ຫາດຊາຍຟອງ ສ້າງຂະບວນການ ຕ້ອນຮັບກອງປະຊຸມໃຫຍ່

ເມືອງ​ຫາດ​ຊາຍ​ຟອງ ນະ­ຄອນ­ຫຼວງ​ວຽງ​ຈັນ ຈັດ​ກິດ­ຈະ­ກຳ​ແຂ່ງ​ກີ­ລາ​ຕີ​ເປ​ຕັງ ຊີງ​ຂັນ​ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ຂຶ້ນ​ເມື່ອ​ບໍ່​ດົນ​ມາ​ນີ້ ຢູ່​ເດີນ​ກີ­ລາ ປກສ ເມືອງ ເພື່ອ​ສ້າງ​ຂະ​ບວນ​ການ ຕ້ອນ­ຮັບ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ອົງ­ຄະ​ນະ​ພັກ​ເມືອງ​ຫາດ​ຊາຍ​ຟອງ ທີ່​ຈະ​ໄດ້​ຈັດ​ຂຶ້ນ​ໄວໆ​ນີ້ ທັງ​ເປັນ​ການ​ຕ້ອນ­ຮັບ​ວັນ​ສຳ­ຄັນ​ຕ່າງໆ​ຂອງ​ຊາດ​ຂອງ​ພັກ​ອີກ​ດ້ວຍ.

ທ່ານ ຖາ­ວອນ ສີ​ຫາ​ມາ­ຍາ ຮອງ​ເຈົ້າ­ເມືອງ​ຫາດ​ຊາຍ​ຟອງ ກ່າວ​ວ່າ: ຈຸດ­ປະ­ສົງ​ເພື່ອ​ກຽມ​ຄວາມ​ພ້ອມ​ຮອບ­ດ້ານ ແລະ ສ້າງ​ຂະ​ບວນ​ການ​ຄຳ­ນັບ​ຮັບ​ຕ້ອນ​ກອງ​ປະ­ຊຸມ​ໃຫຍ່ ຄັ້ງ​ທີ VII ອົງ­ຄະ​ນະ​ພັກ ເມືອງ​ຫາດ​ຊາຍ​ຟອງ ໃຫ້​ມີ​ບັນ­ຍາ­ກາດ​ຟົດ­ຟື້ນ ທັງ​ເປັນ​ການ​ສ້າງ​ຄວາມ​ສາ­ມັກ­ຄີ​ຮັກ­ແພງ​ລະ­ຫວ່າງ​ພະ­ນັກ­ງານ​ຫ້ອງ­ການ​ອ້ອມ​ຂ້າງ ແລະ ບັນ­ດາ​ນັກ­ທຸ­ລະ­ກິດ​ຜູ້​ປະ­ກອບ​ການ ໃຫ້​ມີ​ຄວາມ​ແໜ້ນ​ແຟ້ນ​ຍິ່ງ​ຂຶ້ນ.

ການ​ແຂ່ງ­ຂັນ​ຄັ້ງ​ນີ້ ມີ​ນັກ­ກີ­ລາ​ເຂົ້າ​ຮ່ວມ 38 ທີມ ນອກ​ນີ້​ຍັງ​ມີ​ທີມ​ນັກ­ທຸ­ລະ­ກິດ 2 ທີມ​ພົບ​ກັບ​ທີມ​ການ​ນຳ​ເມືອງ 2 ທີມ ໂດຍ​ລາ­ງວັນ​ທີ 1 ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ 8 ແສນ​ກີບ ທີ 2 ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ 6 ແສນ​ກີບ ທີ 3 ໄດ້​ຮັບ​ຂັນ 1 ໜ່ວຍ ແລະ ເງິນ 4 ແສນ​ກີບ ນອກ​ນີ້​ຍັງ​ມີ​ລາ­ງວັນ​ຊົມ­ເຊີຍ​ຕື່ມ​ອີກ.

error: Content is protected !!