ກະຊວງການເງິນ ຍົກລະດັບການປະຕິຮູບ ວິສາຫະກິດ-ບໍລິຫານ ບໍລິສັດທີ່ດີ

ກົມປະຕິຮູບລັດວິສາຫາກິດ ແລະ ການປະກັນໄພ ກະຊວງການເງິນ ຮ່ວມກັບທະນາຄານໂລກ ໄດ້ຈັດກອງປະຊຸມເຜີຍແຜ່ ດຳລັດ ວ່າດ້ວຍວິສາຫະກິດລັດລົງທຶນ ຄໍາແນະນໍາວ່າດ້ວຍສະພາບໍລິຫານລັດວິສາຫະກິດ ການປະຕິຮູບລັດວິສາຫະກິດຂອງ ສປປ ລາວ ບົດຮຽນການປະຕິຮູບລັດວິສາຫະກິດຂອງສາກົນ ແລະ ຫລັກການ ຄຸ້ມຄອງບໍລິຫານບໍລິສັດທີ່ດີ.

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ກ່າວ​ໃນ​ກອງ​ປະ​ຊຸມ​ຄັ້ງ​ນີ້​ວ່າ: ການເຜີຍແຜ່ນິຕິກຳຄັ້ງນີ້ ແມ່ນ ມີຄວາມໝາຍຄວາມສຳຄັນ ຕິດພັນກັບການຈັດຕັ້ງປະຕິບັດວາລະແຫ່ງຊາດຂອງກະຊວງການເງິນ ວິສາຫະກິດລັດລົງທຶນ ແມ່ນຫົວໜ່ວຍທຸລະກິດທີ່ລັດ ເປັນຜູ້ລົງທຶນສ້າງຕັ້ງແຕ່ພຽງຜູ້ດຽວ ຫຼື ລັດຮ່ວມທຶນກັບພາກສ່ວນອື່ນ ແລະ ເປັນໜຶ່ງໃນຮູບ ແບບການລົງທຶນຂອງລັດຖະບານ, ແນໃສ່ສ້າງລາຍຮັບເຂົ້າງົບປະມານແຫ່ງລັດ ແລະ ປະກອບສ່ວນໃນການພັດທະນາເສດ ຖະກິດ-ສັງຄົມ ມາຮອດທ້າຍປີ 2022 ທົ່ວປະເທດມີວິສາຫະກິດລັດລົງທຶນທັງໝົດ 172 ຫົວໜ່ວຍ ແລະ ມີບໍລິສັດທີ່ຂຶ້ນ ກັບຈຳ ນວນ 79 ຫົວໜ່ວຍ ໃນໄລຍະທີ່ມີການຈັດຕັ້ງປະຕິບັດກົນໄກເສດຖະກິດໃໝ່ ລັດຖະບານ ກໍຄື ບັນດາກະຊວງ ແລະ ອົງການທີ່ກ່ຽວຂ້ອງ ໄດ້ເປັນເຈົ້າການສ້າງຕັ້ງລັດວິສາຫະກິດ ຊຶ່ງລັດຖືຮຸ້ນຜູ້ດຽວເພື່ອສະໜັບສະໜູນ ແລະ ຊຸກຍູ້ການຈັດຕັ້ງ ປະຕິບັດ ຍຸດທະສາດຂອງບັນດາຂະແໜງການ ໂດຍແມ່ນບັນດາກະ ຊວງດັ່ງກ່າວເປັນເຈົ້າການຄຸ້ມຄອງ ເມື່ອເສດຖະກິດຂະ ຫຍາຍຕົວ ຄຽງຄູ່ກັບການເປີດປະເທດ ເພື່ອເຊື່ອມໂຍງກັບສາກົນ ເຮັດໃຫ້ເອກະຊົນເຂົ້າມາເຄື່ອນໄຫວ ສ້າງຕັ້ງວິສາຫະກິດ ເອກະຊົນຫຼາຍຂຶ້ນ ກວມຫຼາຍຂະແໜງການ ໂດຍນຳໃຊ້ທຶນ ແລະ ເຕັກນິກວິຊາການໃໝ່ ເຂົ້າໃນການດໍາເນີນທຸລະກິດ ເຮັດໃຫ້ລັດວິສາຫະກິດຈໍານວນໜຶ່ງ ທີ່ດໍາເນີນທຸລະກິດຄ້າຍຄືກັບພາກເອກະຊົນ ບໍ່ສາມາດແຂ່ງຂັນໄດ້.

ເຖິງວ່າໃນຊຸມປີ 2000 ລັດຖະບານໄດ້ອອກດໍາລັດສະບັບເລກທີ 54/ນຍ ລົງວັນທີ 9 ພຶດສະພາ 2000 ວ່າດ້ວຍການຄຸ້ມຄອງ ວິສາຫະກິດທີ່ລັດມີການລົງທຶນ ເປັນເຄື່ອງມືໃນການຄຸ້ມຄອງແຕ່ເຫັນວ່າຍັງບໍ່ທັນສອດຄ່ອງກັບການຂະຫຍາຍຕົວຂອງເສດ ຖະກິດສັງຄົມ ພ້ອມທັງບໍ່ສາມາດລວມສູນລາຍຮັບ ຈາກບັນດາວິສາຫະກິດລັດລົງທຶນ ອີງໃສ່ຄວາມຈໍາເປັນໃນການຄຸ້ມຄອງ ວຽກງານດັ່ງກ່າວ ໃນໄລຍະຜ່ານມາ ກະຊວງການເງິນ ຈຶ່ງໄດ້ຄົ້ນຄວ້າສ້າງດຳລັດວ່າດ້ວຍວິສາຫະກິດລັດລົງທຶນ(ສະບັບໃໝ່) ໂດຍຜັນຂະຫຍາຍເນື້ອໃນຂອງດຳລັດ ສະບັບເລກທີ 54/ນຍ ນັບແຕ່ປີ 2016 ເປັນຕົ້ນມາ ພ້ອມທັງອີງໃສ່ສະພາບຕົວຈິງ ໃນການຄຸ້ມຄອງ ຈົນມາຮອດເດືອນກັນຍາ 2022 ຈຶ່ງສໍາເລັດ ແລະ ຖືກຮັບຮອງຢ່າງເປັນທາງການຈາກລັດຖະບານ ຕາມດຳ ລັດ ສະບັບເລກທີ 322/ລບ ລົງວັນທີ 2 ກັນຍາ 2022 ເພື່ອເປັນເຄື່ອງມືຄຸ້ມຄອງວິສາຫະກິດລັດລົງທຶນ ແນໃສ່ສ້າງຄວາມ ເປັນເອກະພາບດ້ານການສ້າງຕັ້ງ ການເຄື່ອນໄຫວທຸລະກິດ ການຄຸ້ມຄອງ ພັດທະນາ ຕິດຕາມກວດກາ ແລະ ປະເມີນຜົນ ວິສາຫະກິດລັດລົງທຶນ ໃຫ້ສອດຄ່ອງກັບສະພາບຕົວຈິງ ໃນການພັດທະນາເສດຖະກິດໃນແຕ່ລະໄລຍະ ສອດຄ່ອງກັບແນວ ທາງນະໂຍບາຍ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ເປັນເຄື່ອງມືບ່ອນອີງໃນການຈັດຕັ້ງປະຕິບັດ ໃຫ້ມີ ຄວາມເປັນເອກະພາບ ຊ່ວຍໃຫ້ບັນດາສະມາຊິກສະພາບໍລິຫານກໍາໄດ້ສິດ ໜ້າທີ່ ແລະ ຄວາມຮັບຜິດຊອບຂອງຕົນເພື່ອ ພ້ອມກັນສຸມສະຕິປັນຍາ ແລະ ກຳລັງແຮງປະກອບສ່ວນຊຸກຍູ້ວຽກງານຄຸ້ມຄອງ ແລະ ພັດທະນາວິສາຫະກິດລັດລົງທຶນ ໃຫ້ເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ ດ້ວຍບາດກ້າວທີ່ໜັກແໜ້ນ ແລະ ເຂັ້ມແຂງ.

ກອງ​ປ​ະ​ຊຸມ​ດັ່ງ​ກ່າວ​ຈັດ​ຂຶ້ນ​ໃນ​ອາ​ທິດ​ຜ່ານ​ມາ ເປັນປະທານຮ່ວມຂອງ ທ່ານ ສັນຕິພາບ ພົມວິຫານ ທ່ານ ໂພລ ແຄລີ ເອກ ອັກຄະລັດຖະທູດອົດສະຕຣາລີ ປະຈຳລາວ ທ່ານ ອາເລັກຊັນເດີ ເຄລເມີ ຫົວໜ້າຫ້ອງການທະນາຄານໂລກ ປະຈຳລາວ ມີ ຮອງລັດຖະມົນຕີກະຊວງກ່ຽວຂ້ອງ ຄະນະຮັບຜິດຊອບຈາກບັນດາກະຊວງ ຕາງໜ້າຈາກບໍລິສັດ ລັດວິສາຫາກິດເຂົ້າຮ່ວມ.

error: Content is protected !!