນໄລຍະ 3 ມື້. ແລະ ພວກເຂົາແມ່ນໄດ້ພົບກັບຊາປະເພດຕ່າງໆຈາກຫລາຍແຂວງທົ່ວລາວ.ໃນລະຫວ່າງງານ ຜູ້ເຂົ້າຮ່ວມຍັງສາມາດຊົມງານວາງສະແດງຮູບພາບສິລະປະທີ່ສະແດງເຖິງເລື່ອງລາວຂອງການປູກຊາໃນທົ່ວປະເທດລາວ.

ກ່ຽວກັບໂຄງການຊາແມ່ນໍ້າຂອງ:
ໂຄງການຊາແມ່ນ້ຳຂອງມີເປົ້າໝາຍແນໃສ່ເພື່ອປັບປຸງລາຍໄດ້ຂອງຊາວກະສິກອນຜູ້ປູກຊາລາຍຍ່ອຍ ໂດຍຜ່ານການຄຸ້ມຄອງລະບົບຕ່ອງໂສ້ມູນຄ່າທີ່ດີຂຶ້ນ ແລະ ການເຂົ້າເຖິງຕະຫຼາດທີ່ດີຂຶ້ນຜ່ານຜະລິດຕະພັນທີ່ມີຄຸນນະພາບ ແລະ ໄດ້ຮັບການຮັບຮອງ. ໄດ້ຮັບທຶນສະໜັບສະໜູນຈາກ AFD ແລະ ຈັດຕັ້ງປະຕິບັດໂດຍກົມກະສິກໍາ (DoA) ຂອງກະຊວງກະສິກໍາ, ໂຄງການດັ່ງກ່າວມີສອງອົງປະກອບ ໜຶ່ງແມ່ນໃນລະດັບຊາດເພື່ອການພັດທະນາລະບົບຕ່ອງໂສ້ມູນຄ່າ ແລະ ອີກດ້ານໜຶ່ງແມ່ນໃນລະດັບທ້ອງຖິ່ນເພື່ອສະໜັບສະໜູນສອງໂຄງການທົດລອງ.
ສຳລັບຂໍ້ມູນເພີ່ມເຕີມ ກະລຸນາຕິດຕໍ່:
Email: cphommachan@yahoo.com
ທ່ານ ຈັນສະໝອນ ພົມມະຈັນ – ຜູ້ປະສານງານໂຄງການ.
ກົມປູກຝັງ ກະຊວງກະສິກໍາ ແລະ ປ່າໄມ້.
ເບີໂທ: 020 28 264 229
ອີເມວ: cphommachan@yahoo.com