ຊ້າງບິນ ຄວ້າແຊັມກະຕໍ້ ໂຄ້ງໜອງບົວຄັບ 2020

ທ່ານ ວິ​ໄຊ ພົມ​ມະ​ວົງ­ສາ ຫົວ­ໜ້າ​ຄູ​ເຝິກ​ກະ­ຕໍ້ ແຂວງ​ຄຳ​ມ່ວນ ຄູ​ເຝິກ​ກະ­ຕໍ້​ເຍົາ­ວະ​ຊົນ​ທີມ​ຊາດ​ລາວ ແລະ ທັງ​ເປັນ​ຄະ­ນະ​ຮັບ­ຜິດ­ຊອບ​ຈັດ­ການ​ແຂ່ງ­ຂັນ ຈາກ​ເມືອງ​ທ່າ​ແຂກ ແຂວງ​ຄຳ​ມ່ວນ ແຈ້ງ​ໃຫ້​ຮູ້​ວ່າ: ວັນ​ທີ 28 ມິ­ຖຸ­ນາ 2020 ຢູ່​ສະ­ໜາມ​ກີ­ລາ​ກະ­ຕໍ້​ໂຄ້ງ​ໜອງ​ບົວ ໄດ້​ຈັດ­ການ​ແຂ່ງ­ຂັນ​ກະ­ຕໍ້​ປະ­ເພດ​ທີມ​ຄູ່​ຊາຍ ລາຍ­ການ​ໂຄ້ງ​ໜອງ​ບົວ​ຄັບ 2020 ທີ່​ສະ­ໜາມ​ກີ­ລາ​ດັ່ງ­ກ່າວ ໂຮງ­ຮຽນ​ປະ­ຖົມ​ຈອມ​ແຈ້ງ ເມືອງ​ທ່າ​ແຂກ ເພື່ອ​ເປັນ​ການ​ສົ່ງ­ເສີມ​ການ​ພັດ­ທະ­ນາ​ກີ­ລາ​ກະ­ຕໍ້​ຂອງ​ແຂວງ ໄດ້​ມີ​ໂອ­ກາດ​ທົດ​ສອບ​ຄວາມ​ສາ­ມາດ​ຂອງ​ຕົນ ກັບ​ບັນ­ດາ​ນັກ­ກີ­ລາ​ຈາກ​ແຂວງ​ໃກ້​ຄຽງ ແລະ ນະ­ຄອນ­ຫຼວງ​ວຽງ​ຈັນ ເພື່ອ​ກ້າວ​ສູ່​ການ​ເປັນ​ນັກ­ກີ­ລາ​ລະ­ດັບ​ຊາດ ກໍ​ຄື ຕິດ​ທີມ​ຊາດ​ໃນ​ອະ­ນາ­ຄົດ ອີກ​ດ້ານ​ໜຶ່ງ​ຍັງ​ເປັນ​ການ​ເປີດ​ໂອ­ກາດ​ໃຫ້​ນັກ­ກີ­ລາ​ພາຍ​ໃນ​ແຂວງ ໄດ້​ຫຼິ້ນ​ກີ­ລາ​ເພື່ອ​ຫ່າງ​ໄກ​ຈາກ​ສິ່ງ​ເສບ​ຕິດ​ອີກ​ດ້ວຍ ເຊິ່ງ​ລາຍ­ການ​ນີ້​ໄດ້​ມີ​ການ​ກຳ­ນົດ​ເງື່ອນ­ໄຂ​ນັກ­ກີ­ລາ ສຳ­ລັບ​ນັກ­ກີ­ລາ​ທີມ​ຊາດ​ຊຸດ​ໃຫຍ່ ສາ­ມາດ​ຈັບ​ຄູ່​ກັບ​ນັກ­ກີ­ລາ​ທີມ​ຊາດ​ຍິງ ແຕ່​ຫ້າມ​ຈັບ​ຄູ່​ກັບ​ນັກ­ກີ­ລາ​ຮ່ວມ​ງານ​ກີ­ລາ​ແຫ່ງ​ຊາດ​ທຸກ​ສະ­ໄໝ​ຕ່າງ​ຊາດ ສ່ວນ​ນັກ­ກີ­ລາ​ທົ່ວ​ໄປ​ສາ­ມາດ​ເຂົ້າ​ຮ່ວມ​ແບບ​ບໍ່​ມີ​ກຳ­ນົດ.

ລາຍ­ການ​ນີ້​ມີ 27 ພາກ­ສ່ວນ ເຂົ້າ​ຮ່ວມ​ແຂ່ງ­ຂັນ ໃນ​ນັ້ນ ມີ​ທີມ​ເດິ​ຟ໋ອກ 1 ທີມ ຈາກ​ແຂວງ​ຈຳ­ປາ​ສັກ 3 ທີມ ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ ປະ­ກອບ​ມີ​ທີມ​ຊ້າງ​ບິນ ແລະ ທີມ​ຮ້ານ​ອາ­ຫານ​ທູ​ແມນ 1 ແລະ ທູ​ແມນ 2 ແລະ 4 ທີມ​ຈາກ​ແຂວງ​ສະ­ຫວັນ​ນະ​ເຂດ ປະ­ກອບ​ມີ ທີມ​ຍາງ​ຄຳ 1 ຍາງ​ຄຳ 2 ສາຍ​ລຳ­ເຊ 1 ແລະ ສາຍ​ລຳ­ເຊ 2 ສ່ວນ​ເຈົ້າ​ຖິ່ນ ມີ 19 ພາກ­ສ່ວນ​ອ້ອມ​ຂ້າງ​ເທ­ສະ​ບານ ເມືອງ​ທ່າ​ແຂກ ສົ່ງ​ເຂົ້າ​ຮ່ວມ​ແຂ່ງ­ຂັນ.

ຜ່ານ​ການ​ແຂ່ງ­ຂັນ​ຜົນ​ປາ­ກົດ​ວ່າ: ນັດ​ຊີງ​ຊະ­ນະ​ເລີດ ທີມ​ຊ້າງ​ບິນ ປະ­ກອບ​ມີ ທ້າວ ກັນ​ຕະ​ນາ ນານ​ທິ​ເສນ ຈັບ​ຄູ່​ກັບ​ນາງ ນໍ​ຄຳ ວົງ​ໄຊ ສອງ​ນັກ­ກີ­ລາ​ກະ­ຕໍ້​ໜຸ່ມ​ສາວ​ທີມ​ຊາດ​ລາວ ຊ່ວຍ​ກັນ​ສາ­ມາດ​ໄລ່​ເອົາ​ຊະ­ນະ​ທີມ​ເຈົ້າ​ຖິ່ນ ທີມ​ໃຈ​ອາ​ລູ​ມີ​ນຽມ ຈາກ​ເມືອງ​ທ່າ​ແຂກ ໄປ​ແບບ​ສະ­ບາຍ 2-0 ເຊັດ 21-14 ແລະ 21-15 ຄະ­ແນນ ຄວ້າ​ແຊັມ​ລາຍ­ການ​ໄປ​ຄອງ ສ່ວນ​ອັນ​ດັບ​ທີ 3 ຕົກ ເປັນ​ທີມ​ເດິ​ຟ໋ອກ ຈາກ​ແຂວງ​ຈຳ­ປາ​ສັກ ແລະ ອັນ​ດັບ​ທີ 4 ທີມ​ຮ້ານ​ອາ­ຫານ​ທູ​ແມນ ຈາກ​ນະ­ຄອນ­ຫຼວງ​ວຽງ​ຈັນ.

error: Content is protected !!