ມັງກອນແດງ ຄອງຂັນແຊັມບານເຕະ 4 ພາກສ່ວນ

ການ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ​ຊາຍ 4 ພາກ­ສ່ວນ ປະ­ຈຳ​ປີ 2020 ຈັດ​ຂຶ້ນ​ວັນ​ທີ 25-26 ມິ­ຖຸ­ນາ 2020 ຢູ່​ສະ­ໜາມ​ກີ­ລາ​ຫຍ້າ​ທຽມ​ຫຼັກ 4 ເມືອງ​ສາ­ມັກ­ຄີ​ໄຊ ແຂວງ​ອັດ​ຕະ​ປື ມີ​ທ່ານ ຄຳ​ພັນ ແກ້ວ​ມະ­ນີ ເຈົ້າ​ຂອງ​ສະ­ໜາມ​ກີ­ລາ​ຫຍ້າ​ທຽມ​ຫຼັກ 4 ຄະ­ນະ​ນຳ ຄູ​ເຝິກ​ນັກ­ກີ­ລາ ຕະ­ຫຼອດ​ຮອດ​ກອງ​ເຊຍ​ຈາກ 4 ສະ­ໂມ­ສອນ​ເຂົ້າ​ຮ່ວມ.

ໂອ­ກາດ​ນີ້ ທ່ານ ນິ­ລະ­ນາມ ແວວ​ສີ ຄະ­ນະ​ຮັບ­ຜິດ­ຊອບ​ຈັດ​ງານ​ແຂ່ງ­ຂັນ​ກີ­ລາ​ບານ­ເຕະ 4 ພາກ­ສ່ວນ ປະ­ຈຳ​ປີ 2020 ທີ່​ແຂວງ​ອັດ​ຕະ​ປື ໄດ້​ລາຍ​ງານ​ໃຫ້​ຮູ້​ວ່າ: ສຳ­ລັບ​ການ​ແຂ່ງ­ຂັນ​ຄັ້ງ​ນີ້ ເປັນ​ການ​ຮ່ວມ​ກັນ​ຈັດ​ຂຶ້ນ​ຂອງ 4 ສະ­ໂມ­ສອນ ພາຍ​ໃນ​ແຂວງ​ອັດ​ຕະ​ປື ຄື: ສະ­ໂມ­ສອນ​ຮ້ານ​ເຂົ້າ­ປຽກ​ແຊບ​ເອັຟ​ຊີ ສະ­ໂມ­ສອນ​ລີ­ລາ​ເອັຟ​ຊີ ສະ­ໂມ­ສອນ​ມັງ­ກອນ​ແດງ​ເອັຟ​ຊີ ແລະ ສະ­ໂມ­ສອນ​ເດິ​ອາ​ເມ​ຊິງ​ເອັຟ​ຊີ ຈຸດ­ປະ­ສົງ​ເພື່ອ​ເປັນ​ການ​ພົບ​ປະ​ສ້າງ­ສັນ​ສືບ­ຕໍ່​ຮັດ​ແໜ້ນ​ສາຍ­ເລືອດ​ນັກ­ກີ­ລາ ສົ່ງ­ເສີມ​ສາຍ­ສຳ­ພັນ​ຄວາມ​ສາ­ມັກ­ຄີ ແລະ ແລກ­ປ່ຽນ​ບົດ­ຮຽນ​ເຊິ່ງ​ກັນ ແລະ ກັນ ລະ­ຫວ່າງ​ສາຍ­ເລືອດ​ນັກ­ກີ­ລາ 4 ສະ­ໂມ­ສອນ​ໃຫ້​ມີ​ຄວາມ​ໜັກ​ແໜ້ນ ແລະ ແໜ້ນ​ແຟ້ນ​ຂຶ້ນ​ເລື້ອຍໆ.

ຜ່ານ​ການ​ແຂ່ງ­ຂັນ ສາ­ມາດ​ຄັດ​ເລືອກ​ໄດ້​ທີມ​ຜ່ານ​ເຂົ້າ​ຊີງ​ຊະ­ນະ​ເລີດ ເປັນ​ການ​ພົບ​ກັນ​ລະ­ຫວ່າງ​ສະ­ໂມ­ສອນ​ມັງ­ກອນ​ແດງ ແລະ ສະ­ໂມ­ສອນ​ລີ­ລາ ຜົນ​ການ​ແຂ່ງ­ຂັນ​ປາ­ກົດ​ວ່າ: ເປັນ​ຝ່າຍ​ສະ­ໂມ­ສອນ​ມັງ­ກອນ​ແດງ ຍິງ​ຈຸດ​ໂທດ​ແມ້ນ​ກວ່າ ເອົາ​ຊະ­ນະ​ສະ­ໂມ­ສອນ​ລີ­ລາ​ໄປ​ໄດ້​ແບບ​ຫວຸດ​ຫວິດ 3-2 ປະ­ຕູ ຫຼັງ​ເວ­ລາ​ປົກ­ກະ­ຕິ​ທັງ 2 ທີມ​ບໍ່​ສາ­ມາດ​ເອົາ​ຊະ­ນະ​ກັນ​ໄດ້ ສະ­ເໝີ​ກັນ​ຢູ່ 3-3 ປະ­ຕູ ເຮັດ​ໃຫ້​ສະ­ໂມ­ສອນ​ມັງ­ກອນ​ແດງ​ຄວ້າ​ແຊັມ​ໄປ​ຄອງ ໄດ້​ຮັບ​ຂັນ 1 ໜ່ວຍ ພ້ອມ​ເງິນ 5 ແສນ​ກີບ ຮອງ​ຊະ­ນະ​ເລີດ​ໄດ້​ຮັບ​ເງິນ 3 ແສນ​ກີບ ແລະ ອັນ​ດັບ​ທີ 3 ສະ­ໂມ­ສອນ​ເດິ​ອາ​ເມ​ຊິງ ໄດ້​ຮັບ​ເງິນ​ລາ­ງວັນ 2 ແສນ​ກີບ.

error: Content is protected !!